ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ອົງການ FBI ຍົກໃຫ້ເຫັນວ່າ ການດໍາເນີນງານດ້ານພື້ນຖານໂຄງລ່າງທີ່ສໍາຄັນຂອງ ຈີນ ເປັນ 'ເກມຍຸຕິທໍາ' ສຳລັບປະຕິບັດການທາງໄຊເບີ


ແຟ້ມຮູບ-ຜູ້ອໍານວຍການໃຫຍ່ຂອງອົງການ FBI ທ່ານຄຣິສໂຕເຟີ ເວຣ, ເປັນພະຍານຕໍ່ຄະນະກໍາມະການສະພາສູງ ໃນນະຄອນຫຼວງວໍຊິງຕັນ, ວັນທີ 17 ພະຈິກ 2022. ໃນວັນທີ 18 ເມສາ 2024, ໃນນະຄອນນາສວີລ, ລັດເທນເນັສຊີ, ທ່ານກ່າວວ່າ ລັດຖະບານຈີນ ພະຍາຍາມເຈາະເຂົ້າໃນລະບົບພື້ນຖານໂຄງລ່າງຂອງສະຫະລັດ ເພື່ອໂຈມຕີທາງໄຊເບີ້.
ແຟ້ມຮູບ-ຜູ້ອໍານວຍການໃຫຍ່ຂອງອົງການ FBI ທ່ານຄຣິສໂຕເຟີ ເວຣ, ເປັນພະຍານຕໍ່ຄະນະກໍາມະການສະພາສູງ ໃນນະຄອນຫຼວງວໍຊິງຕັນ, ວັນທີ 17 ພະຈິກ 2022. ໃນວັນທີ 18 ເມສາ 2024, ໃນນະຄອນນາສວີລ, ລັດເທນເນັສຊີ, ທ່ານກ່າວວ່າ ລັດຖະບານຈີນ ພະຍາຍາມເຈາະເຂົ້າໃນລະບົບພື້ນຖານໂຄງລ່າງຂອງສະຫະລັດ ເພື່ອໂຈມຕີທາງໄຊເບີ້.

ຄວາມພະຍາຍາມຂອງແຮັກເກີ້ທີ່ເປັນເຄືອຂ່າຍຂອງຈີນ ເພື່ອແຊກຊຶມເຂົ້າລະບົບ ແລະເຄືອຂ່າຍຄອມພິວເຕີທີ່ດໍາເນີນງານອັນສໍາຄັນໃນຂະແໜງການເສດຖະກິດຂອງສະຫະລັດ, ໂດຍພຽງແຕ່ລໍຖ້າໂອກາດທີ່ຈະທໍາການໂຈມຕີເທົ່ານັ້ນ, ເບິ່ງຄືວ່າ ຈະເກີດຂຶ້ນກ່ອນການດໍາເນີນງານທາງໄຊເບີ້ຂອງຈີນ ທີ່ສົ່ງຜົນເຮັດໃຫ້ເກີດການເຕືອນໄພໂດຍເຈົ້າຫນ້າທີ່ ສະຫະລັດ ໃນຊ່ວງໄລຍະຂອງຕົ້ນປີນີ້.

ຜູ້ອໍານວຍການໃຫຍ່ອົງການສືບສວນ ແລະສອບສວນກາງຂອງສະຫະລັດ ຫຼື FBI ທ່ານຄຣິສໂຕເຟີ ເວຣ (Christopher Wray) ກ່າວໃນວັນພະຫັດວານນີ້ວ່າ ເປັນຄວາມພະຍາຍາມຂອງລັດຖະບານຈີນທີ່ຈະເຈາະເຂົ້າໄປໃນພື້ນຖານໂຄງລ່າງທີ່ສໍາຄັນຂອງສະຫະລັດ ເພື່ອຈຸດປະສົງກ່ຽວກັບການໂຈມຕີທາງໄຊເບີ້ ທີ່ເປັນໄປໄດ້ ທີ່ຍ້ອນກັບຄືນໄປກວ່າທົດສະວັດ.

ທ່ານ ເວຣ ກ່າວຕໍ່ບັນດາຜູ້ຮ່ວມຟັງໃນກອງປະຊຸມດ້ານຄວາມໝັ້ນຄົງ ຢູ່ທີ່ມະຫາວິທະຍາໄລແວນເດີບີລທ໌ (Vanderbilt), ໃນນະຄອນນາສວີລ, ລັດເທນເນັສຊີ ວ່າ “ພວກແຮັກເກີ້ທີ່ສະຫນັບສະຫນູນໂດຍຈີນເຫຼົ່ານັ້ນ ໄດ້ວາງຕໍາແໜ່ງໄວ້ລ່ວງຫນ້າ ເພື່ອການໂຈມຕີທາງໄຊເບີ້ທີ່ອາດເກີດຂຶ້ນໄດ້ຕໍ່ບໍລິສັດນ້ໍາມັນ ແລະອາຍແກັສທໍາມະຊາດຂອງສະຫະລັດ ໃນປີ 2011.”

ທ່ານ ເວຣ ກ່າວວ່າ “ມັນເຮັດໃຫ້ພວກແຮັກເກີ້ໃຊ້ເວລາທັງໝົດ 15 ນາທີ ເພື່ອລັກຂໍ້ມູນທີ່ກ່ຽວຂ້ອງກັບລະບົບການຄວບຄຸມ ແລະການຕິດຕາມກວດກາ, ໃນຂະນະທີ່ພວກເຂົາບໍ່ໄດ້ສົນໃຈຕໍ່ຂໍ້ມູນທີ່ກ່ຽວຂ້ອງກັບລະບົບການເງິນ ແລະດ້ານທຸລະກິດ, ເຊິ່ງເປັນການຊີ້ໃຫ້ເຫັນວ່າ ເປົ້າຫມາຍຂອງພວກເຂົາແມ່ນຮ້າຍແຮງກ່ວາການລັກເອົາຂໍ້ມູນທີ່ຈໍາເປັນກ່ຽວກັບລະບົບເສດຖະກິດ.”

ຫຼາຍໆອົງການຂອງສະຫະລັດ, ເຊິ່ງນໍາພາໂດຍອົງການ FBI ແລະອົງການຄວາມໝັ້ນຄົງທາງດ້ານໄຊເບີ້ ແລະພື້ນຖານໂຄງລ່າງ ຫຼື CISA, ໄດ້ອອກມາເຕືອນໃນເດືອນກຸມພາທີ່ຜ່ານມາວ່າ ພວກແຮັກເກີ້ທີ່ພົວພັນກັບກຸ່ມທີ່ເຊື່ອມໂຍງກັບຈີນ ເຊິ່ງຮູ້ຈັກກັນໃນອີກຊື່ວ່າ ໂວລທ໌ ທາຍຟູລ (Volt Typhoon) ໄດ້ເຂົ້າມາລີ້ຊ່ອນຢູ່ໃນລະບົບຄອມພິວເຕີ ແລະເຄືອຂ່າຍທີ່ສໍາຄັນຂອງລະບົບຄອມພິວເຕີມາແລ້ວເປັນເວລາຢ່າງຫນ້ອຍ 5 ປີ.

ໃນເວລານັ້ນ, ຜູ້ອໍານວຍການໃຫຍ່ຂອງ CISA ກ່າວວ່າ ການເຈາະເຂົ້າມາໃນລະບົບໂດຍຈີນ ທີ່ເຊື່ອມຕໍ່ກັບຂໍ້ມູນທີ່ສໍາຄັນກ່ຽວກັບການສື່ສານ, ພະລັງງານ, ນ້ໍາ ແລະ ນ້ໍາເປື້ອນຂອງສະຫະລັດ, ພ້ອມທັງພາກການຄົມມະນາຄົມຂົນສົ່ງຕ່າງໆນັ້ນ ເບິ່ງຄືວ່າຈະ “ຢູ່ໃນຈຸດທີ່ສູງທີ່ສຸດຂອງພູນໍ້າກ້ອນ.”

ແຕ່ໃນວັນພະຫັດວານນີ້ ທ່ານ ເວຣ ໄດ້ບອກຢ່າງແຈ່ມແຈ້ງວ່າ ຄວາມພະຍາຍາມຂອງຈີນທີ່ຈະລັກເຈາະເຂົ້າໄປໃນລະບົບຕ່າງໆ ແລະລີ້ຊ່ອນຢູ່ ໃນລະຫວ່າງລໍຖ້າການໂຈມຕີ, ເຊິ່ງທາງເຕັກນິກ ໄດ້ຮ້ອງສິ່ງດັ່ງກ່າວນີ້ວ່າ “ເປັນການດໍາລົງຊີວິດຢູ່ນອກປະເທດ,” ອັນເປັນສ່ວນນຶ່ງໃນຍຸດທະສາດທີ່ຍາວນານຂອງປັກກິ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG