ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Bureaucracy ແປວ່າ ລະບົບການປົກຄອງ


Bureaucracy ແມ່ນລະບົບຂອງລັດຖະບານ ຫຼື ທຸລະກິດ ທີ່ມີກົດລະບຽບທີ່ຊັບຊ້ອນຫຼາຍອັນ, ແລະ ຜູ້ຄົນທີ່ດໍາເນີນການປົກຄອງຕ່າງໆທີ່ມີພິທີ ແລະຂັ້ນຕອນຫຼາຍອັນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

The United Nations Secretary-General has begun an effort to reform the international organization.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ເລີ້ມຕົ້ນຄວາມພະຍາຍາມທີ່ຈະປະຕິຮູບອົງການສາກົນດັ່ງກ່າວນີ້ຄືນໃໝ່.

BUREAUCRACY: BUREAUCRACY

At a United Nations meeting, President Trump urged member states to pass much-needed reforms.

ຢູ່ທີ່ກອງປະຊຸມສະຫະປະຊາຊາດ, ປະທານາທິບໍດີ ດໍໂນລ ທຣໍາ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຮັບຜ່ານການ​ປະຕິຮູບທີ່ມີຄວາມຈໍາເປັນດັ່ງກ່າວນີ້.

He said the United Nations should focus more on people and less on bureaucracy.

ທ່ານກ່າວວ່າ ອົງການສະຫະປະຊາຊາດ ຄວນໃສ່ໃຈໃນເລື້ອງຂອງມວນມະນຸດຫຼາຍກວ່າ ແລະໃສ່ໃຈໃນເລື້ອງ​ການປົກ​ຄອງ ໜ້ອຍ​ລົງ.

Bureaucracy is a system of government or business that has many complex rules.

Bureaucracy ແມ່ນລະບົບຂອງລັດຖະບານ ຫຼື ທຸລະກິດ ທີ່ມີກົດລະບຽບທີ່ຊັບຊ້ອນຫຼາຍອັນ.

In a bureaucracy, one can expect a lot of paperwork and wait times.

ໃນ​ການ​ປົກ​ຄອງ, ຄາດວ່າມີເອກະສານຈໍານວນຫຼາຍ ແລະ ເວລາໃນການລໍຖ້າຍາວນານ.

People working in bureaucracies are called bureaucrats.

ຜູ້ຄົນທີ່ດໍາເນີນງານໃນການ​ປົກ​ຄອງ​ຕ່າງໆ ແມ່ນເຈົ້າໜ້າທີ່ ທີ່ມີພິທີ ແລະຂັ້ນຕອນຫຼາຍອັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG