ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ໜ່ວຍປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ເລີ້ມເປີດແລ້ວ ທີ່ປະເທດ Togo


ປະທານາທິບໍດີ ປະເທດ togo ທ່ານ Faure Gnassingbe ກຳລັງ​ປ່ອນບັດ.
ປະທານາທິບໍດີ ປະເທດ togo ທ່ານ Faure Gnassingbe ກຳລັງ​ປ່ອນບັດ.

ໜ່ວຍ​ປ່ອນ​ບັດຕ່າງໆ ​ເລີ້ມ​ເປີດ​ແລ້ວ ໃນ​ວັນ​ເສົາ​ມື້​ນີ້ ​ໃນ​ການ​
ເລືອກ​ຕັ້ງ​ປະທາ ນາທິບໍດີຂອງປະ​ເທດ Togo.

ປະທານາທິບໍດີ Faure Gnassingbe ກຳລັງ​ຊອກ​ຫາ​ຊ່ອງ
ທາງເພື່ອຢາກເຂົ້າ ຮັບຕຳແໜ່ງ ຕື່ມອີກ​ຫ້າປີ ເປັນສະໄໝທີ
ສາມ ທີ່​ຈະ​ເຮັດ​ໃຫ້​ຄອບຄົວ​ຂອງ​ທ່ານ ຄອງ​ອຳນາດ​ເປັນ​ເວ
ລາ​ເກືອບ 50 ປີ. ທ່ານ​ເລີ້ມເຂົ້າ​ກຳ​ຕຳ​ແໜ່​ງ​ໃນ​ປີ 2005 ຫລັງ​
ຈາກ​ການເຖິງແກ່ອະສັນຍະກຳ ບິດາຂອງ​ທ່ານ ຄື​ທ່ານ
Gnassingbe Eyadema ຜູ້​ທີ່​ໄດ້​ປົກຄອງ​ອະ​ດີດຫົວ​ເມືອງ​
ຂື້ນ​ຂອງຝຣັ່ງ ​ເປັນ​ເວລາ 38 ປີ.

ຜູ້ນຳ​ຝ່າຍ​ຄ້ານ ທ່ານ Jean-Pierre Fabre ​ທີ່​ໄດ້ເຂົ້າແຂ່ງຂັນ​ເປັນປະທານາ ທິບໍດີ
​ໃນການ​ເລືອກ​ຕັ້ງ​ແລ້ວ​ນີ້ ຄາດ​ວ່າຈະ​ໄດ້ຮັບຄະແນນຫຼາຍເປັນ​ທີສອງ ​ໃນ ​ການ​ປ່ອນ
ບັດເລືອກຕັ້ງປະທານາທິບໍດີທີ່ມີແຕ່ຮອບດຽວເທົ່ານັ້ນ.

ບັນດາກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ຕິຕຽນປະ​ເທດ Togo ​ໃນ​ການ​ໃຊ້​ຄວາມຮຸນ​ແຮງ
ຕໍ່​ພວກ​ປະ​ທ້ວງ.

ບັນດາ​ຜູ້​ສັງ​ເກດ​ການປ່ອນ​ບັດ​ຫລາຍ​ຮ້ອນ​ຄົນ ​ໄດ້​ພາກັນ​ເດີນທາງໄປ​ຕິດຕາມ ເບິ່ງ
ການ​ເລືອກ​ຕັ້ງ​ໃນ Togo. ມີປະມານ 3 ລ້ານ 5 ​ແສນ​ຄົນ ​ໄດ້​ໄປລົງທະ ບຽນ​ປ່ອນ​ບັດ ຊຶ່ງປະກອບເປັນແຕ່ພຽງ​ເຄິ່ງນຶ່ງ​ຂອງ​ປະຊາຊົນ Togo ເທົ່ານັ້ນ.

Polls opened Saturday in Togo for its presidential election.

President Faure Gnassingbe is seeking a third five-year term, which would keep his family in power for nearly 50 years. He assumed office in 2005 upon the death of his father, Gnassingbe Eyadema, who ruled the former French colony for 38 years.

Opposition leader Jean-Pierre Fabre, who also ran for president in the last election, is expected to come in second in the single-round presidential poll.

Rights groups have criticized Togo for using violence against protesters.

Hundreds of election observers have descended on Togo to monitor the election.Some 3.5 million people are registered to vote, representing half of Togo's population.

XS
SM
MD
LG