ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ​ປະ​ເທດ​ຈີນ ສັນລະ​ເສີນ “ມິດຕະພາບ​ອັນ​ເລິກເຊິ່ງ” ລະຫວ່າງ ຈີນກັບປາ​ກິ​ສຖານ


ປະທານ​ປະ​ເທດ ​ຈີນ ທ່ານ Xi Jinping (ຊ້າຍ) ແລະ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ກ່າວຖະແຫລງຕໍ່ ບັນດານັກຂ່າວ ຢູ່ທີ່ ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫລວງ Islamabad, ວັນທີ 20 ເມສາ 2015.
ປະທານ​ປະ​ເທດ ​ຈີນ ທ່ານ Xi Jinping (ຊ້າຍ) ແລະ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ກ່າວຖະແຫລງຕໍ່ ບັນດານັກຂ່າວ ຢູ່ທີ່ ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫລວງ Islamabad, ວັນທີ 20 ເມສາ 2015.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ສັນລະ​ເສີນ “ມິດຕະ
ພາບ​ອັນ​ເລິກເຊິ່ງ”
ລະຫວ່າງ ຈີນ ​ແລະ ປາ​ກິ​ສຖານ ​ໃນ​ວັນ
​ອັງຄານ​ມື້​ນີ້ ໃນລະຫວ່າງ​ການ​ເດີນທາງ ໄປຢ້ຽມຢາມຢ່າງ​ເປັນ
​ທາງ​ການຄັ້ງທຳ​ອິດ ປະ​ເທດ​ໃນ​ເຂດ ເອ​ເຊຍໃຕ້ດັ່ງກ່າວ.

​ໃນ​ການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ລັດຖະສະພາ​ ປາ​ກິ​ສຖານ ປະທານ
​ປະ​ເທດ​ Xi ​ໄດ້​ຊົມ​ເຊີຍ​ ຄວາມ​ພະຍາຍາມ ຕໍ່ຕ້ານ​ການ​ກໍ່​
ການ​ຮ້າຍ ຂອງ Islamabad ​ໂດຍ​ກ່າວ​ວ່າ ປາ​ກິ​ສຖານ​ ​ແລະ
ຈີນ “ມີ​ສ່ວນ​ຮ່ວມ​ນຳ​ກັນ ​ໃນ​ເລື້​ອງຄວາມ​ໝັ້ນຄົງ.”

ທ່ານ ສີ ກ່າວ​ອີກ​ວ່າ “​ໃນຫຼາຍໆ​ປີຜ່ານມານີ້ ປາ​ກິ​ສຖານ ​
ໄດ້​ຜ່ານ​ຜ່າ​ຄວາມຫຍຸ້ງຍາກ​ຕ່າງໆ​ ນາໆ ມາ​ແລ້ວ ​ແລະ ​ໄດ້​ປະກອບ​ສ່ວນຢ່າງ​
ໃຫຍ່​ຫລວງ ຕໍ່​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ ໃນບໍລິເວນເຂດແດນ ທາງກ້ຳ
ຕາເວັນຕົກຂອງ​ຈີນ ​ແລະ ອັນ​ນີ້ ແມ່ນ​ສິ່ງນຶ່ງທີ່​ພວກ​ເຮົາ ບໍ່​ຄວນທີ່​ຈະ​ລືມ​ມັນໄດ້ເລີຍ.”

ສ່ວນໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ບັນດາ​ຜູ້​ແທນນັ້ນ ນາຍົກລັດຖະມົນຕີ ປາກິສຖານ ທ່ານ
Nawaz Sharif ​ກ່າວວ່າ ອິສລາມ​າບັດ ​ແລະປັກ​ກິ່ງ “ຈະຮ່ວມ​ກັນ​ຕໍ່ສູ້​ ​ເພື່ອ​ລົບ​ລ້າງ​
ໄພອັນຕະລາຍ ​ຂອງ​ພວກກໍ່​ການ​ຮ້າຍ.”

ຈີນ​ໄດ້​ມີ​ຄວາມ​ກັງວົນ​ ມາເປັນ​ເວລາ​ດົນນານແລ້ວ ທີ່​ວ່າ ພວກມຸສລິ​ມ​ຫົວຮຸນ​ແຮງ ໃນຂົງ​
ເຂດ Xinjiang ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຕົນ​ນັ້ນ ອາດ​ໄດ້​ຮັບ​ການ​ເຝິກ​ແອບ ​ແລະ ການ​
ສະໜັບສະໜຸນ ຈາກ​ພວກ​ນັກ​ຕໍ່ສູ້ ຢູ່​ໃນ​ເຂດ​ຊົນ​ເຜົ່າ ​ທີ່​ບໍ່ມີກົດ​ກົດໝາຍ ຂອງປາກິສຖານ.

ທ່ານສີ​ເດີນທາງ​ໄປ​ເຖິງ​ ນະຄອນຫລວງ ອິສລາມາ​ບັດ ​ຂອງ​ປາ​ກິ​ສ ຖານ ​ໃນ​ວັນ​ຈັນ​ວານ​ນີ້
ເພື່ອ​ຢ້ຽມຢາມ​ເປັນ​ເວລາ​ສອງ​ມື້.

ນອກ​ເໜືອ​ຈາກ​ການ​ເຈລະຈາ​ເລື້ອງ​ຄວາມໝັ້ນຄົງ​ແລ້ວ ໃນການຢ້ຽມ ຢາມຄັ້ງນີ້ ​ທັງ​ສອງ​
ຝ່າຍ ​ຍັງໄດ້ລິເລີ້ມໂຄງການຕ່າງໆ ​ມູນຄ່າ 45 ຕື້ດອນລາ ໃນ​ດ້ານ​ພະລັງງານ ​ແລະ​
ໂຄງ​ລ່າງພື້ນຖານ ອີກ​ດ້ວຍ.

Economy Leads Agenda on Chinese Leader's Pakistan Trip
please wait

No media source currently available

0:00 0:02:12 0:00

Chinese President Xi Jinping hailed the "profound friendship" between China and Pakistan on Tuesday, during his first state visit to the Southeast Asian country.

Addressing the Pakistani parliament, President Xi praised Islamabad's anti-terror efforts, saying Pakistan and China "share a common stake in security."

"Over the years Pakistan has overcome all kinds of difficulties and contributed greatly to the security and stability of China's western border areas, and this is something that we shall never forget," Mr. Xi said.

In his own address to lawmakers, Pakistani Prime Minister Nawaz Sharif said Islamabad and Beijing "will fight together to eliminate the menace of terrorism."

China has long been concerned that Muslim militants in its western Xinjiang region may be getting training and support from fighters in Pakistan's lawless tribal areas.

President Xi arrived Monday in Pakistan's capital, Islamabad, for a two-day trip.

In addition to security talks, the visit saw the two sides launch over $45 billion in energy and infrastructure projects.

XS
SM
MD
LG