ລິ້ງ ສຳຫລັບເຂົ້າຫາ

ບັນດາຜູ້ໃຫ້ ການຊ່ວຍເຫຼືອ ເນັ້ນໜັກ 4 ຂົງເຂດ ສຳລັບ ແຜນການ ພັດທະນາ 2016 - 2020


ກອງປະຊຸມໂຕະມົນຄັ້ງທີ 11 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ກອງປະຊຸມໂຕະມົນຄັ້ງທີ 11 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເນັ້ນໜັກໃຫ້ ຄວາມສຳຄັນ ເປັນພິເສດໃນ 4 ດ້ານທີ່ກ່ຽວກັບແຜນການພັດທະ ນາທາງເສດຖະກິດ-ສັງຄົມ ແຫ່ງຊາດ ລາວ ໃນຊ່ວງປີ 2016-2020

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດ ເປີດເຜີຍວ່າບັນດາປະເທດ ແລະ ອົງການສາ ກົນທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໄດ້ຖະແຫຼງການຮ່ວມທີ່ກ່ຽວກັບກອງປະຊຸມໂຕະມົນ ລະດັບສູງຄັ້ງທີ 12 ຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນ ມານີ້ ໂດຍເນັ້ນໜັກໃຫ້ຄວາມສຳຄັນ ເປັນພິເສດໃນ 4 ດ້ານທີ່ກ່ຽວກັບແຜນການ ພັດທະນາທາງເສດຖະກິດ ແລະ ສັງຄົມແຫ່ງ ຊາດລາວ ໃນໄລຍະຈາກປີ 2016 ຫາ 2020.

ໂດຍທັງ 4 ດ້ານປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ ແລະ ການເຕີບໂຕທີ່ ສົມສ່ວນ ແລະ ຍືນຍົງ ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ ການນຳໃຊ້ຊັບ ພະຍາກອນທຳມະຊາດຢ່າງຍືນຍົງ ແລະ ການອະນຸລັກ ສິ່ງແວດລ້ອມທຳມະຊາດຢ່າງມີປະ ສິດທິຜົນ ພາຍໃຕ້ເປົ້າໝາຍເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ນັ້ນເອງ.

ທາງດ້ານທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າ ການຕ່າງ ປະເທດ ໃຫ້ການຢືນຢັນວ່າກອງປະຊຸມໂຕະມົນ (Round Table Meeting) ລະຫວ່າງ ລັດ ຖະບານ ລາວ ກັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອ ແກ່ລາວ ແລະ ອົງການສະຫະປະຊາ ຊາດເພື່ອການພັດທະນາ (UNDP) ນັບຕັ້ງ ແຕ່ປີ 1983 ເປັນຕົ້ນມາໄດ້ປະກອບສ່ວນຢ່າງ ສຳຄັນເຂົ້າໃນການພັດທະນາ ໃນທຸກໆດ້ານ ທີ່ມີເປົ້າໝາຍເພື່ອຫຼຸດຜ່ອນບັນຫາຄວາມຍາກ ຈົນຂອງປະຊາຊົນ ລາວ.

ໂດຍຈະເຫັນໄດ້ຈາກອັດຕາສະເລ່ຍຄວາມຍາກຈົນຂອງປະຊາຊົນ ລາວ ທີ່ໄດ້ຫຼຸດລົງຢ່າງ ຕໍ່ເນື່ອງຊຶ່ງກໍຄືຫຼຸດລົງຈາກ 48 ເປີເຊັນ ຂອງຈຳນວນປະຊາກອນທັງ ໝົດໃນປີ 1992 ເປັນ 27.6 ເປີເຊັນໃນປີ 2008, 20.5 ເປີເຊັນ ໃນປີ 2013 ແລະ 17 ເປີເຊັນໃນປີ 2015 ນີ້ໂດຍ ລັດຖະບານຂອງບັນດາປະເທດຄູ່ຮ່ວມ ພັດທະນາຂອງລັດຖະບານລາວ ໄດ້ໃຫ້ການຊ່ວຍ ເຫຼືອແກ່ ລາວ ເພີ່ມຂື້ນຢ່າງຕໍ່ເນື່ອງເຊັ່ນດຽວກັນກໍຄືເພີ່ມຂຶ້ນຈາກ 178 ລ້ານໂດລາໃນປີ 1991 ເປັນ 795 ລ້ານ ໂດລາໃນປີ 2013 ຫາ 2014.

ແຕ່ຢ່າງໃດກໍຕາມກະຊວງແຜນການ ແລະ ການລົງທຶນ ກໍໄດ້ລາຍງານການປະເມີນຮ່ວມກັນ ຂອງລັດຖະບານ ລາວ ກັບ UNDP ກ່ຽວກັບການຈັດຕັ້ງປະຕິບັດ ແຜນການພັດທະນາເສດ ຖະກິດ ແລະ ສັງຄົມໃນ ລາວ ນັບແຕ່ປີ 2011 ເຖິງປະຈຸ ບັນນີ້ວ່າລັດຖະບານ ລາວ ຈະບໍ່ສາ ມາດບັນລຸເປົ້າໝາຍສະຫັດສະວັດຂອງການ ພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ ໄດ້ຕົກລົງໄວ້ກັບ UNDP.

ໂດຍທັງ 6 ດ້ານດັ່ງກ່າວນີ້ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸຕ່ຳກວ່າ 5 ປີຍັງ ມີສ່ວນສູງ ແລະ ນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບ ຕໍ່ການຮຽນຈົນຈົບຊັ້ນ ປະຖົມປີທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງ ເດັກນ້ອຍອາຍຸຕ່ຳກວ່າ 1 ປີຍັງ ສູງ ອັດຕາການຕາຍຂອງແມ່ນຍິງຂະນະຖືພາກໍຍັງສູງ ສ່ວນການເພີ່ມອັດຕາການປົກຫຸ້ມ ຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິ ບັດໄດ້ໃນພື້ນທີ່ຢ່າງຈຳກັດ.

ທາງດ້ານທ່ານນາງ ຄຳແສງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງ ສາທາລະນະ ສຸກ ຍອມຮັບວ່າເດັກນ້ອຍ ລາວ ທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍ ນ້ຳນົມແມ່ນນັບຕັ້ງແຕ່ ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນຍັງຄິດເປັນອັດຕາສະ ເລ່ຍພຽງແຕ່ 40 ເປີເຊັນເທົ່ານັ້ນ ດັ່ງ ທີ່ທ່ານນາງໄດ້ຢຶນຢັນວ່າ

“ລ້ຽງລູກດ້ວຍນົມແມ່ຢ່າງດຽວນີ້ນະ ແຕ່ມື້ເກີດຮອດ 6 ເດືອນນີ້ ດຽວນີ້ເຮົາໄດ້ 40 ເປີເຊັນ ນີ້ແມ່ນຍັງຕ່ຳໂພດ ເຮົາຕ້ອງໄດ້ບືນຕື່ມ ເພີ່ນໄດ້ເຮັດການຄົ້ນຄວ້າ ແລະ ສົມທຽບກັນແລ້ວເຫັນວ່າເດັກນ້ອຍທີ່ບໍ່ໄດ້ຖືກລ້ຽງດ້ວຍນ້ຳນົມແມ່ຫັ້ນນະລະແມ່ນ ມີຄວາມສ່ຽງຕໍ່ການຕາຍຍ້ອນພະຍາດຖອກທ້ອງ 7 ເທົ່າ ແລ້ວກະມີຄວາມສ່ຽງຕໍ່ ການຕາຍຍ້ອນພະຍາດອັກເສບປອດ 5 ເທົ່າ.”

ນອກຈາກນັ້ນ ກໍຍັງມີບັນຫາທ້າທາຍ ກ່ຽວກັບ ອັດຕາການເສຍຊີວິດຂອງແມ່ຍິງ ໃນຂະນະຖື ພາທີ່ເຖິງແມ່ນວ່າອັດຕາການເສຍຊີວິດຈະຫຼຸດລົງຈາກ 650 ໃນທຸກໆ ໜຶ່ວແສນຄົນໃນປີ 1995 ມາເປັນ 339 ຄົນກໍຕາມ ແຕ່ວ່າການທີ່ຈະບັນລຸໃຫ້ໄດ້ ເຖິງ 260 ຄົນໃນທຸກໆໜຶ່ງແສນ ຄົນພາຍໃນປີ 2015 ນີ້ກໍນັບເປັນບັນຫາທີ່ຍາກ ຢ່າງຍິ່ງ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG