ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ “Nickel and dimed” ແປວ່າ “ໄລ່ເງິນຄ່ານັ້ນຄ່ານີ້ ແບບບໍ່ຍຸດຕິທຳ, ໄລ່ເງິນສຳລັບສິ່ງເລັກໆນ້ອຍໆ ແບບບໍ່ຍຸດຕິທຳ”


ຮຽນພາສາອັງກິດ ໃນນຶ່ງນາທີ “Nickel and dimed” ແປວ່າ “ໄລ່ເງິນຄ່ານັ້ນຄ່ານີ້ ແບບບໍ່ຍຸດຕິທຳ, ໄລ່ເງິນສຳລັບສິ່ງເລັກໆນ້ອຍໆ ແບບບໍ່ຍຸດຕິທຳ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A nickel is worth five cents, and a dime is worth ten. But what does the phrase nickel and dimed mean?

ນຶ່ງ Nickel ແມ່ນມີຄ່າເທົ່າ 5 ເຊັນ, ແລະ ນຶ່ງ dime ແມ່ນມີຄ່າເທົ່າ 10 ເຊັນ. ແຕ່ ສຳນວນທີ່ວ່າ nickel and dimed ມີຄວາມໝາຍແນວໃດ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບ ແດນ ລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາ ເຂົ້າໃຈສຳນວນນີ້ຫຼາຍຂຶ້ນ.

Anna: Dan, do you want to get pizza? I’m craving Pete’s Pizza Palace.

ອານນາ: ແດນ, ເຈົ້າຢາກກິນພິຊຊ່າບໍ່? ຂ້ອຍກຳລັງຢາກກິນ ພິຊຊ່າຂອງຮ້ານ Pete’s Pizza Palace.

Dan: Pete’s is good, but they always nickel and dime you. The last time I ate there, I have to pay for extra napkins!

ແດນ: ພິຊຊ່າ ຮ້ານພີທ ດີ, ແຕ່ ພວກເຂົາ ມັກຈະໄລ່ເງິນເຈົ້າ ສຳລັບສິ່ງເລັກໆນ້ອຍໆ. ເທື່ອຫຼ້າສຸດ ທີ່ຂ້ອຍກິນຢູ່ນັ້ນ, ຂ້ອຍຕ້ອງໄດ້ຈ່າຍຄ່າເຈ້ຍອະນາໄມເພີ້ມ !

Anna: what? But I love Pete’s. I know, I’ll bring napkins !

ອານນາ: ແມ່ນຫຍັງເກາະ ? ແຕ່ຂ້ອຍມັກພິຊຊ່າຮ້ານພີທ. ຂ້ອຍຮູ້ລະ, ຂ້ອຍຈະເອົາເຈ້ຍອະນາໄມໄປນຳ !

If you are being nickel and dimed, a business is unfairly charging you extra money for small things or services. Dan feels nickel and dimed at Pete’s, and it sounds like he is right to feel that way !

ຖ້າເຈົ້າກຳລັງຖືກໄລ່ເງິນ ກັບສິ່ງເລັກໆນ້ອຍໆ, ທຸລະກິດນັ້ນ ກຳລັງຮຽກເກັບເງິນ ຢ່າງບໍ່ຍຸດຕິທຳ ສຳລັບສິ່ງຂອງ ຫຼືບໍລິການເລັກໆນ້ອຍໆ. ແດນ ຮູ້ສຶກຖືກໄລ່ເງິນກັບສິ່ງເລັກໆນ້ອຍໆ ຢູ່ທີ່ຮ້ານພີທ, ແລະ ມັນຟັງເບິ່ງຄືວ່າລາວຮູ້ສຶກຖືກຕ້ອງແລ້ວ !

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG