ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີຢ່າງນ້ອຍ 60 ຄົນ ເສຍຊີວິດ ຍ້ອນດິນເຈື່ອນ ທີ່ນະຄອນຫຼວງ Ethiopia


Etheopia Landslide
please wait
Embed

No media source currently available

0:00 0:00:52 0:00

ຈຳນວນຜູ້ຄົນລົ້ມຕາຍຍ້ອນດິນເຈື່ອນ ຢູ່​ບ່ອນຖິ້ມຂີ້ເຫຍື່ອຂະໜາດ​ໃຫຍ່​ແຫ່ງ​ນຶ່ງໃນ
ນະຄອນຫຼວງຂອງ Ethiopia ນັ້ນ ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 60 ຄົນແລ້ວ.

ສື່ມວນຊົນຂອງລັດຖະບານ Ethiopia ໄດ້ກ່າວໃນວັນຈັນວານນີ້ວ່າ ມີຢ່າງ​ໜ້ອຍ 62
ຄົນເສຍຊີວິດ ໃນໄພພິບັດ ໃນ​ເກີດ​ຂຶ້ນ​ເມື່ອທ້າຍສັບປະດາທີ່ຜ່ານມານີ້ ໃນຂະນະທີ່
ທ່ານ Deriba Kuma ຜູ້ປົກຄອງນະຄອນ Addis Ababa ​ເວົ້າວ່າ ມີຈຳນວນຜູ້ຕາຍ
ເຖິງ 65 ຄົນ ຮວມທັງ ພວກຜູ້ຊາຍ 20 ຄົນ ແລະພວກແມ່ຍິງ 45 ຄົນ.

ຜູ້ຄົນຈຳນວນຫຼາຍຮ້ອຍຄົນ ທີ່ອາໄສຢູ່ບ່ອນຖິ້ມຂີ້ເຫຍື່ອ Koshe ທີ່ມີອາຍຸ 50 ປີ​ແລ້ວ ຊຶ່ງເປັນບ່ອນຖິ້ມຂີ່ເຫຍື່ອຫຼັກຂອງນະຄອນຫຼວງ ຊຶ່ງມີແຕ່ຕູບ​ເຮັດ​ດ້ວຍຂີ້ຕົມແລະໄມ້. ຜູ້ຄົນຈຳນວນຫຼວງຫຼາຍ ພາກັນຊອກຫາສິ່ງເສດເຫຼືອຕ່າງໆ ທີ່ພວກເຂົາສາມາດຂາຍ
ໄດ້ ເຊັ່ນເສດ​ໂລຫະທີ່ີນຳມາໝູນວຽນໃຊ້ໃໝ່ໄດ້.

ພວກຜູ້ຢູ່ອາໄສກ່າວວ່າ ຜູ້ຄົນຈຳນວນຫຼາຍສິບຄົນ ຍັງຫາຍສາບສູນ ຫຼັງຈາກທີ່ກອງ
ຂີ້ເຫຍື່ອ ຂະໜາດ​ໃຫຍ່ ໃນເນື້ອທີ່ 30 ເຮັກຕາ ໄດ້​ເຈື່ອນລົງມາ ​ໂດຍ​ບໍ່​ມີ ການ​ເຕືອນ​
ລ່ວງ​ໜ້າ​ໃດໆ ໃນວັນເສົາຜ່ານມານີ້.

ການຊອກຄົ້ນຫາໃນຊາກຫັກພັງ ຫຼັງຈາກເຫດດິນເຈື່ອນ ຂ້າງນອກນະຄອນ Addis Ababa, Ethiopia ຊຶ່ງເປັນພາບທີ່ນຳອອກມາຈາກພາບເຄື່ອນໄຫວ, 12 ມີນາ, 2017.
ການຊອກຄົ້ນຫາໃນຊາກຫັກພັງ ຫຼັງຈາກເຫດດິນເຈື່ອນ ຂ້າງນອກນະຄອນ Addis Ababa, Ethiopia ຊຶ່ງເປັນພາບທີ່ນຳອອກມາຈາກພາບເຄື່ອນໄຫວ, 12 ມີນາ, 2017.

“ເຫດຮ້າຍຄັ້ງນີ້ແມ່ນໃຫຍ່ຫຼາຍ ຊຶ່ງພວກເຮົາບໍ່ສາມາດທີ່ຈະລະບຸໄດ້ວ່າຈຳນວນ
ຜູ້ຄົນທີ່ເສຍຊີວິດ ແລະລອດຊີວິດ,”
ນັ້ນແມ່ນຄຳ​ເວົ້າ ຜູ້ທີ່ລອດຊີວິດມ າບອກກັບ
ນັກຂ່າວຂອງ VOA ໃນລາຍການ Horn of ອາຟຣິກາທີ່ນະຄອນ Addis Ababa.

ໂຄສົກຂອງນະຄອນຫຼວງ ໄດ້ກ່າວວ່າ ບ່ອນຢູ່ 49 ຫຼັງ ໄດ້ຖືກທຳລາຍ ​ໃນເຂດດິນ
ເຈື່ອນ. ເຈົ້າໜ້າທີ່ໂຮງພະຍາບານກ່າວວ່າ ມີຢ່າງນ້ອຍ 50 ຄົນ ໄດ້ຮັບການຮັກສາ
ພະຍາບານ.

ໃນວັນຈັນວານນີ້ ພວກພະນັກງານກູ້ໄພ ໄດ້ໃຊ້ລົດຍົກ ຍົ​ກ​ເອົາຂີ້ເຫຍື່ອອອກ ເພື່ອ
ຊອກ ຄົ້ນຫາພວກທີ່ອາດລອດຊີວິດມາໄດ້. ພວກອາສາສະໝັກພາກັນຂຸດຄົ້ນກອງ
ຂີ້ເຫຍື່ອດ້ວຍມືເປົ່າ.

ລັດຖະບານບໍ່ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ສາເຫດ ທີ່​ພາ​ໃຫ້​ເກີດດິນເຈື່ອນ ຢູ່​ທີ່ກອງຂີ້​
ເຫຍື່ອດັ່ງກ່າວ ແຕ່ວ່າມີການຖິ້ມ​ໂທດໃສ່ໂຮງງານ biogas ທີ່ກຳລັງທຳການກໍ່ສ້າງ
ຢູ່ໃກ້ໆນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG