ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລັດຖະມົນຕີປ້ອງກັນປະເທດສະຫະລັດ ມີ ຄວາມເປັນຫ່ວງກ່ຽວກັບ ບົດບາດຂອງຈີນ ໃນທະເລຈີນໃຕ້


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter.

ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ ​Ash Carter ກ່າວ​ວ່າ ສະຫະລັດ ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ບົດບາດ​ຂອງ​ຈີນ ຢູ່​ບ່ອນ​ໂຕ້​ແຍ້​ງ​ກັນໃນ​ທະ​ເລ​ຈີນ​ໃຕ້.

ຢູ່​ໃນ​ຄຳ​ຖະ​ແຫລ​ງກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ເອ​ເຊຍ ​ໃນ​ນະ​ຄອນ New York ວັນ​ສຸກ​ ວານ​ນີ້ ທ່ານ Cater ກ່າວ​ວ່າ ບັນດາ​ປະ​ເທ​ດ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ ພາກັນ​ອອກສຽງ ເປັນ​ຫ່ວງກ່ຽວ​ກັບບົດບາດ​ກອງທັບ​ຈີນ ຊຶ່ງ​ທ່ານ​ກ່າວ​ວ່າ “ປາກົດ​ການ​ໃຫຍ່​ອອກ ​ແລະ​ ກວ້າງຂວາງອອກ.” ທ່າ​ນກ່າວ​ວ່າ ບັນດາ​ປະ​ເທດ​ເຫລົ່າ​ນີ້ກຳລັງ​ພາກັນ​ສ​ະ​ແດງ​ຄວາມ​ ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ​ຕໍ່ ສະຫະລັດ ທັງເປັນ​ທີ່​ເປີດ​ເຜິ​ຍ ​ແລະທາງດ້ານ​ສ່ວນ​ໂຕ ​ແລະ​ຢູ່ ​ໃນ​ລະດັບ​ສູງ.

ທ່ານ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າສະຫະລັດ ຈະບໍ່​ເຫັນ​ພ້ອມ​ກັບ​ຈີນ ວໍ​ຊິງ​ຕັນ ກໍມີ​ຄວາມ​ໝັ້ນ​ ໝາຍ​ທີ່​ຈະ​ປະຕິບັດ​ງານ​ຜ່ານ​ເຂົາ​ເຈົ້າ ​ໃນທາງ​ທີ່ຈະ​ບໍ່​ເຮັດ​ໃຫ້​ຂົງ​ເຂດດັ່ງກ່າວເກີດ ຄວາມບໍ່​ທຸ່ນທ່ຽງ.

ຢູ່​ໃນ​ຄຳ​ຖະ​ແຫລ​ງຂອງ​ທ່ານ​ອີກຄືກັນ ທີ່​ສະພາ​ສຳ​ພັນ​ຕ່າງປະ​ເທດ ສະ​ຖາ​ບັນ​ນະ​ໂຍບາຍ​ ຢູ່ ນະຄອນ New York ທ່ານ Carter ກ່າວ​ວ່າ ການສະເໜີ​ແຜນ​ທີ່​ຈະ​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງສະຫະລັດ ຢູ່​ເກົາຫລີ​ໃຕ້​ກຳລັງ “ຈະ​ເກີດ​ຂຶ້ນ” ​ເຖິງ​ແມ່ນ​ວ່າ​ຈີນ​ຈະໄດ້​ ປະ​ຕິ​ເສດກໍຕາມ. ທ່ານ​ກ່າວ​ວ່າ ລະ​ບົບປ້ອງ​ກັນ “​ເປັນ​ສິ່ງ​ທີ່​ຈຳ​ເປັນ” ​ເພື່ອ​ປ້ອງ​ກັນ​ກຳລັງ​ ທະຫານສະຫະລັດ ​ແລະ​ບັນດາ​ພັນທະ​ມິດ ​ແລະ​ກ່າວ​ວ່າມັນ “ບໍ່​ມີ​ສ່ວນ​ພົວພັນຫຍັງ​ໝົດ ​ກັບ​ຈີນ.”

​ເກົາຫລີໃຕ້ ​ໄດ້​ຕັດສິນ​ໃຈ​ໂອ້​ລົມ ​ເຂດ​ຕິດຕັ້ງລະບົບ​ປ້ອງ​ກັນ​ຢູ່ບ່ອນ​ສູງ ທີ່​ຮູ້​ກັນ​ອີກ​ວ່າ Thaad ຫລັງ​ຈາກ​ເກົາຫລີ​ເໜືອ​ໄດ້​ອ້າງ​ວ່າ ສຳ​ເລັດ​ການ​ສົ່ງ​ດາວ​ທຽມ​ຂຶ້ນສູ່​ອາວະ​ກາດ.

ທ່ານ Cater ຮ້ອງ​ເຂດເອ​ເຊຍປາຊິ​ຟິກວ່າ “​ເປັນ​ຂົງເຂດແຫ່ງ​ດຽວຕໍ່​ເນື່ອງ​ທີ່​ສຸດ​ແກ່​ອະນາ​ຄົດ​ຂອງອາ​ເມຣິກາ.” ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດຖະສະພາ​ສະຫະລັດ ຜ່ານການ​ຄ້າ​ພາຄີ​ ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ​ ​ໂດຍ​ກ່າວ​ວ່າ ມັນ​ຈະ​ເຮັດ​ໃຫ້​ສະຫະລັດ ​ເຊື່ອມໃກ້​ເຂົ້າ​ກັບ ​ເອ​ເຊຍ ​ແລະ​ຈະ​ເປີດ​ໂອກາດ​ເສດຖະກິດ​ແກ່​ບັນດາ​ປະທດທັງ​ໝົດ​ທີ່​ເຂົ້າຮ່ວມ.

ທ່ານ Cater ຍັງ​ພາດ​ຫົວ​ເລື້ອງ ສຳພັນ​ທະ​ໄມຕີ​ສະຫະລັດ ​ແລະ​ອິນ​ເດຍ ​ແລະ​ຟິລິບປີນ ບ່ອນ​ທີ່​ທ່ານ​ຈະ​ເດີນທາງ​ໄປ​ຢ້ຽມຢາມໃນອາທິດ​ໜ້າ​ນີ້.

US Military Asia
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG