ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ສະ​ຫະ​ພາບຢູ​ໂຣບ ພ້ອມ​ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດທີ່​ສຳ​ຄັນ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ຂະ​ນະ​ທີ່ ຮັງ​ກາ​ຣີ ກ່າວ​ຫາ​ກຸ່ມ​​ວ່າ "​ຂົ່ມ​ຂູ່"


Hungary Accuses EU of 'Blackmail' Ahead of Summit on Ukraine Aid
please wait

No media source currently available

0:00 0:03:22 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ບັນ​ດາ​ປະ​ມຸກ​ລັດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ຈະ​ພະ​ຍາ​ຍາມຊັກ​ຊວນ​ປະ​ເທດ ຮັງ​ກາ​ຣີ ໃຫ້​ຢຸດ​ກີດ​ກັ້ນ​ການ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ຢູ​ໂຣບຫຼາຍ​ພັນ​ລ້ານ​ໂດ​ລາ​ສຳ​ລັບ​ຢູ​ເຄ​ຣນ ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ພາສະ​ຫະ​ພາ​ບ​ຢູ​ໂຣບ ​ໃນ​ນະ​ຄອນ ຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ໃນ​ວັນ​ພະ​ຫັດ​ມື້ນີ້, ໃນ​ຂະ​ນະ​ທີ່ ກີ​ຢິບ ໄດ້​ເຕືອນ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ຈະ​ໝົດ​ລູກ​ປືນ ​ເພື່ອ​ຕໍ່​ສູ້​ກັບ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທ​ດ​ຂອງ​ກຸ່ມ, ທ່ານ ໂຈເຊັບ ບໍ​ແຣ​ລ, ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ເພີ່ມ​ເຕີ​ມ​ສຳ​ລັບ ກີ​ຢິບ ໃນ​ເວ​ລາ​ທີ່​ທ່ານ​ລົມ​ກັບ​ບັນ​ດາ​ນັກ​ຂ່າວ ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ເມື່ອ​ວັນ​ພຸດ​ວານນີ້.

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ “ຢູ​ເຄ​ຣນ ຕ້ອງ​ການ​ລູກ​ປືນ​ເພີ່ມ​ເຕີມ. ມັນ​ມີ​ຄວາມບໍ່​ດຸ່ນ​ດ່ຽງ​ທີ່​ໃຫຍ່ ​ໃນ​ຂະ​ໜາດ​ຂອງ​ອາ​ວຸດ​ຈາກ​ຝ່າຍ​ນຶ່ງ ​ແລະ​ອີກ​ຝ່າຍ​ອື່ນ, ແລະ ຊ່ອງ​ຫວ່າງນີ້​ ຕ້ອງ​ຖືກ​ເຕີມ​ເຕັມ. ແລະ ຍ້ອນ​ແນວນີ້ ​ສະ​ພານີ້​ຈະ​ເອົາ​ມາດ​ຕະ​ການ​ທີ່​ຂ້ອນ​ຂ້າງໃຫຍ່.”

ແນວ​ໃດ​ກໍ່​ຕາມ, ​ທຳ​ອິດສະ​ຫ​ະ​ພາບ​ຢູ​ໂຣບຕ້ອງຜ່ານ​ພົ້ນ​ຄວາມ​ແຕກ​ແຍກ​ພາຍ​ໃນ​ກ່ອນ. ຢູ່ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ພາ​ຄັ້ງ​ທີ່​ຜ່ານ​ມາ​ໃນ​ເດືອນ​ທັນ​ວາ​ແລ້ວນີ້, ຮັງ​ກາ​ຣີ ໄດ້​ຍັບ​ຢັ້ງ​ໂຄງ​ການ​ຊ່ວຍ​ເຫຼືອ​ສີ່​ປີ​ມູນ​ຄ່າ 54 ຕື້​ໂດ​ລາ​ສຳ​ລັບ ຢູ​ເຄ​ຣນ, ໂດຍ​ໂຕ້​ແຍ້ງວ່າ ​ເງິນ​ດັ່ງ​ກ່າວບໍ່​ຄວນ​ມາ​ຈາກ​ງົບ​ປະ​ມານ​ຂອງ​ກຸ່ມ, ໃນ​ຂະ​ນະ​ທີ່ ຢູ​ເຄ​ຣນ ບໍ່​ໄດ້​ແມ່ນ​ປະ​ເທດ​ສະ​ມາ​ຊິກ. ປະ​ເທດ​ສະ​ມາ​ຊິກ​ອື່​ນໆ 26 ປະ​ເທດ​ໄດ້​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ ​ໂຄງ​ການ​ຊ່ວຍ​ເຫຼືອ​ນັ້ນ.

ອ່ານ​ຂ່າວນີ້ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG