ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຕຳຫຼວດເຢຍຣະມັນ ຈັບກຸມຜູ້ຊາຍຊາວຣັດເຊຍ ໃນຂໍ້ຫາແທງຜູ້ຊາຍຊາວຢູເຄຣນ 2 ຄົນ ຈົນເຖິງແກ່ຊີວິດ


ແຟ້ມພາບ - ແມ່ຍິງຄົນນຶ່ງ ໂບກທຸງຊາດຢູເຄຣນຂະໜາດໃຫຍ່ ໃນລະຫວ່າງການປະທ້ວງ ເພື່ອລະນຶກເຖິງວັນຄົບຮອບ 2 ປີ ນັບຕັ້ງແຕ່ຣັດເຊຍ ບຸກລູກຢູເຄຣນ ຢ່າງເຕັມຮູບແບບ, ຢູ່ທີ່ Brandenburg Gate ໃນເບີລິນ, ວັນເສົາ ທີ 24 ກຸມພາາ 2024.
ແຟ້ມພາບ - ແມ່ຍິງຄົນນຶ່ງ ໂບກທຸງຊາດຢູເຄຣນຂະໜາດໃຫຍ່ ໃນລະຫວ່າງການປະທ້ວງ ເພື່ອລະນຶກເຖິງວັນຄົບຮອບ 2 ປີ ນັບຕັ້ງແຕ່ຣັດເຊຍ ບຸກລູກຢູເຄຣນ ຢ່າງເຕັມຮູບແບບ, ຢູ່ທີ່ Brandenburg Gate ໃນເບີລິນ, ວັນເສົາ ທີ 24 ກຸມພາາ 2024.

ຕຳຫຼວດ​ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ມີຜູ້ຊາຍ​ຊາວ​ຢູ​ເຄຣນ 2 ຄົນ ​ຖືກ​ແທງ​ຕາຍ​ໃນ​ພາກ​ໃຕ້​ຂອງ​ເຢຍຣະ​ມັນ ​ແລະ​ຜູ້​ຊາຍຣັດ​ເຊຍ​ ຄົນ​ນຶ່ງ ​ໄດ້​ຖືກ​ຈັບ ​ໂດຍ​ເຈົ້າໜ້າ​ທີ່ ໃນຖານະ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ ​ໃນ​ການ​ສັງຫານ​ດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ AP.

ຊາວຢູເຄຣນ 2 ຄົນ, ຊຶ່ງມີອາຍຸ 23 ແລະ 36 ປີ ໂດຍອາໄສຢູ່ໃນເຂດ ກາມິຊ-ພາເທນເຄຍເຊນ (Garmisch-Partenkirchen) ທາງພາກໃຕ້ຂອງເຢຍຣະມັນ, ໄດ້ຖືກຂ້າຕາຍຢູ່ໃນບໍລິເວນສູນການຄ້າແຫ່ງນຶ່ງ ໃນບ້ານ ມູຣ໌ໂນ (Murnau) ໃນ ອັບເປີ ບາວາເຣຍ (Upper Bavaria). ບໍ່​ດົນ​ຫລັງ​ຈາກ​ການ​ສັງຫານ​ໝູ່​ໃນ​ຕອນ​ແລງ​ວັນ​ເສົາ ເຈົ້າໜ້າທີ່ຕຳຫຼວດ​ໄດ້​ຈັບ​ກຸມ​ຊາວ​ຣັດ​ເຊຍ​ອາຍຸ 57 ປີ​ຄົນ​ນຶ່ງ ທີ່ເປັນຜູ້ຕ້ອງສົງໃສໃນຄະດີ​ຄາດ​ຕະກຳດັ່ງກ່າວ, ອີງຕາມການລາຍງານຂອງອົງການ​ຂ່າວ dpa ຂອງ​ເຢຍຣະ​ມັນ​.

ກະຊວງ​ການ​ຕ່າງປະ​ເທດ​ຢູເຄຣນກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ, ຜູ້​ຊາຍ​ທັງ​ສອງ​ເປັນ​ສະມາຊິກ​ຂອງ​ກອງທັບ​ຢູເຄຣນ; “ອີງຕາມຂໍ້ມູນເບື້ອງຕົ້ນ, ຜູ້ເສຍຊີວິດແມ່ນພະນັກງານທະຫານທີ່ໄດ້ຮັບການຟື້ນຟູທາງການແພດໃນເຢຍຣະມັນ.”

ຊື່ຂອງຜູ້ເຄາະຮ້າຍ ແລະຜູ້ຕ້ອງສົງໄສ ບໍ່ໄດ້ຖືກເປີດເຜີຍ ເພື່ອໃຫ້ສອດຄ່ອງກັບກົດໝາຍຄວາມເປັນສ່ວນຕົວຂອງເຢຍຣະມັນ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຍັງ​ບໍ່​ທັນ​ຮູ້​ສາ​ເຫດ​ທີ່​ເປັນແຮງຈູງໃຈ​ໃນ​ການ​ສັງຫານ​ຄັ້ງນີ້. ມັນຍັງບໍ່ຈະແຈ້ງວ່າ ຜູ້ຊາຍສາມຄົນຮູ້ຈັກກັນ ຫຼືບໍ່.

ມີຊາວອົບພະຍົບຢູເຄຣນຫຼາຍກວ່າ 1 ລ້ານຄົນ ເດີນທາງເຂົ້າມາໃນເຢຍຣະມັນ ນັບຕັ້ງແຕ່ຣັດເຊຍ ໄດ້ເປີດການບຸກໂຈມຕີຢູເຄຣນຢ່າງເຕັມອັດຕາໃນປີ 2022. ນອກຈາກນີ້, ເຢຍຣະມັນ ຍັງເປັນທີ່ຕັ້ງຂອງຊຸມຊົນຜູ້ອົບພະຍົບຊາວຣັດເຊຍທີ່ສຳຄັນ, ແລະຊາວຣັດເຊຍ 2.5 ລ້ານຄົນ ທີ່ມີເຊື້ອສາຍເຢຍຣະມັນ ຊຶ່ງສ່ວນໃຫຍ່ໄດ້ຍ້າຍມາຢູ່ປະເທດດັ່ງກ່າວ ພາຍຫຼັງການພັງທະລາຍລົງຂອງສະຫະພາບໂຊວຽດ ໃນຕົ້ນຊຸມປີ 1990.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG