ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກນັກດຳນ້ຳ ອິນໂດເນເຊຍ ພວມຊອກຫາ ເຄື່ອງບັນທຶກ ຂໍ້ມູນ ສາຍການບິນ AirAsia


ຫົວໜ້າກອງທັບ ອິນໂດເນເຊຍ ນາຍພົນ Moeldoko,(ຊ້າຍ) ກ່າວຕໍ່ພວກນັກດຳນ້ຳ ໃນເຮືອກອງທັບເຮືອ KRI Banda Aceh ໃນເຂດທີ່ພົບເຫັນ ຫາງເຮືອບິນ AirAsia ຖ້ຽວບິນ 8501 ໃນທະເລາຈາວາ , ອິນໂດເນເຊຍ ວັນທີ 8 ມັງກອນ 2015.
ຫົວໜ້າກອງທັບ ອິນໂດເນເຊຍ ນາຍພົນ Moeldoko,(ຊ້າຍ) ກ່າວຕໍ່ພວກນັກດຳນ້ຳ ໃນເຮືອກອງທັບເຮືອ KRI Banda Aceh ໃນເຂດທີ່ພົບເຫັນ ຫາງເຮືອບິນ AirAsia ຖ້ຽວບິນ 8501 ໃນທະເລາຈາວາ , ອິນໂດເນເຊຍ ວັນທີ 8 ມັງກອນ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກຳລັງ​ພາ​ກັນ​ເພີ້​ມຄວາມ​ພະ
ຍາຍາມ​ເພື່ອ​ດຶງ​ພາກສ່ວນ​ຫາງ​ເຮືອບິນ​ ຖ້ຽວ​ບິນ 8501 ຂອງ​
ສາຍ​ການບິນ AirAsia ທີ່​ເກີດ​ອຸບັດ​ເຫດ​ຕົກລົງ​ໃນ​ທະ​ເລ​ຈາ​ວາ
​ໃນ​ວັນ​ທີ 28 ທັນວາ​ຜ່ານ​ມາ​ນີ້ ຂຶ້ນມາ.

ພວກ​ນັກ​ດຳ​ນ້ຳ​ທີ່ເກັ່ງໆ​ຂອງ​ກອງທັບ​ອິນ​ໂດ​ເນ​ເຊຍ ​ໄດ້​ພາກັນ
​ຕໍ່ສູ້​ກັບກະ​ແສ​ນ້ຳ​ທີ່​ໄຫລ​ແຮງ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ຊອກ​ຫາ
​ເຄື່ອງ​ບັນທຶກ​ສຽງ​ແລະ​ຂໍ້​ມູນ​ການບິນ ຢູ່ຕາມ​ສິ່ງ​ຫັກ​ພັງ ທີ່​ອາດ​
ສາມາດ​ເປີດ​ເຜີຍ​ໃຫ້​ຮູ້​ໄດ້ວ່າ​ເປັນ​ຫຍັງ​ເຮືອບິນ​ລຳ​ນີ້​ຈຶ່ງເກີດ​ອຸ
ບັດ​ເຫດ​ຕົກ​ນັ້ນ.

​ໄດ້​ມີ​ການ​ພົບ​ເຫັນ​ພາກສ່ວນ​ຂອງ​ຫາງ​ເຮືອບິນ​ ໃນ​ວັນ​ພຸດ​ວານ​ນີ້ ຢູ່​ພື້ນທະ​ເລ​ຫ່າງ​ຈາກ​ບ່ອນ​ທີ່​ຮູ້ຈັກ​ວ່າ ​ເຮືອບິນຢູ່ໃສ​ຄັ້ງ​ຫຼ້າ​ສຸດ​ປະມານ 30 ຫຼັກ​ກິ​ໂລ​ແມັດ ​ໃນ​ຄວາມ​ເລິກ​ ປະ ມານ 28 ຫາ 32 ​ແມັດ.

​ເຄື່ອງ​ບັນ​ທຶກ​ສຽງ​ແລະ​ຂໍ້​ມູນ​ການບິນ ​ທີ່​ຕິດ​ຕັ້ງ​ຢູ່​ສ່ວນ​ທ້າຍ​ຂອງ​ເຮືອບິນ ນັ້ນ ອາດ​ຈະ​ໃຫ້​
ຂໍ້​ມູນ​ທີ່​ສຳຄັນ​ທີ່​ສຸດ​ກ່ຽວ​ກັບ​ຖ້ຽວ​ບິນ​ທີ່​ປະສົບ​ກັບ​ເຄາະ​ຮ້າຍ​ຄັ້ງ​ນີ້.

ຖ້ຽວ​ບິນ 8501 ຂອງ​ສາຍ​ການບິນ AirAsia ​ໄດ້​ຫາຍ​ຈາກ​ໜ້າ​ຈໍ radar ​ໄປ​ໃນ​ພາກ​ເໜືອ​ຂອງ​ທະ​ເລ​ຈາ​ວາ ​ໃນ​ເວລາ​ທີ່​ກຳລັງ​ບິນ​ໄປ​ບໍ່​ຮອດ​ເຄິ່ງທາງ ຂອງກຳນົດ​ການບິນ 2 ຊົ່ວ​ໂມງ​ຈາກ​ເມືອງ​ສຸຣາບາ​ຢາ ເມືອງ​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ອິນ​ໂດ​ເນ​ເຊຍ​ໄປ​ຍັງ​ສິງ​ກະ​ໂປ.

ບໍ່​ມີ​ໃຜ​ລອດ​ຊີວິດ​ຈັກ​ຄົນ​ໃນ​ບັນດາ​ພວກ​ຄົນ​ໂດຍສານ​ແລະ​ຈຸ​ບິນ 162 ຄົນ​ໃນ​ເຮືອບິນ. ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ພົບ​ເຫັນ​ຊາກ​ສົບ​ຂອງ​ພວກ​ເຄາະ​ຮ້າຍ​ໜ້ອຍ​ກວ່າ 40 ສົບ.

ບັນດາ​ເຈົ້າ​ໜ້າ​ທີ່​ຫວັງ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ເຫຼືອ​ນັ້ນ ຈະ​ສາມາດ​ພົບ​ເຫັນ​ໄດ້​ຈາກ​ຊິ້ນ​ສ່ວນ​ໃຫຍ່ໆ 4 ຫຼື 5 ຊິ້ນ​ທີ່​ເຊື່ອ​ກັນ​ວ່າ ຍັງ​ຢູ່​ໃນພື້ນ​ມະຫາ​ສະມຸດ​ນັ້ນ​.

asiamissingplane8january14
please wait

No media source currently available

0:00 0:00:53 0:00

XS
SM
MD
LG