ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ກອງປະຊຸມສຸດຍອດດິນຟ້າອາກາດ COP28 ເກີດຄວາມເຄັ່ງຕຶງ ທ່າມກາງການກ່າວຫາ ຂອງ​ພວກວິ້ງເຕັ້ນ​ກ່ຽວ​ກັບນໍ້າມັນ


ບັນດານັກເຄື່ອນໄຫວທາງດ້ານສະພາບແວດລ້ອມ ສະແດງການປະທ້ວງກັບໜ່ວຍໂລກ ໃນລະຫວ່າງການສະແດງຢູ່ທີ່ບ່ອນຈັດກອງປະຊຸມສຸດຍອດທາງດ້ານດິນຟ້າອາກາດຂອງອົງການສະຫະປະຊາຊາດ ໃນນະຄອນດູໄບ, ວັນທີ 6 ທັນວາ 2023.
ບັນດານັກເຄື່ອນໄຫວທາງດ້ານສະພາບແວດລ້ອມ ສະແດງການປະທ້ວງກັບໜ່ວຍໂລກ ໃນລະຫວ່າງການສະແດງຢູ່ທີ່ບ່ອນຈັດກອງປະຊຸມສຸດຍອດທາງດ້ານດິນຟ້າອາກາດຂອງອົງການສະຫະປະຊາຊາດ ໃນນະຄອນດູໄບ, ວັນທີ 6 ທັນວາ 2023.

ບັນດານັກເຄື່ອນໄຫວດ້ານດິນຟ້າອາກາດກ່າວວ່າ ມີ​ພວກວິ່ງ​ເຕັ້ນຫຼາຍ​ເປັນ​ປະ​ຫວັດ​ການ ຈາກພາກອຸດສາຫະກໍານໍ້າມັນເຊື້ອໄຟ ກໍາລັງເຂົ້າຮ່ວມກອງປະຊຸມສຸດຍອດສະພາບອາກາດ COP28 ໃນນະຄອນດູໄບ, ເນື່ອງຈາກການເຈລະ ຈາທີ່ເຄັ່ງຕຶງກ່ຽວກັບວ່າ ໂລກຄວນຈະໃຫ້​ຄຳ​ໝັ້ນ​ໝາຍ ທີ່ຈະ​ຫຼຸດ​ຜ່ອນການນໍາໃຊ້ຖ່ານຫີນ, ນ້ໍາມັນ ແລະອາຍແກັສ ຢ່າງສົມບູນ.

ມີ​ຜູ້​ແທນ​ປະມານ 70,000 ຄົນ ​ເຂົ້າ​ຮ່ວມກອງປະຊຸມ COP28, ​ໃນ​ນັ້ນ​ມີບັນດາ​ປະມຸກ​ລັດ, ນັກ​ການ​ເມືອງ, ນັກວິທະຍາສາດ ​ແລະ ບັນດານັກປຸກລະ ດົມ ເຊິ່ງທັງໝົດພາກັນສະໜັບສະໜູນກ່ຽວກັບ​ຄວາມ​ສົນ​ໃຈ ​ແລະ ​ແນວ​ຄິດຂອງກອງປະຊຸມ​ຢ່າງ​ຫຼວງ​ຫຼາຍ.

ເຖິງວ່າຈະມີຄວາມສັບສົນ, ແຕ່ເປົ້າໝາຍຂອງກອງປະຊຸມສຸດຍອດ ເບິ່ງຄືວ່າຈະເພັ່ງເລັງໃສ່ຄໍາຖາມທີ່ສໍາຄັນເຊັ່ນ ພວກເຮົາຈໍາເປັນຕ້ອງຫ້າມການນໍາໃຊ້ນໍ້າມັນເຊື້ອໄຟຢ່າງແທ້ຈິງບໍ?

ຖ່ານຫີນ, ນ້ຳມັນ ແລະອາຍແກັສ ໄດ້ຖືກຖິ້ມ​ໂທດ​ໃສ່ ​ເປັນ​ຕົວ​ການ​ເຮັດໂລກຮ້ອນເປັນ​ສ່ວນ​ໃຫຍ ແຕ່ຍັງເປັນແຮງຂັບເຄື່ອນເບື້ອງຫລັງຂອງລະບົບເສດຖະ ກິດຫຼາຍໆປະເທດ, ເຊິ່ງລວມທັງກອງປະຊຸມສຸດຍອດ ທີ່ເປັນເຈົ້າພາບໂດຍສະຫະລັດອາຣັບເອເມີເຣັສ.

ຕົວ​ເລກ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ຄາດການ​ປີ 2023 ​ວ່າ ​ຈະ​ເປັນ​ປີ​ທີ່ມີ​ສະຖິຕິ​ການ​ປ່ອຍ​ອາຍ​ພິດ​ຄາ​ບອນ​ຢູ່ໃນ​ທົ່ວ​ໂລກຢ່າງເປັນປະຫວັດການ ດ້ວຍ​ການ​ຄາດ​ຄະ​ເນ​ວ່າ​ ຈະ​ມີ​ການ​ປ່ອຍ​ອາຍພິດ​ຂຶ້ນສູ່​ຊັ້ນ​ບັນຍາກາດ 40.9 ຕື້​ໂຕນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG