ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອະດີດ ເຈົ້າໜ້າທີ່ ຂັ້ນສູງ ຂອງຈີນ ຮັບສາລະພາບ ວ່າ ສໍ້ລາດບັງຫລວງ (ວີດີໂອ)


ທ່ານ Liu Tienan ອະດີດຮອງ​ຜູ້ອຳນວຍການ ຄະນະກຳມາ ທິການ​ ພັດທະນາ​ແຫ່ງ​ຊາດ ​ແລະ​ການ​ປະຕິ​ຮູບ ຂອງຈີນ.
ທ່ານ Liu Tienan ອະດີດຮອງ​ຜູ້ອຳນວຍການ ຄະນະກຳມາ ທິການ​ ພັດທະນາ​ແຫ່ງ​ຊາດ ​ແລະ​ການ​ປະຕິ​ຮູບ ຂອງຈີນ.

ອະດີດ​ເຈົ້າ​ໜ້າ​ທີ່ເສດຖະກິດ ຂັ້ນ​ສູງຂອງ​ຈີນ​ຄົນ​ນຶ່ງ ຮັບ​ສາ
ລະພາບ​ວ່າ ​ໄດ້​ຮັບ​ເງິນ​ສິນ​ບົນ​ຫລາຍລ້ານ​ໂດ​ລາ.

ທ່ານ Liu Tienan ແມ່ນອ​ະດີດ​ ຮອງ​ຜູ້ອຳນວຍການ ຄະນະ
ກຳມາທິການ​ພັດ ທະນາ​ແຫ່ງ​ຊາດ ​ແລະ​ການ​ປະຕິ​ຮູບ ທີ່​ນຳ
ພາ​ເສດຖະກິດ​ຂອງຈີນຊຶ່ງໃຫຍ່​ເປັນ ອັນດັບສອງ​ຂອງ​ໂລກ.

ທ່ານ​ເປັນ​ເຈົ້າ​ໜ້າ​ທີ່​ຄົນ​ຫລ້າ​ສຸດ​ຂອງ​ຈີນທີ່ຖືກປົດອອກຈາກ
​ຕຳ​ແໜ່​ງ​ ຍ້ອນການ ​ປຸກລະດົມ​ຢ່າງເປັນການ​ເປີດ​ເຜີຍ ທີ່ມີ​
ຈຸດປະສົງ​ຈະ​ກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫລວງ ຢູ່​ໃນ​ພັກ​ຄອມ
​ມິ​ວນິສ.

ຄະນະໄອ​ຍະ​ການ ກ່າວ​ວ່າ ທ່ານ Liu ​ໄດ້​ຮັບເອົາ​ເງິນ​ສິນ​ບົນເກືອບ 6 ລ້ານ​ໂດ​ລາ ຈຳ
ນວນ​ນຶ່ງ​ເປັນ​ເງິນ​ສົດ ອີກຈຳນວນນຶ່ງ​ເປັນ​ຂອງຂວັນ ຮວມ​ທັງ​ລົດ Porsche ​ແລະ​ເຮືອນ
​ວິນລ່າຫຼັງນຶ່ງ ໃນປັກ​ກິ່ງ​.

ລາຍ​ລະອຽດ ຂອງ​ການ​ດຳ​ເນີນ​ຄະດີ​ເປັນ​ເວລາ​ນຶ່ງ​ມື້ ໃນ​ວັນ​ພຸດ​ມຶຶ້ນີ້ ​ທີ່​ແຂວງ Hebei
ໃນພາກເໜືອຂອງປະເທດ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Liu ອາຍຸ 59 ປີ ​ໄດ້​ຮ້ອງ​ໄຫ້ຮັບ​
ສາລະພາບຕໍ່​ຄວາມ​ຜິດ.

ຄະນະໄອ​ຍະ​ການ ​ໄດ້​ຮ້ອງ​ຂໍໃຫ້ຫ​ລຸດຜ່ອນ​ໂທດ ​ແຕ່ ທ່ານ Liu ​ເກືອບ​ເປັນ​ທີ່​ແນ່ນອນ​
ແລ້ວວ່າ ຈະພົບ​ເຫັນ​ມີ​ຄວາມ​ຜິດ ​ເນື່ອງ​ຈາກ​ວ່າສານ​ຈີນແມ່ນຄວບ​ຄຸມ​ໂດຍ​ພັກ​ຄອມ
ມິວນິສ ​ແລະ​ບໍ່​ເຄີຍ​ຕັດສິນ​ດ້ວຍ​ຄວາມເຫັນ​ໃຈ ​ແກ່​ພວກຈຳເລີຍ ໃນຄະດີ​ປະເພດນີ້.

ເປັນທີ່ຄາດກັນວ່າ ການຕັດສິນຈະມີຂຶ້ນຕາມພາຍຫລັງ. ທ່ານປະເຊີນໜ້າກັບ ໂທດຈຳ
ຄຸກ 10 ປີ ຖ້າຫາກຖືກພົບເຫັນວ່າມີຄວາມຜິດ.

ການ​ກ່າວ​ຫາ​ຕໍ່ທ່ານ Liu ​ໄດ້​ເລີ້ມຂຶ້ນເປັນເທຶ່ອທຳ​ອິດໃນປີ 2012 ​ໂດຍ​ນັກ​ຂ່າວ​ຄົນ​ນຶ່ງ
​ຂອງວາລະສານສືບສວນ Caijing. ຕໍ່​ມາ ທ່ານ Liu ​ໄດ້ຖືກ​ໄລ່​ອອກ​ຈາກ​ພັກ​ຄອມ​ມິ​ວ
ນີສ ​ແລະ​ໄດ້​ຖືກເຈົ້າໜ້າທີ່​ສືບສວນ.

CHINA CORRUPTION VO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG