ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຢູ່ທີ່ກອງປະຊຸມສະພາບອາກາດ COP28: ກອງທຶນໄພພິບັດ ໄດ້ຮັບການເຫັນດີ, ແຕ່ມີຄວາມແຕກຕ່າງ ກ່ຽວກັບນໍ້າມັນເຊື້ອໄຟ ຟອສຊີລ


ຜູ້ຊາຍຄົນນຶ່ງຍ່າງຜ່ານສະຖານທີ່ຈັດກອງປະຊຸມສະພາບອາກາດ COP28 ຂອງຢູເອນ ໃນດູໄບ, ສະຫະລັດ ອາຣັບເອເມີເຣັສ ວັນທີ 30 ພະຈິກ 2023.
ຜູ້ຊາຍຄົນນຶ່ງຍ່າງຜ່ານສະຖານທີ່ຈັດກອງປະຊຸມສະພາບອາກາດ COP28 ຂອງຢູເອນ ໃນດູໄບ, ສະຫະລັດ ອາຣັບເອເມີເຣັສ ວັນທີ 30 ພະຈິກ 2023.

ຄວາມຂັດແຍ້ງກ່ຽວກັບການຢຸດການໃຊ້ນໍ້າມັນເຊື້ອໄຟ ຟອສຊິລ ເບິ່ງຄືວ່າຈະຄອບງໍາກອງປະຊຸມສະພາບອາກາດ COP28 ເປັນເວລາສອງອາທິດ ໃນ ດູໄບ, ຫລັງຈາກທີ່ປະທານຂອງກອງປະຊຸມສຸດຍອດ ໄດ້ໃຊ້ການກ່າວເປີດກອງປະຊຸມຂອງທ່ານ ເພື່ອໂຕ້ແຍ້ງຕໍ່ການຫ້າມໃຊ້ຖ່ານຫິນ, ນໍ້າມັນ ແລະ ອາຍແກັສ ຢ່າງເຕັມຮູບແບບ.

ຜູ້​ແທນ 70,000 ​ຄົນ ​ຈາກ​ເກືອບ 200 ປະ​ເທດ ​ກຳລັງ​ເຂົ້າ​ຮ່ວມ​ກອງປະຊຸມ​ສຸດ​ຍອດດັ່ງກ່າວ ຊຶ່ງ​ໄດ້ເລີ້ມຂຶ້ນໃນ​ວັນ​ພະຫັດ​ວານ​ນີ້ ທີ່​ສະຫະລັດ ​ອາຣັບ​ເອເມີ​ເຣັສ ຊຶ່ງ​ເປັນ​ຜູ້​ສົ່ງ​ອອກ​ໄຮໂດ​ຄາ​ບອນ​ລາຍ​ໃຫຍ່.

ນັກວິທະຍາສາດກ່າວວ່າ ການປ່ອຍອາຍພິດເຮືອນແກ້ວ ຈະຕ້ອງຖືກຕັດລົງປະ ມານ 43% ພາຍໃນປີ 2030 - ເຊິ່ງເປັນກອບເວລາພຽງແຕ່ 6 ປີເທົ່ານັ້ນ - ຖ້າຫາກວ່າໂລກຕ້ອງການຈຳກັດພາວະໂລກຮ້ອນ ໃຫ້ຢູ່ໃນລະດັບ 1.5 ອົງສາເຊລຊຽສ, ເຊິ່ງເປັນເປົ້າໝາຍທີ່ໄດ້ຕົກລົງກັນພາຍໃຕ້ຂໍ້ຕົກລົງສະພາບອາກາດປາຣີ ປີ 2014 ເຊິ່ງຖືເປັນເກນສຳຄັນ ເພື່ອ​ຫຼີກ​ລ່ຽງ​ຜົນ​ກະ​ທົບ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ​ແນວ​ໃດ​ກໍຕາມ, ​ແນວທາງໃນປັດຈຸບັນ ຊີ້ໃຫ້ເຫັນວ່າ ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ​ຈະ​ເພີ່ມ​ຂຶ້ນ 9% ​ໃນ​ປີ 2030.

ຈຸດໃຈກາງຂອງການເຈລະຈາໃນ Dubai ແມ່ນການຮັບມືກັບແຫຼ່ງທີີ່ມາທີ່ສໍາຄັນຂອງການປ່ອຍອາຍພິດເຮືອແກ້ວເຫຼົ່ານັ້ນ ເຊິ່ງກໍ່ຄືການເຜົາໄຫມ້ຂອງນໍ້າມັນເຊື້ອໄຟ ຟອສຊິສ.

ປະທານກອງ​ປະ​ຊຸມ COP28 ຊຸລຕານ ອາລ-ຈາເບີ (Sultan Al-Jaber), ຜູ້ທີ່ເປັນຫົວຫນ້າ ບໍລິສັດນ້ໍາມັນຂອງ​ສະຫະລັດ ​ອາຣັບ​ເອເມີ​ເຣັສ ຫຼື UAE, ໄດ້ເປີດກອງປະຊຸມດ້ວຍວິໄສທັດຂອງທ່ານ ເຊິ່ງກໍຄື ບໍ່ແມ່ນການຢຸດໃຊ້ນໍ້າມັນເຊື້ອໄຟ ຟອສຊີລ, ແຕ່ເປັນການຫຼຸດ ການໃຊ້ລົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG