ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມີຂໍ້ສົງໄສວ່າ ຈີນ ມີຄວາມພ້ອມທີ່ຈະບຸກລຸກ ໄຕ້ຫວັນ ພາຍໃນປີ 2027 ໄດ້ຫຼືບໍ່


ແຟ້ມພາບ - ໃນພາບນີ້ທີ່ເປີດເຜີຍ ໂດຍ ອົງການຂ່າວ ຊິນຫົວ (Xinhua News Agency), ໃຫ້ເຫັນເຮືອບິນລົບຈີນ J-15 ກຽມຈະບິນຂຶ້ນຈາກກຳປັ່ນບັນທຸກເຮືອບິນ ໃນລະຫວ່າງການຊ້ອມລົບຢູ່ອ້ອມແອ້ມ ເກາະໄຕ້ຫວັນ ໂດຍກອງທັບປົດປ່ອຍປະຊາຊົນຈີນ, ວັນທີ 9 ເມສາ 2023.
ແຟ້ມພາບ - ໃນພາບນີ້ທີ່ເປີດເຜີຍ ໂດຍ ອົງການຂ່າວ ຊິນຫົວ (Xinhua News Agency), ໃຫ້ເຫັນເຮືອບິນລົບຈີນ J-15 ກຽມຈະບິນຂຶ້ນຈາກກຳປັ່ນບັນທຸກເຮືອບິນ ໃນລະຫວ່າງການຊ້ອມລົບຢູ່ອ້ອມແອ້ມ ເກາະໄຕ້ຫວັນ ໂດຍກອງທັບປົດປ່ອຍປະຊາຊົນຈີນ, ວັນທີ 9 ເມສາ 2023.

ເຈົ້າໜ້າທີ່ສືບລັບອາ​ວຸ​ໂສຂອງສະຫະລັດທ່ານ​ນຶ່ງ ກຳລັງຕັ້ງຂໍ້ສົງໄສຕໍ່ຄວາມ ສາມາດຂອງຈີນ ທີ່ອາດຈະປະ​ສົບ​ຄວາມ​ສຳ​ເລັດ ຕາມແຜນການໃນການເຕົ້າ ໂຮມເອົາໄຕ້ຫວັນ ເຂົ້າມາຮ່ວມກັນເປັນຈີນດຽວ ດ້ວຍການ​ໃຊ້ກຳລັງ ໂດຍ​ຂີດເສັ້ນຕາຍທີ່ຕົນເອງໄດ້​ກຳ​ນົດ​ໄວ້ນັ້ນ.

ເຈົ້າໜ້າທີ່ກອງ​ທັບ ສະ​ຫະ​ລັດ ແລະ ການສືບລັບຫຼາຍທ່ານ ໄດ້ໃຫ້ການຢ່າງ ເປີດເຜີຍໃນບໍ່ເທົ່າໃດປີທີ່​ຜ່ານມານີ້ ວ່າ ເອກະສານຕ່າງໆກ່ຽວກັບແຜນການ ຂອງປັກກິ່ງເອງ ສະແດງໃຫ້ເຫັນປະທານປະເທດຈີນ ສີ ຈິ້ນຜິງ ໄດ້ສັ່ງການ ໃຫ້ກອງທັບຂອງຈີນ ກຽມພ້ອມເຂົ້າຍຶດເອົາໄຕ້ຫວັນ ດ້ວຍກຳລັງ ຖ້າຫາກ ຄວາມພະຍາຍາມໃນການເຕົ້າໂຮມເອົາເກາະດັ່ງກ່າວ ດ້ວຍວິທີທາງອື່ນໆນັ້ນ ບໍ່ສຳເລັດ.

ພວກເພິ່ນຍັງໄດ້ກ່າວວ່າ ຄວາມພະຍາຍາມໃນການຂະຫຍາຍ ແລະປັບ​ປຸງ ກອງທັບຂອງຈີນ ໃຫ້ທັນສະໄໝແບບບໍ່ເຄີຍມີມາກ່ອນນັ້ນ ແມ່ນສອດຄ່ອງກັບ ຄຳສັ່ງໃຫ້ມີແຜນການບຸກລຸກທີ່ພ້ອມຈະດຳເນີນການພາຍໃນປີ 2027 ເປັນຢ່າງ ຊ້າທີ່ສຸດ.

ແຕ່ທ່ານ ເດບ ແຟຣເດີຣິກ (Dave Frederick) ຜູ້ຊ່ວຍຮອງອຳນວຍການທີ່​ຮັບ​ຜິດ​ຊອບສຳລັບຈີນ ຂອງອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ບໍ່ແນ່ໃຈວ່າ ພວກເຂົາຈະສາມາດປະຕິບັດຕາມເສັ້ນຕາຍນັ້ນໄດ້ຫຼືບໍ່.

“ມັນເປັນເປົ້າໝາຍທີ່ກະຕືລືລົ້ນຫຼາຍ, ສະນັ້ນ ຂ້າພະເຈົ້າບໍ່ສາ​ມາດຄາດຄະເນໄດ້ ກຽວກັບວ່າ ພວກເຂົາເຮັດໄດ້ ຫຼືບໍ່” ທ່ານແຟຣເດີຣິກ ໄດ້ກ່າວ ຢູ່ທີ່ກອງປະຊຸມດ້ານຄວາມໝັ້ນຄົງ ໃນນະຄອນແນສວີລ ຂອງລັດ ເທັນເນສຊີ. ທ່ານກ່າວຕື່ມວ່າ ຈີນ “ຍັງຄົງສຸມໃສ່ເປົ້າໝາຍຄວາມ​ສາ​ມາດປີ 2027” ແຕ່ກໍຍັງມີອຸປະສັກຕ່າງໆຢູ່.

ນຶ່ງໃນຄວາມທ້າທາຍທັງຫຼາຍເຫຼົ່ານັ້ນ ທ່ານກ່າວວ່າ ແມ່ນຄວາມສາມາດຂອງ ກອງທັບຈີນ ທີ່ຈະເຄື່ີອນກຳລັງທະຫານຂຶ້ນເກາະໄຕ້ຫວັນ.

ການຍົກພົນຂຶ້ນບົກທາງທະເລ “ຈະເປັນບັນຫາຄວາມທ້າທາຍທາງດ້ານການ ທະຫານແທ້ໆເລີຍສຳລັບພວກເຂົາ” ທ່ານແຟຣເດີຣິກ ໄດ້ກ່າວ. ທ່ານກ່າວຕໍ່ ໄປວ່າ “ເປັນບັນຫາດ້ານການທະຫານທີ່ຍາກຫຼາຍສຳລັບພວກເຂົາ ທີ່ຈະປະຕິ ບັດໄດ້.”

A senior U.S. intelligence official is casting doubt on China’s ability to make good on plans to possibly reunify Taiwan by force by its self-imposed deadline.

Various U.S. military and intelligence officials have testified publicly in recent years that Beijing’s own planning documents show President Xi Jinping has ordered the Chinese military to be ready to take Taiwan by force should efforts to reunify the island by other means fail.

They also have said China’s unprecedented military modernization and expansion efforts have been in line with the order to have an invasion plan ready to go by 2027 at the latest.

But Dave Frederick, the U.S. National Security Agency’s assistant deputy director for China, is not sure they can meet that deadline.

"It's a pretty ambitious goal, so [I] won't make any predictions on whether they hit it or not," Frederick said at a security conference in Nashville, Tennessee. He added that China “remains focused on that 2027 capabilities” goal but that obstacles remain.

FILE - A screen broadcasts news footage of a Navy Force vessel taking part in military drills by the Eastern Theatre Command of China's People's Liberation Army around Taiwan, in a shopping area in Beijing, Aug. 19, 2023.
FILE - A screen broadcasts news footage of a Navy Force vessel taking part in military drills by the Eastern Theatre Command of China's People's Liberation Army around Taiwan, in a shopping area in Beijing, Aug. 19, 2023.

One of those challenges, he said, is the ability of China’s military to land troops on the island of Taiwan.

An amphibious landing “would be a really, really challenging military problem for them,” Frederick said. “[A] very difficult military problem for them to pull off.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG