ບັນດາສະມາຊິກ ທີ່ຍັງມີຊີວິດຂອງ ໜ່ວຍ Doolittle Raid ທີ່ໄປຖິ້ມລະເບີດລົງໃສ່ກຸງໂຕກຽວເທື່ອທຳອິດໃນປາງສົງຄາມໂລກຄັ້ງທີ່ສອງ ໄດ້ເຕົ້າໂຮມກັນ ຢູ່ທີ່ຫໍພິພິດທະພັນແຫ່ງຊາດຂອງກອງທັບອາກາດ ເມື່ອວັນເສົາວານນີ້ ເພື່ອດື່ມເພື່ອເປັນກຽດເທື່ອສຸດທ້າຍແກ່ເພື່ອນທະຫານ ທີ່ເສຍຊີວິດໄປ ໃນຄາວນັ້ນ.
ປະຊາຊົນຫຼາຍຮ້ອຍຄົນ ພາກັນຊົມ ສະມາຊິກສາມ ໃນຈໍານວນສີ່ຄົນຂອງ ພວກທີ່ຍັງມີຊີວິດຢູ່ ຂອງກຸ່ມ Doolittle Raiders ຄື ພັນໂທ Richard Cole, ພັນໂທ Edward Saylor ແລະຈ່າເອກ David Thatcher ຊຶ່ງ ທັງສາມທ່ານນີ້ ຢູ່ໃນໄວ 90 ປີໄດ້ຍົກ ເຫຼົ້າໂກຍັກ ປີ 1896 ຂຶ້ນດື່ມດ້ວຍ ຈອກເງິນພິເສດ.
ເຫຼົ້າ Cognac ໄດ້ຖືກມອບເປັນກຽດໃນໂອກາດດັ່ງກ່າວ ຈາກມື້ລາງຜູ້ບັນຊາການ ພົນຕີີ James Doolittle ທີ່ເກີດໃນປີ 1896. ສ່ວນຜູ້ທີ່ຍັງມີຊີວິດຄົນທີ່ສີ່ ຄື ພັນໂທ Robert Hite ບໍ່ສາມາດມາຮ່ວມໃນພິທີດັ່ງກ່າວນີ້ໄດ້ ຍ້ອນບັນຫາສຸຂະພາບ.
ກຸ່ມ Doolittle Raiders 80 ຄົນທີ່ທໍາການໂຈມຕີທາງອາກາດຕໍ່ຍີ່ປຸ່ນ ເມື່ອປີ 1942 ໄດ້ສ້າງຄວາມຫາຍແກ່ກຸງໂຕກຽວບໍ່ຮ້າຍແຮງປານໃດກໍຈິງ ແຕ່ກໍໄດ້ຮັບການຮັບຮູ້ວ່າ ເປັນສິ່ງຊ່ວຍກະຕຸ້ນກໍາລັງໃຈຊາວອາເມຣິກັນ ຈາກສະພາບການຢູ່ໃນຈຸດທີ່ຕົກຕໍ່າລົງໄປແລະໄດ້ທໍາລາຍຄວາມຮູ້ສຶກທີ່ບໍ່ໃຜສາມາດເອົາຊະນະຂອງຍີ່ປຸ່ນນັ້ນໄດ້.