ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍລິສັດ ຈີອີ ຈະເປີດຫ້ອງການ ຢູ່ ສປປ ລາວ


ການເຊັນບົດບັນທຶກ ລະຫວ່າງບໍລິສັດ GE ແລະບໍລິສັດ ລັດວິສາຫະກິດໄຟຟ້າລາວ
ການເຊັນບົດບັນທຶກ ລະຫວ່າງບໍລິສັດ GE ແລະບໍລິສັດ ລັດວິສາຫະກິດໄຟຟ້າລາວ

ໃນຂະນະທີ່ ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດ ລະຫວ່າງ ປະເທດທັງ ສອງໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາຜ່ານມານີ້ ບໍລິສັດ General Electric ຫລື GE ໄດ້ປະກາດແຜນການເປີດຫ້ອງການຢູ່ໃນ ສປປ ລາວ ເພື່ອສ້າງຕັ້ງການມີໜ້າ ໃນຕະຫຼາດທ້ອງຖິ່ນ ທີ່ພວມເຕີບໃຫຍ່ຂະຫຍາຍໂຕ.

ນອກຈາກນັ້ນ ບໍລິສັດ GE ຍັງໄດ້ຕົກລົງເຮັດວຽກກັບ ລັດວິສາຫະກິດໄຟຟ້າລາວເພື່ອ ສຶກສາວິທີການປັບປຸງຕາຂ່າຍສາຍສົ່ງແລະຈໍາໜ່າຍໄຟຟ້າແລະຮ່ວມມືກັບມະຫາວິທະ ຍາໄລທ້ອງຖິ່ນສອງແຫ່ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະ ນຸດ.

ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວທ່ານ Daniel A. Clune ແລະທ່ານ ວີຣະພົນ ວີຣະວົງ ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໄດ້ເປັນພະຍານໃນພິ ທີລົງນາມການເຊັນບົດບັນທຶກ ຫຼື MOU ທີ່ຫ້ອງການສໍານັກງານໃຫຍ່ຂອງບໍລິສັດລັດວິ ສາຫະກິດໄຟຟ້າລາວ. ທ່ານ Wouter Van Wersch ອໍານວຍການໃຫຍ່ ບໍລິສັດ GE ປະຈຳຂົງເຂດອາຊຽນ ໄດ້ເຊັນ MOU ຮ່ວມກັບທ່ານານບຸນອຸ້ມ ສີວັນເພັງ ອໍານວຍການ ໃຫຍ່ ແລະຜູ້ຈັດການຂອງລັດວິສາຫະກິດໄຟຟ້າລາວ. ໂດຍການຮ່ວມມືກັບບໍລິສັດ GE ລັດວິສາຫະກິດໄຟຟ້າລາວຈະສາມາດລົງທຶນເຂົ້າໃນຕາຂ່າຍໄຟຟ້າໃຫ້ເຮັດວຽກດີກວ່າ ເກົ່າແລະປັງປຸງການເຊື່ອມຕໍ່ກັບບັນດາປະເທດເພື່ອນບ້ານແລະກ້າວໂດດຂ້າມເຕັກໂນ ໂລຈີລຸ້ນເກົ່າ.

ບໍລິສັດ GE ເອງ ຍັງໄດ້ຕົກລົງ ໃຫ້ການສະໜັບສະໜູນແກ່ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລຊັບພະວິຊາ ເພື່ອສ້າງທັກສະໃຫ້ນັກຮຽນຂອງຕົນສາມາດຄຸ້ມຄອງລະ ບົບໄຟຟ້າທີ່ມີຄວາມສັບຊ້ອນຫຼາຍຂຶ້ນ. GE ຈະຊ່ວຍພັດທະນາການຝຶກອົບຮົມແລະຫຼັກ ສູດການສອນເພື່ອສ້າງຄວາມສາມາດໃຫ້ແຮງງານທ້ອງຖິ່ນຕອບສະໜອງການບໍລິການ ທີ່ກ່ຽວຂ້ອງກັບຂະແໜງພະລັງງານ.

ບໍລິສັດ GE ແລະລັດວິສາຫະກິດໄຟຟ້າລາວໄດ້ເຊັນສັນຍາ ໃນມື້ດຽວກັນ ກັບທີ່ປະທາ ນາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ. ທ່ານ ເປັນປະທານາທິບໍດີສະຫະລັດ ຄົນທຳອິດ ທີ່ເດີນທາງມາ ສປປ ລາວ. ທ່ານ ໂອບາມາ ໄດ້ພົບປະສຸດຍອດສອງຝ່າຍກັບທ່ານປະທານປະເທດ ບຸນຍັງ ວໍລະຈິດແລະພວກເຈົ້າ ໜ້າທີ່ອະວຸໂສຂອງລາວເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງສະຫະລັດແລະ ສປປ ລາວ.

XS
SM
MD
LG