ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ຄວາມສ່ຽງກ່ຽວກັບໄພອຶດຫິວ 'ເພີ້ມສູງຂຶ້ນ' ໃນຂົງເຂດກາຊາ ໂດຍສະເພາະ ພາກເໜືອ


ແຟ້ມຮູບ-ເດັກນ້ອຍພັດຖິ່ນຊາວປາແລັສໄຕນ໌ ລຽນແຖວເພື່ອຮັບອາຫານໃນເມືອງຣາຟາ, ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 19 ເມສາ 2024, ທ່າມກາງການຕໍ່ສູ້ລະຫວ່າງ ອິສຣາແອລ ແລະ ຮາມາສ.
ແຟ້ມຮູບ-ເດັກນ້ອຍພັດຖິ່ນຊາວປາແລັສໄຕນ໌ ລຽນແຖວເພື່ອຮັບອາຫານໃນເມືອງຣາຟາ, ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 19 ເມສາ 2024, ທ່າມກາງການຕໍ່ສູ້ລະຫວ່າງ ອິສຣາແອລ ແລະ ຮາມາສ.

ອິສຣາແອລ ໄດ້ດໍາເນີນບາດກ້າວອັນສໍາຄັນໃນບໍ່ເທົ່າໃດອາທິດທີ່ຜ່ານມາ ສໍາລັບການອະນຸຍາດໃຫ້ການຊ່ວຍເຫຼືອຕ່າງໆເຂົ້າໄປໃນຂົງເຂດກາຊາ, ອີງຕາມການກ່າວຂອງທູດພິເສດກ່ຽວກັບບັນຫາດ້ານມະນຸດສະທໍາຂອງສະຫະລັດ ໃນວັນອັງຄານວານນີ້, ແຕ່ວ່າ ຍັງມີວຽກງານທີ່ສຳຄັນອີກຫຼວງຫຼາຍທີ່ຈະຕ້ອງໄດ້ປະຕິບັດໃຫ້ສໍາເລັດ ເນື່ອງຈາກຄວາມສ່ຽງຂອງຄວາມອຶດຢາກຢູ່ໃນເຂດວົງລ້ອມນີ້ ແມ່ນສູງຫຼາຍ, ອີງຕາມລາຍງານຂອງອົງການຂ່າວ Reuters.

ທ່ານເດວິດ ຊັດເຕີ້ຟີລ (David Satterfield) ປະຕິເສດທີ່ຈະກ່າວ ວ່າວໍຊິງຕັນພໍໃຈກັບການເຄື່ອນໄຫວຕ່າງໆຂອງອິສຣາແອລ ຫຼື ບໍ່, ໃນບໍ່ເທົ່າໃດອາທິດຫຼັງຈາກປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ດໍາເນີນການຮຽກຮ້ອງໃຫ້ມີການປະຕິບັດງານເພື່ອຫຼຸດຜ່ອນວິກິດການທາງດ້ານມະນຸດສະທໍາຢູ່ໃນເຂດກາຊາ, ໂດຍທ່ານກ່າວວ່າ ເງື່ອນໄຂຕ່າງໆສາມາດຖືກກໍານົດໄດ້ກ່ຽວກັບການສະຫນັບສະຫນູນຂອງສະຫະລັດໃຫ້ແກ່ພັນທະມິດທີ່ໃກ້ຊິດອິສຣາແອລ ຖ້າຫາກວ່າພວກເຂົາບໍ່ປະຕິບັດຕາມບາດກ້າວທີ່ “ສະເພາະເຈາະຈົງ, ຈະແຈ້ງ ແລະ ເໝາະສົມ.”

ທ່ານ ຊັດເຕີ້ຟີລ ກ່າວຕໍ່ບັນດານັກຂ່າວວ່າ “ອິສຣາແອລໄດ້ເອົາບາດກ້າວທີ່ສຳຄັນໃນສອງອາທິດເຄິ່ງທີ່ຜ່ານມາ, ໂດຍຍັງມີອີກຫຼາຍວຽກງານທີ່ຈະຕ້ອງປະຕິບັດ. ແຕ່ກໍມີຄວາມຄືບຫນ້າ ແມ່ນໄດ້ລົງມືໄປແລ້ວ.”

ທ່ານກ່າວວ່າ ຄວາມສ່ຽງຂອງຄວາມອຶດຢາກໃນທົ່ວຂົງເຂດກາຊາ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກສົງຄາມ, ໂດຍສະເພາະຢູ່ໃນພາກເໜືອ ແມ່ນ “ສູງຫຼາຍ,” ໂດຍທ່ານໄດ້ຮຽກຮ້ອງໃຫ້ດໍາເນີນການຊ່ວຍເຫຼືອເພີ້ມເຕີມແກ່ຜູ້ທີ່ມີຄວາມຕ້ອງການຢູ່ໃນພາກສ່ວນນ້ອຍໆຂອງດິນແດນປາແລັສໄຕນ໌ທີ່ມີປະຊາກອນໜາແໜ້ນເຫຼົ່ານັ້ນ.

ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງມາດົນນານແລ້ວ ກ່ຽວກັບອຸປະສັກຕ່າງໆໃນການຮັບການຊ່ວຍເຫຼືອ ແລະແຈກຢາຍສິ່ງຂອງເຫຼົ່ານັ້ນໄປທົ່ວຂົງເຂດກາຊາໃນຊ່ວງໄລຍະເວລາ 6 ເດືອນ ນັບຕັ້ງແຕ່ອິສຣາແອລ ເລີ້ມຕົ້ນການໂຈມຕີທາງອາກາດ ແລະພາກພື້ນດິນ ໃສ່ກຸ່ມຫົວຮຸນແຮງອິສລາມຮາມາສທີ່ປົກຄອງຂົງເຂດກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG