ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານ ອິສຣາແອລ ຕັດສິນ ຈຳຄຸກ ອະດີດ ນາຍົກ Omert ເປັນເວລາ 6 ປີ (ສະ​ໄລ​ດ໌/ວີດີໂອ)


ທ່ານ Ehud Olmert ອະດີດນາຍົກລັດຖະມົນຕີ ອິສຣາແອລ (ຊ້າຍ)
ທ່ານ Ehud Olmert ອະດີດນາຍົກລັດຖະມົນຕີ ອິສຣາແອລ (ຊ້າຍ)
ສານ​ອິສຣາ​ແອ​ລ ​ໄດ້​ຕັດສິນ​ລົງ​ໂທດ ໃຫ້ອະດີດ​ນາຍົກ
ລັດຖະມົນຕີ Ehud Olmert ຕິດ​ຄຸກຫົກ​ປີໃນ​ຖານ​ຮັບ​
ສິນ​ບົນ ​ໃນ​ຂະນະ​ທີ່​ທ່ານຮັບ​ໜ້າທີ່ເປັນ​ເຈົ້າ​ຄອງ​ນະ
ຄອນ​ Jerusalem.

ທ່ານ Olmert ​ໄດ້​ໄປປາກົດຕົວ ທີ່ສານນະຄອນ Tel
Aviv ​ໃນ​ວັນ​ອັງຄານມື້​ນີ້ເພື່ອ​ຮັບ​ຟັງ​ການ​ຕັດສິນ​ແລ​ະ
ກໍມີແຜນ​ທີ່​ຈະຂໍອຸທອນ​ທັງ​ຕໍ່ການຕັດສິນ ​ແລະ​ການ
ລົງ​ໂທດທ່ານ. ທະນາຍຄວາມ​ຂອງ​ອະດີດ​ຜູ້ນຳ ທ່ານ
Eli Zohar ກ່າວ​ວ່າ ທ່ານ Olmert ຍັງສືບຕໍ່ຢືນຢັດ​
ວ່າ​ ທ່ານ​ບໍ່​ມີຄວາມຜິດ.

ທ່ານ Zohar ກ່າວ​ວ່າ “ທ່ານ​ບໍ່​ໄດ້​ເອົາ​ສິນ​ບົນ ທ່ານ​ບໍ່​ໄດ້​ຮັບສິນ​ບົນ ​ແລະ​ທ່ານ​ຍັງ​ເຫັນ
​ໂຕ​ເອງ ອີງຕາມ​ຄວາ​ມຮູ້ສຶກ​ຂອງ​ທ່ານແລ້ວ ທ່ານ​ບໍ່​ມີ​ຄວາມຜິດ ​ແລະ​ຈະ​ໄປ​ສານ​ສູ​ງ
ສຸດ ​ເພື່ອຂໍ​ອຸທອນ.”

ສານ​ໄດ້​ຕັດສິນ​ໃນ​ວັນ​ທີ 31 ​ເດືອນ​ມີນາຜ່ານມາ ວ່າ ທ່ານ Olmert ມີ​ຄວາມ​ຜິດ​ທີ່​ໄດ້
​ຮັບ​ເງິນ​ສິນ​ບົນ 160,000 ພັນໂດ​ລາ ​ເພື່ອ​ຊ່ວຍ​ສະໜັບສະໜຸນການກໍ່ ສ້າງ ໃນ​ໂຄງ
ການ​ປຸກ​ເຮືອນ ​ຢູ່ໃນດິນແດນສັກສິດ ທີ່​ນະຄອນ Jerusalem.

ຂ່າວນອງນັນຫຼ້າ​ສຸດ​ທ້າຍນີ້ ​ຂອງການ​ກ່າວ​ຫາກ່ຽວກັບການສໍ້​ລາດ​ບັງລວງທີ່​ມີ ມາເປັນ
ລຳດັບ ທີ່ໄດ້​ບັງຄັບ​ໃຫ້​ທ່ານຕ້ອງລາອອກ​ຈາກ​ຕຳ​ແໜ່​ງນາຍົກລັດຖະມົນ ​ຕີ ຫລັງ​ຈາກ​
ໄດ້​ຮັບ​ເຂົ້າຮັບຕຳແໜ່ງດັ່ງກ່າວ ແຕ່​ປີ 2006 ຫາ 2008. ​
ISRAEL OLMERT VOSOT
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG