ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຈີນ ກະກຽມທີ່ຈະເລີ້ມຜະລິດຍານພາຫະນະ EVs ໃນ ຢູໂຣບ


ລາຍງານ ຈີນ ກະກຽມເຂົ້າສູ່ຕະຫຼາດລົດຂອງ ຢູໂຣບ.

ການເຂົ້າໄປມີສ່ວນແບ່ງໃນຕະຫຼາດຍານພາຫະນະ​ໄຟຟ້າ​ຂອງ​ຈີນ ຢູ່​ໃນ​ຢູ​ໂຣບ ມີຂະໜາດ​ເພີ້ມ​ຂຶ້ນ​ເປັນ​ສອງ​ເທົ່າ ໃນ​ເວລາ​ບໍ່​ຮອດ 2 ປີ, ໂດຍ​ບໍລິສັດ​ຜະລິດ​ຍານພາຫະນະ​ຂອງ​ຈີນ ຄິດເປັນຈໍານວນ 20 ເປີເຊັນຂອງ​ລົດ EV ທີ່​ຂາຍ​ຢູ່ ຢູໂຣບ ໃນ​ປີ​ແລ້ວນີ້. ທ່າ​ອ່ຽງດັ່ງກ່າວ ​ໄດ້​ສ້າງ​ຄວາມຕົກ​ໃຈໃຫ້ແກ່ບັນດາ​ບໍລິສັດຜູ້​ຜະລິດ​ຍານພາຫະນະ​ຂອງ​ຢູ​ໂຣບ, ​ແລະ​ພວກເຂົາ​ເຈົ້າ ​ກໍກໍາລັງ​ພິຈາລະນາທີ່ຈະຜັກດັນກ່ຽວກັບອັດຕາ​ພາສີແບບ​ໃໝ່.

ທ່າກໍາປັ່ນຂອງນະຄອນບາເຊໂລນາ ເປັນນຶ່ງໃນຈຸດສຳຄັນຂອງຍານພາຫະນະລົດໄຟຟ້າ EV ທີ່ຜະລິດຈາກຈີນ ໄປໃຫ້ຕະຫຼາດຢູໂຣບ. ​ໃນ​ປີ 2021, ພາຫະນະ​ທີ່​ຜະລິດ​ຈາກ​ຈີນ ​ປະມານ 2 ພັນ​ຄັນ ​ໄດ້ເດີນທາງ​ໄປ​ຮອດ​ທ່າ​ກໍາປັ່ນ​ໃນ​ນະຄອນ ​ບາ​ເຊ​ໂລ​ນາ. ແລະໃນປີແລ້ວນີ້, ຕົວເລກດັ່ງກ່າວ ໄດ້ບັນລຸສູງຂຶ້ນຮອດ 87,000 ຄັນ.

ຕົວ​ເລກ​ເຫຼົ່ານັ້ນ ໄດ້​ເພີ້ມ​ຕໍ່ຄວາມ​ກັງວົນຕື່ມ ທີ່ໄດ້ສະແດງ​ອອກມາໂດຍບັນດາເຈົ້າ​ໜ້າ​ທີ່ຂອງສະຫະພາບຢູໂຣບ ຫຼື EU, ລວມ​ທັງ​ປະ​ທານ​ຄະ​ນະ​ກຳ​ມາທິ​ການຂອງຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ (Ursula von der Leyen), ກ່ຽວ​ກັບ​ການ​ເຕີບ​ໂຕທາງ​ດ້ານ​ການ​ຄ້າ​ກັບ​ຈີນ.

ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ, ປະ​ທານ​ຄະ​ນະ​ກຳ​ມາທິ​ການ ​ຢູໂຣບ:

“ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ​ແມ່ນ ການເຄົາລົບຂອ​ງຈີນ ຕໍ່​ລະດັບ​ການ​ແຂ່ງຂັນ ເມື່ອເວົ້າເຖິງການເຂົ້າ​ຫາບໍລິສັດ​ຕ່າງໆຂອງ​ພວກ​ເຮົາ ສໍາລັບ​ຕະຫຼາດຂອງ​ຈີນ, ພ້ອມທັງເຄົາລົບຕໍ່ຄວາມໂປ່ງໃສກ່ຽວກັບການອຸດໜູນທາງທຸລະກິດຂອງລັດຖະບານ.”

ຄະນະກໍາມາທິການຢູໂຣບ ກໍາລັງດໍາເນີນການສືບສວນສອບສວນວ່າ ບັນດາຜູ້ຜະລິດລົດໄຟຟ້າຂອງ ຢູໂຣບ ແລະ ຈີນ ກໍາລັງແຂ່ງຂັນກັນພາຍໃຕ້ກົດລະບຽບອັນດຽວກັນ ຫຼື ບໍ່. ໂດຍສະເລ່ຍແລ້ວ, ຄ່າໃຊ້ຈ່າຍຂອງລົດໄຟຟ້າຈີນນັ້ນ ແມ່ນມີລາຄາຕໍ່າກວ່າ 20 ເປີເຊັນ.

ຄະນະ​ກຳມາທິການ ກ່າວ​ວ່າ ການ​ສືບສວນສອບສວນ​ຂອງ​ຕົນ ​ສາມາດ​ສົ່ງ​ຜົນ​ໃຫ້​ມີ​ມາດ​ຕະການ​ຕ້ານ​ການສະໜັບສະໜູນຂອງລັດຖະບານ ຕໍ່ສິນຄ້ານໍາເຂົ້າທີ່ຜະລິດຈາກ ຈີນ

ບໍລິສັດ ເຊີຣີ ໂອໂຕ (Chery Auto), ເຊິ່ງເປັນຜູ້ຜະລິດຍານພາຫະນະທີ່ໃຫຍ່ທີ່ສຸດຂອງຈີນ ດ້ວຍປະລິມານການສົ່ງອອກ, ເມື່ອບໍ່ດົນມານີ້ ໄດ້ເຊັນລົງນາມຮ່ວມທຶນກັບ ບໍລິສັດ ອີໂບຣ ໂມໂຕສ໌ (Ebro Motors) ເຊິ່ງເປັນບໍລິສັດຂອງສະເປນ ສໍາລັບຜະລິດຍານພາຫະນະຫຼາຍລຸ້ນໃນນະຄອນ ບາເຊໂລນາ.

ຄະນະການ​ນໍາຂອງ​ສະ​ເປນ ​ຖື​ວ່າ ​ນີ້​ເປັນ​ໂອ​ກາດ​ສໍາ​ລັບເພີ້ມ​ການ​ຂະ​ຫຍາຍໂ​ຕ​.

ນາຍົກລັດຖະມົນຕີຂອງສະເປນ, ທ່ານເປໂດຣ ຊານເຊັສ (Pedro Sanchez), ກ່າວປາໄສຢູ່ໃນພິທີເຊັນລົງນາມສັນຍາຮ່ວມທຸລະກິດ ເມື່ອວັນທີ 19 ເມສາ ທີ່ຜ່ານມາ:

“ນີ້ແມ່ນສັນຍານຂອງການຫັນເປັນອຸດສາຫະກໍາໃຫມ່ຂອງ Catalonia ແລະໂດຍລວມຂອງປະເທດສະເປນ."

ບັນດາສະມາຊິກຂອງອຸດສາຫະກໍາຍານພາຫະນະຂອງບາເຊໂລນາ ພາກັນຕົກລົງເຫັນດີ.

ທ່ານໂຈອານ ໂອຣຸສ (Joan Orús) ຫົວຫນ້າບໍລິສັດເທັກໂນໂລຈີ QEV, ເຊິ່ງເປັນບໍລິສັດຂອງບາເຊໂລນາ ທີ່ພັດທະນາດ້ານເທັກໂນໂລຈີຍານພາຫະນະໄຟຟ້າ.

ທ່ານກ່າວວ່າ:

“ສິ່ງທີ່ຢູໂຣບຈໍາຕ້ອງລົງມືປະຕິບັດ ແມ່ນການສົ່ງເສີມການຜະລິດຍານພາຫະນະ EV ຢູ່ໃນຢູໂຣບ, ບໍ່ວ່າຜູ້ຜະລິດນັ້ນ ຈະເປັນ ຢູໂຣບ ຫຼື ຈີນ ກໍຕາມ.”

ໃນຂະນະທີ່ບັນດາຜູ້ນໍາ ແລະຜູ້ຜະລິດຍານພາຫະນະລົດໃຫຍ່ຂອງຢູໂຣບ ມອງເຫັນສະພາບການດັ່ງກ່າວ, ການເຂົ້າໄປຕີຕະຫຼາດລົດໄຟຟ້າຢູໂຣບຂອງຈີນ ຢ່າງໜັກໜ່ວງນັ້ນ ຍ່ອມຈະມາພ້ອມດ້ວຍຄວາມສ່ຽງ ແລະໂອກາດທີ່ດີຕ່າງໆເຊັ່ນກັນ.

ສຳລັດປັດຈຸບັນນີ້, ນະຄອນຫຼວງບຣັສເຊີລສ໌ ຈະຕ້ອງດໍາເນີນການໃຫ້ດຸ່ນດ່ຽງຢ່າງລະມັດລະວັງ, ແລະຕັດສິນໃຈວ່າ ຄວນວາງອັດຕາພາສີ ຫຼື ເລືອກເອົາການຮ່ວມມືກັບປັກກິ່ງ ເພີ້ມຫຼາຍຂຶ້ນກວ່າເກົ່າ.

China’s share of the European electric vehicle market has doubled in less than two years, with Chinese automakers accounting for 20 percent of EVs sold in Europe last year. The trend is raising alarm among European carmakers, and they are considering pushing for new tariffs. Elizabeth Cherneff narrates this report from Alfonso Beato in Barcelona.

The port of Barcelona is one of the key entry points for Chinese-made EVs to the European market. In 2021, nearly 2-thousand Chinese-made vehicles arrived at the docks in Barcelona. Last year, that number reached 87-thousand.

Those numbers are adding to concerns expressed by EU officials, including European Commission President Ursula von der Leyen, about growing trade with China.

Ursula von der Leyen, European Commission President:

“What we want is China to respect the level playing field when it comes to access for our companies to the Chinese market. To respect transparency about subsidies.

The European Commission is investigating whether European and Chinese electric car manufacturers are competing under the same rules. On average, the cost of Chinese electric cars is at least 20% lower.

The commission says its investigation could result in anti-subsidy measures against China made imports.

Chery Auto, China's largest automaker by export volume, recently signed a joint venture with the Spanish company Ebro Motors to manufacture several models in Barcelona.

Spain’s leadership considers this an opportunity for growth.

The Prime Minister of Spain, Pedro Sanchez, spoke at the signing ceremony for the joint venture agreement on April 19th.

“This is a sign of the re-industrialization of Catalonia and of the whole of Spain.”

Members of Barcelona’s car industry agree.

Joan Orús heads QEV Technologies, a Barcelona firm that develops electric vehicle technology.

“What Europe needs to do is promote EV manufacturing here in Europe, whether it be of European or Chinese makes.”

As Europe’s leaders and carmakers see it, China’s aggressive incursion into the European electric car market comes with risks and opportunities.

For now, Brussels will have to do a careful balancing act, and decide whether it should impose tariffs or opt for greater collaboration with Beijing.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG