ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ເຢຍ​ຣະ​ມັນ ຖິ້ມ​ໂທດ​ໃສ່​ຄວາມ​ຜິດພາດ​ຂອງ​ມະ​ນຸດ ຫຼັງ​ຈາກ ຣັດ​ເຊຍ ລັກ​ເຈາະ​ຂໍ້​ມູນ​ໂທ​ລະ​ສັບ ກ່ຽວ​ກັບ ລູກ​ສອນ​ໄຟ ຢູ​ເຄ​ຣນ


ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ສະ​ແດງ​ໃຫ້​ເຫັນ​ລູກ​ສອນ​ໄຟ ໂທ​ຣັ​ສ ບິນ​ຢູ່​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ​ເກົາຫຼີ​ໃຕ້, 13 ກັນ​ຍາ 2017.
ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ສະ​ແດງ​ໃຫ້​ເຫັນ​ລູກ​ສອນ​ໄຟ ໂທ​ຣັ​ສ ບິນ​ຢູ່​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ໃນ​ເກົາຫຼີ​ໃຕ້, 13 ກັນ​ຍາ 2017.

ເຢຍ​ຣະ​ມັນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຄວາມ​ຜິດ​ພາດ​ຂອງ​ມະ​ນຸດ​ແມ່ນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້ ຣັດ​ເຊຍ ໄດ້​ຮັບ​ບັນ​ທຶກສຽງ​ກາ​ນ​ໂທ​ລະ​ສັບ​ລະ​ຫວ່າງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງກອງ​ທັບ ເຢຍ​ຣະ​ມັນ ທີ່​ປຶກ​ສາ​ຫາ​ລືກັນ ກ່ຽວ​ກັບ ການ​ນຳ​ສົ່ງ​ອາ​ວຸດ​ໄລ​ຍະ​ໄກ​ໄປ​ໃຫ້ ຢູ​ເຄ​ຣນ, ໂດຍ​ໄດ້​ປະ​ຕິ​ເສດ​ ກ່ຽວ​ກັບ​ລະ​ບົບການ​ສື່​ສານ​ຂອງ​ລັດ​ຖະ​ບານ​ເຂົາ​ເຈົ້າໄດ້​ຖືກ​ເປີດເຜີຍ.

​ໃນ​ບັນ​ທຶກ​ສຽງ, ທີ່​ຖືກ​ເຜີຍ​ແຜ່​ໂດຍໂຄສົກຂອງໂທລະພາບຊ່ອງ Russia Today ທີ່​ຂຶ້​ນ​ກັບ​ລັດ​ຖະ​ບານຣັດເຊຍ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ເຢ​ຍ​ຣະ​ມັນ 4 ຄົນ, ລວມ​ທັງ​ຫົວ​ໜ້າກອງ​ທັບ​ອາ​ກາດ, ປາ​ກົດ​ວ່າ ​ໄດ້​ລົມ​ກັນ ກ່ຽວ​ກັບການ​ສະ​ໜອງ​ລູກ​ສອນ​ໄຟ ໂທ​ຣັ​ສ ໄປ​ໃຫ້​ກີ​ຢິບ.

ລັດ​ຖະ​ບານ ເບີ​ລິນ ບໍ່​ໄດ້​ໂຕ້​ແຍ້ງ​ຕໍ່​ຄວາ​ມ​ແທ້​ຈິງ​ຂອງ​ບັນ​ທຶກ​ສຽງ​ນັ້ນ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ເຢຍ​ຣະ​ມັນ ທ່ານ ບໍ​ຣິ​ສ ປິ​ສ​ຕໍ​ຣຽ​ສ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ໃນ​ນະ​ຄອນຫຼວງ ເບີ​ລິນ ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ “ລະ​ບົບ​ການ​ສື່​ສານ​ຂອງ​ພວກ​ເຮົາ​ແມ່​ນບໍ່​ໄດ້ ແລະ ຍັງ​ບໍ່​ໄດ້​ຖືກ​ເປີດເຜີຍ.”

ທ່ານ ປິ​ສ​ຕໍ​ຣຽ​ສ ໄດ້​ກ່າວ​ວ່າ “ເຫດ​ຜົນ​ທີ່​ການ​ລົມ​ໂທ​ລະ​ສັບ​ນັ້ນ ​ຍັງ​ຖືກ​ອັດ​ຢູ່​ໃນ​ສະ​ຖານ​ທີ່​ຕ່າງໆ​ຂອງກອງ​ທັບ​ອາ​ກາດ ​ແມ່​ນ​ຍ້ອນ​ຄວາມ​ຜິດ​ພາດ​ຂອງ​ແອັບ​ພ​ລີ​ເຄ​ຊັ້ນ​ອັນ​ນຶ່ງ. ຜູ້​ເຂົ້າ​ຮ່ວມບໍ່​ແມ່ນ​ທຸກ​ຄົນໄດ້ປະຕິບັດຕາມ​ຂັ້ນ​ຕອນ​ໃນການ​ກົດ​ປຸ່ມ​ໂທ​ລະ​ສັບ​ທີ່​ປອດ​ໄພ​ດັ່ງ​ທີ່​ຖືກ​ອະ​ທິ​ບາຍ​ໄວ້. ອີງ​ຕາມ​ຄວາມ​ຮູ້​ໃນ​ປັດ​ຈຸ​ບັນ, ຂໍ້​ມູນ​ແມ່ນ​ໄດ້​ຮົ່ວ​ໄຫຼ​ອອກ​ມາ​ຈາກ​ຜູ້​ເຂົ້າ​ຮ່ວມ​ໃນ​ປະ​ເທດ ສິງ​ກະ​ໂປ. ລາວຖືກ​ເຊື່ອມ​ຕໍ່​ຜ່ານ​ສັນ​ຍານເຊື່ອມ​ຕໍ່​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ, ຕົວ​ຢ່າງ​ໂດຍ​ແທ້​ຈິງ​ແລ້ວ ຜ່ານ​ສັນ​ຍານ​ເຊື່ອມ​ຕໍ່​ທີ່​ເປີດກວ້າງ.”

ບັນ​ທຶກ​ສຽງ​ດັ່ງ​ກ່າວ​ຖືກ​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ດຽວ​ກັນ​ກັບ​ງານ​ສົ່ງ​ສະ​ການ​ຂອງ​ມື້​ລາງຝ່າຍ​ຄ້ານທາງ​ການ​ເມືອງຂອງຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ, ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ທີ່ບໍ່​ໄດ້​ຖືກ​ອະ​ທິ​ບາຍ​ໃນ​ຄຸກ ​ຂົ້ວ​ໂລກ​ເໜືອ ເມື່ອ​ສອງ​ອາ​ທິດ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG