ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມີການແຂ່ງຂັນກັນ ໃນດ້ານການລົງທຶນເພີ້ມຂຶ້ນ ລະຫວ່າງ ຈີນ ແລະ ເກົາຫຼີໃຕ້ ໃນປະເທດຫວຽດນາມ


ແຟ້ມພາບ - ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ແລະ ປະທານສະພາແຫ່ງຊາດຂອງຫວຽດນາມ ທ່ານ ເວື່ອງ ດິນ ເຫວ້ ຕັ້ງທ່າສຳລັບການຖ່າຍຮູບ ຢູ່ຫໍສະພາແຫ່ງຊາດ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ວັນທີ 13 ທັນວາ 2023.
ແຟ້ມພາບ - ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ແລະ ປະທານສະພາແຫ່ງຊາດຂອງຫວຽດນາມ ທ່ານ ເວື່ອງ ດິນ ເຫວ້ ຕັ້ງທ່າສຳລັບການຖ່າຍຮູບ ຢູ່ຫໍສະພາແຫ່ງຊາດ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ວັນທີ 13 ທັນວາ 2023.

ຄະນະຜູ້ແທນຂອງຫວຽດນາມ ທີ່ເດີນທາງໄປຢ້ຽມຢາມຈີນ ເມື່ອອາທິດແລ້ວນີ້ ໄດ້ເນັ້ນຢ້ຳເຖິງສາຍສຳພັນດ້ານເສດຖະກິດທີ່ໃກ້ຊິດຫຼາຍຂຶ້ນລະຫວ່າງຄູ່ປໍລະປັກທາງດ້ານດິນແດນ ເຊິ່ງບັນດານັກວິເຄາະກ່າວວ່າ ກຳລັງກາຍເປັນຄວາມທ້າທາຍຕໍ່ການຄອບງຳດ້ານການລົງທຶນຂອງເກົາຫຼີໃຕ້ ຢູ່ໃນຫວຽດນາມ.

ປະທານສະພາແຫ່ງຊາດຂອງຫວຽດນາມ ທ່ານ ເວື່ອງ ດິນ ເຫວ້ (Vuong Dinh Hue) ໄດ້ນຳພາຄະນະຜູ້ແທນລະດັບສູງຈາກວັນທີ 7 ຫາ 12 ເດືອນເມສາ, ໄປພົບປະກັບ ທ່ານສີ ຈິ້ນຜິງ ປະທານປະເທດຂອງຈີນ.

ທ່ານ ເຫວ້ ໄດ້ສະເໜີໃຫ້ທັງສອງປະເທດສ້າງແຮງຜັກດັນໃໝ່ເພື່ອພັດທະນາ ການຄ້າ ແລະ “ເຊື່ອມໂຍງຫວຽດນາມ ເຂົ້າກັບຍຸດທະສາດດ້ານການພັດທະນາ ຂະໜາດໃຫຍ່ຂອງຈີນ.”

ທ່ານຍັງໄດ້ພົບປະກັບບັນດາຫົວໜ້າຂອງບໍລິສັດໃຫຍ່ຫຼາຍຄົນທີ່ວ່າ ທ່ານຢາກ ໃຫ້ເຂົ້າຮ່ວມໃນການກໍ່ສ້າງພື້ນຖານໂຄງລ່າງຂອງຫວຽດນາມ.

ຈີນ ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ແລະກຳລັງຈະກາຍເປັນຜູ້ລົງທຶນ ໂດຍກົງຈາກຕ່າງປະເທດທີ່ໃຫຍ່ທີ່ສຸດຂອງຕົນນຳດ້ວຍ.

ຜູ້ຕາງໜ້າຂອງສະພາການຄ້າແລະອຸດສາຫະກຳຂອງເກົາຫຼີ ຫຼື KCCI ໃນ ຫວຽດນາມ ເມື່ອອາທິດແລ້ວນີ້ ໄດ້ກ່າວຕໍ່ອົງການຂ່າວ ນິເຄອິ ເອເຊຍ (Nikkei Asia) ວ່າ ບັນດາບໍລິສັດຂອງຈີນ ກຳລັງຜັກດັນບໍລິສັດຕ່າງໆ ຂອງເກົາຫຼີໃຕ້ ໃນຂະນະທີ່ ຈີນ ຍົກລະດັບການລົງທຶນຢູ່ໃນຫວຽດນາມ.

ທ່ານ ກິມ ຮຽງ-ໂມ ກ່າວຕໍ່ວາລະສານຂ່າວ ເອເຊຍ ທີ່ມີຫ້ອງການຕັ້ງຢູ່ໃນ ຍີ່ປຸ່ນ ວ່າ “ເບິ່ງຈຳນວນໂດຍລວມຂອງການລົງທຶນໃນຫວຽດນາມ ນັບຕັ້ງແຕ່ປີ 1988 ເກົາຫຼີໃຕ້ ຢູ່ໃນອັນດັບທຳອິດ ດ້ວຍມູນຄ່າ 85.8 ຕື້ໂດລາ ນຳໜ້າ ສິງກະໂປ ແລະ ຍີ່ປຸ່ນ. ເຖິງຢ່າງໃດກໍຕາມ ໃນບໍ່ເທົ່າໃດປີຜ່ານມານີ້ ເກົາຫຼີໃຕ້ ໄດ້ມີການແຂ່ງຂັນກັບຈີນ ຢ່າງສູສີກັນ.”

A Vietnamese delegation’s visit to China last week has underscored increasingly close economic ties between the territorial rivals, which analysts say is posing a challenge to the dominance of South Korean investment in Vietnam.

Vietnam’s National Assembly Chairman Vuong Dinh Hue led the high-level delegation from April 7 to 12 and met with Chinese President Xi Jinping.

Hue proposed the two countries create a new push for trade development and "connect Vietnam to China's large development strategies."

He also met with the heads of many large Chinese companies that want to participate in Vietnam's infrastructure construction.

China is Vietnam’s largest trade partner and on the way to becoming its biggest foreign direct investor.

A representative of the Korea Chamber of Commerce and Industry, or KCCI, in Vietnam last week told Nikkei Asia that Chinese companies are pushing back South Korean firms as China steps up investment in Vietnam.

"Looking at the cumulative amount of investment in Vietnam since 1988, South Korea ranks first with $85.8 billion, ahead of Singapore and Japan. However, in recent years, Korea has been in a neck-to-neck competition with China," Kim Hyong-mo told the Japan-based Asia news magazine.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG