ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄອງ​ໂກ ກ່າວ​ວ່າ ກໍາລັງ ລັດຖະບານ ​ຍັງກໍາ ​ສະຖານະ​ການ ​​​ໃນເມືອງ Goma ໄດ້


ລັດຖະມົນຕີຖະແຫລງຂ່າວ ທ່ານ Lambert Mende ກ່າວ​ວ່າ ພວກ​ກະບົດ ພະຍາຍາ​ມ ຈະ​ເຂົ້າ​ຄວບ​ຄຸມ​ເອົາ ​ເມືອງ Goma ແຕ່​ໄດ້ລົ້ມ​ແຫລວ.
ລັດຖະມົນຕີຖະແຫລງຂ່າວ ທ່ານ Lambert Mende ກ່າວ​ວ່າ ພວກ​ກະບົດ ພະຍາຍາ​ມ ຈະ​ເຂົ້າ​ຄວບ​ຄຸມ​ເອົາ ​ເມືອງ Goma ແຕ່​ໄດ້ລົ້ມ​ແຫລວ.
ບັນດາ​ເຈົ້າ​ໜ້າ​ທີ່ ສາທາລະນະ​ລັດ ຄອງ​ໂກ ກ່າວ​ວ່າ ກໍາລັງຂອງ
ລັດຖະບານ ​ແມ່ນກໍາ​ສະຖານະ​ການ​ທັງ​ໝົດໃນເມືອງ Goma
ທາງພາກ​ຕາ​ເວັນ​ອອກ​ ​ ບ່ອນ​ທີ່​ມີ​ການ​ສູ້​ລົບ​ກັນ​ກັບ​ພວກ​ກະບົດ
ທີ່​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ພັນ​ຄົນ ຕ້ອງຫລົບ​ໜີ​ຈາກ​ບ້ານ​ເຮືອນ​
ຂອງເຂົາ​ເຈົ້າ.


​ໂຄສົກ​ຄົນ​ນຶ່ງ​ຂອງ​ພວກ​ກະບົດ ທີ່​ເປັນ​ບັນດາ​ນັກ​ລົບກຸ່ມ M23 ກ່າວໃນ​ວັນ​ອາທິດ​ວ່າ ​ເຂົາ​ເຈົ້າ ຢູ່​ນອກ​ເມືອງ​ດັ່ງກ່າວ ພຽງບໍ່​ເທົ່າໃດ​ ກິ​ໂ​ລ​ແມດ ຫລັງ​ຈາກ​ທີ່​ໄດ້ຕີ​ຖອຍ ກໍ​າລັງ​ຮັກສາ​ຄວາມ​ປອດ​ໄພສະຫະ​ປະຊາ​ຊາດ ​ແລະ​ກໍາລັງ​ລັດຖະບານ ​ໃນການ​ປະ​ທະ​ກັນ​ຫວ່າງ​ມໍ່ໆ​ມາ​ນີ້.

ແຕ່​ວ່າ ລັດຖະມົນຕີ​ຖະ​ແຫລ​ງຂ່າວ ສາທາລະນະ​ລັດ ຄອງ​ໂກ ທ່ານ Lambert Mende ກ່າວ​ຕໍ່ ວິ​ໂອ​ເອ ​ໃນ​ວັນ​ຈັນມື້​ນີ້​ວ່າ ພວກ​ກະບົດ ພະຍາຍາ​ມ ຈະ​ເຂົ້າ​ຄວບ​ຄຸມ​ເອົາ ​ເມືອງ Gama ແຕ່​ບໍ່ສໍາເລັດຜົນ.

ກ່ຽວຂ້ອງກັນ

XS
SM
MD
LG