ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ປະຊາຊົນ ອີຈິບ ໄປລົງຄະແນນສຽງ ໃນການ ເລືອກຕັ້ງ ລັດຖະສະພາ


ແມ່ຍິງ ອີຈິບ ຄົນໜຶ່ງປ່ອນບັດ ໃນການເລືອກຕັ້ງລັດຖະສະພາ ຮອບທຳອິດ ທີ່ໜ່ວຍເລືອກຕັ້ງໃນເມືອງ Giza ນະຄອນຫຼວງ Cairo, 18 ຕຸລາ, 2015.
ແມ່ຍິງ ອີຈິບ ຄົນໜຶ່ງປ່ອນບັດ ໃນການເລືອກຕັ້ງລັດຖະສະພາ ຮອບທຳອິດ ທີ່ໜ່ວຍເລືອກຕັ້ງໃນເມືອງ Giza ນະຄອນຫຼວງ Cairo, 18 ຕຸລາ, 2015.

ການ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງສຳລັບສະພາ​ໃໝ່​ ທີ່​ໄດ້​ລໍຖ້າ​ມາ​ດົນ​ນານ ​ໄດ້ໄຂ​ຂຶ້ນໃນ​ວັນ​ອາທິດມື້​ນີ້ໃນ​ເຄິ່ງໜຶ່ງຂອງ ຈຳນວນ​ແຂວງ​ທົ່ວ​ປະ​ເທດ​ ອີ​ຈິບ. ​ໃນ​ຂະນະ​ທີ່​ລັດຖະບານ ​ເຮັດ​ວຽກ​ເພື່ອ​ສຳ​ເລັດແຜນການໄປສູ່​ປະຊາທິປະ​ໄຕ​ ເຊິ່ງ​ໄດ້​ປະ​ຕິ​ບັດ​ຂຶ້ນ ​ຫຼັງ​ຈາກ​ການ​ຂັບ​ໄລ່​ປະທານາທິບໍດີ Mohammed Morsi ອອກ​ຈາກ​ຕຳ​ແໜ່​ງ.

ຂັ້ນ​ຕອນ​ທຳ​ອິດ​ຂອງ​ການ​ເລືອກ​ຕັ້ງລວມມີ 14 ​ແຂວງ​ສຳລັບ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາ​ທິດມື້​ນີ້ ​ແລະ ວັນ​ຈັນ​ມື້​ອື່ນ, ​ແລະ ​ເຂດ​ທີ່​ເຫຼືອ​ແມ່ນ​ຈະໄດ້​ໄປ​ເລືອກ​ຕັ້ງ​ ໃນ​ຕົ້ນ​ຂອງ​ເດືອນ​ທັນວາທີ່​ຈະ​ມາ​ເຖິງ​ນີ້. ປະຊາຊົນ ອີ​ຈິບ ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ກໍ​ໄດ້​ມີ​ໂອກາດ ໃນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ເສົາ​ວານ​ນີ້.

ປະຊາຊົນ ອີຈິບ ລຽນແຖວລໍຖ້າປ່ອນບັດເລືອກຕັ້ງ ຢູ່ນອກສະຖານີ ການເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງລັດຖະສະພາ ໃນເມືອງ Alexandria, 18 ຕຸລາ, 2015.
ປະຊາຊົນ ອີຈິບ ລຽນແຖວລໍຖ້າປ່ອນບັດເລືອກຕັ້ງ ຢູ່ນອກສະຖານີ ການເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງລັດຖະສະພາ ໃນເມືອງ Alexandria, 18 ຕຸລາ, 2015.

ຜູ້ນຳ​ຄົນ​ປັດຈຸ​ບັນ ທ່ານ Abdel Fattah el-Sissi ​ໄດ້​ນຳ​ໜ້າ​ຄວາມ​ພະຍາຍາມ​ເພື່ອ​ໂຄ່ນ​ອຳນາດ​ທ່ານ Morsi ​ໃນ​ປີ 2013, ປະ​ທາ​ນາ​ທິບໍດີ​ຄົນ​ທຳ​ອິດ ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ຢ່າງ​ເປັນ​ປະ​ຊາ​ທິປະໄຕ ​ເຊິ່ງ​ໄດ້​ນຳເອົາ​ທະຫານ​ທີ່​ໜູນ​ຫຼັງ​ໂດຍ​ລັດຖະບານ​ຊົ່ວຄາວ ດ້ວຍ​ຄຳ​ສັນຍາ​ວ່າ​ຈະ​ສ້າງຕັ້ງ​ລັດຖະທຳ​ມະນູນ​ໃໝ່ ​ແລະ ການ​ເລືອກ​ຕັ້ງເອົາ​ປະທານາທິບໍດີ​ຄົນ​ໃໝ່ ​ແລະ ສະພາ​ແຫ່ງ​ຊາດຂຶ້ນ.

ລັດຖະທຳມະນູນ ​ໄດ້​ຖືກ​ຮັບຮອງ​ໃນເດືອນ​ມັງກອນ 2014 ທີ່​ຜ່ານ​ມາ ​ແລະ ທ່ານ Sissi ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ 4 ​ເດືອນ​ຕໍ່​ມາ. ປະ​ເທດ ອີ​ຈິບ ບໍ່​ໄດ້​ມີ​ສະພາ​ຕັ້ງ​ແຕ່​ເດືອນ
ມິ​ຖຸນາ ປີ 2012 ​ເປັນ​ຕົ້ນມາ ເມື່ອ​ສານ​ໄດ້​ຍຸບ​ອົງ​ກອນ​ທີ່​ຖືກ​ຄວບ​ຄຸມໂດຍ​ ພັກ​ພະລາດອນ ພາບ​ມຸສລິ​ມຂອງ​ທ່ານ Morsi, ເຊິ່ງເປັນ​ກຸ່ມ​ທີ່​ຕອນ​ນີ້​ຖືກ​ຫ້າມ ​ແລະ ຕີ​ກາໃສ່​ວ່າເປັນ​ອົງ​ກອນ​ກໍ່​ການ​ຮ້າຍນັ້ນ.

Yemen Election
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG