ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ເອົາເຮືອບິນ​ ອາຍ​ພົ່ນໂດຍສານ ລໍາທໍາອິດ ຂອງຕົນ ຂຶ້ນບິນທົດລອງ


ເຮືອບິນໂດຍສານ C919 ຂອງຈີນ ລົງຈອດທີ່ສະໜາມບິນ Pudong ນະຄອນ Shanghai ໃນວັນທີ 5 ພຶດສະພາ, 2017.
ເຮືອບິນໂດຍສານ C919 ຂອງຈີນ ລົງຈອດທີ່ສະໜາມບິນ Pudong ນະຄອນ Shanghai ໃນວັນທີ 5 ພຶດສະພາ, 2017.

ຈີນ​ໄດ້​ດໍາ​ເນີນ​ການ​ທົດ​ລອງການ​ບິນ ​ເຮືອບິນ​ອາຍ​ພົ່ນໂດຍສານ​ຂະໜາດກາງ​ທີ່​
ຜະລິດຢູ່​ພາຍ​ໃນ​ປະ​ເທດ​ເປັນຄັ້ງທໍາ​ອິດ. ​ເຮືອ​ບິນ C919 ຈະສາມາດ​ບັນຈຸ​ຄົນ​ໂດຍ
ສານ​ໄດ້ 175 ຄົນ ​ແລະມີເປົ້າໝາຍວ່າ ຈະແຂ່ງຂັນ​ກັບ​ອດສາຫະກັມຊື່ດັງ​ຕ່າງໆ ເຊັ່ນ
Boeing 737 ​ແລະ Airbus 320 ເປັນຕົ້ນ. ​ແຕ່​ຕາມ​ການ​ລາຍ​ງານ​ຂອງ Bill Ide ນັກ
​ຂ່າວ​ວີ​ໂອ​ເອ ​ນັ້ນກໍແມ່ນວ່າ ການ​ເດີນທາງ​ທີ່​ເປັນ​ຂີດໝາຍນີ້ ​ເປັນ​ພຽງບາດກ້າວ​ທໍາ​ອິດ
ຂອງ​ການ​ເດີນທາງ​ອັນ​ຍາວ​ໄກ ກວ່າ​ຈະ​ໄປ​ເຖິງ​ຈຸດ​ນັ້ນ​. ບົວ​ສະຫວັນ​ມີ​ລາຍ​ງານ​ນີ້ມາ
ສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.



ການບິນ​ຖ້ຽວທໍາ​ອິດ​ຂອງ​ເຮືອບິນ​ອາຍ​ພົ່ນ C919 ​ແມ່ນ​ເປັນ​ບາດກ້າວ​ອັນ​ສໍາຄັນ​ສໍາລັບ
ບໍ​ລິສັດລັດ​ວິ​ສາ​ຫະກິດການບິນ​ທາງການ​ຄ້າຂອງ​ຈີນ ຫລື COMAC ​ແລະຄວາມ​ພະຍາ
ຍາມ​ໃນ​ການ​ແຂ່ງຂັນຊິງ​ເຂົ້າຕະຫລາດ​ໂລກ​ ຊຶ່ງ​ເປັນ​ຕະຫລາດ​ທີ່​ຄາດ​ວ່າ​ຈະ​ມີ​ມູນ​ຄ່າ
ຫລາຍໆ ພັນຕື້​ໂດ​ລາ​ໃນ 20 ປີ​ຂ້າງໜ້າ.

ພາກສ່ວນ​ໃຫຍ່ໆ ຢູ່​ໃນ​ມູນ​ຄ່າ​ລວ​ມຂອງ​ຕະຫລາດນີ້ ​ແມ່ນ​ໄດ້​ແກ່​ຕະຫລາດ​ການບິນ​ທີ່
​ມີ​ການ ຂະຫຍາຍ​ໂຕ​ວ່ອງ​ໄວ​ທີ່​ສຸດ ຊຶ່ງ​ນັ້ນກໍ​ຄືປະ​ເທດຈີນ​. ແລະທ່ານ Tung Wan ວິສະ
ວະກອນ​ດ້ານ​ການບິນ​ເວົ້າວ່າ ​ເນື່ອງຈາກ ການບິນ​ແມ່ນ​ອຸດ​ສະຫະ​ກໍາ​ຫລັກ​ຂອງ​ປະ​ເທດ, ຈຶ່ງຄາດ​ວ່າ ສາຍ​ການບິນ​ພາຍ​ໃນ ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາເຈົ້າ ​ໃຫ້ການ​ສະໜັບສະ
ໜຸນ​ໃນ​ດ້ານ​ນີ້. ທ່ານ​ກ່າວ​ດັ່ງນີ້:

"ຂ້າພະ​ເຈົ້າຄິດ​ວ່າ​ເຮືອບິນ C919 ຈະຖືກ​ມອງ​ເຫັນ​ວ່າ ​ເປັນແຜນການທີ່ເປັນເສົາຄໍ້າ
ຫລື​ໂຄງການແມ່. ມັນບໍ່ກ່ຽວຂ້ອງ​ວ່າ ສາຍການບິນໃນທ້ອງ​ຖິ່ນ ຈະ​ມັກ​ຫລືບໍ່ ຂ້າພະ​
ເຈົ້າຄິດ​ວ່າ ສາຍການບິນ​ໃນ​ທ້ອງ​ຖິ່ນ​ສ່ວນຫຼາຍຈະຕ້ອງ​ໄດ້​ສັ່ງ​ຊື້​ເຮືອບິນ C919 ທີ່​ມີ​
ບ່ອນ​ຍ່າງ​ແລວ​ດຽວ​ແລະເນື້ອທີ່ແຄບໆ ​ເພື່ອຕອບ​ສະໜອງຄວາມ​ຕ້ອງການ​ ​ໃນ​ການ​ບໍລິການຂອງ​ຕົນ"


ບໍລິສັດ COMAC ​ເວົ້າວ່າ ຕົນ​ໄດ້​ຮັບ​ໃບສັ່ງ​ຊື້ມາ 570 ສະບັບ​ແລ້ວ​ຈາກລູກ​ຄ້າ 23 ຄົນ.
​ແຕ່​ຢ່າງ​ໃດ​ກໍ​ຕາມ ພວກນັກວິ​ໄຈ​ເວົ້າວ່າ ການ​ທີ່​ຈະ​ຊີງເຂົ້າ​ໄປຢູ່​ໃນ​ຕະຫລາດ​ສາກົນ​ໄດ້​ນັ້ນ ​ແມ່ນ​ຍາກ​ຫລາຍ. ​ເຮືອບິນ​ອາຍ​ພົ່ນ​ດັ່ງກ່າວ ​ຕ້ອງ​ໄດ້​ຜ່ານ​ການ​ທົດ​ລອງ​ອັນ​ສໍາຄັນ ​ເປັນ​ໄລ
ຍະ​ສາມ​ປີ​ຂ້າງໜ້າ ​ແລະ​ຈາກ​ນັ້ນກໍ​ຈະຮັກສາ​ປະ​ຫວັດດ້ານຄວາມ​ປອດ​ໄພ​ໃຫ້​ໄດ້​ຢ່າງໜ້ອຍ 3-5 ປີ ພາຍຫລັງ​ທີ່​ບັນດາ​ເຮືອບິນ​ຊຸດ​ທໍາ​ອິດ​ໄດ້​ເອົາ​ອອກ​ມາ​ນໍາໃຊ້​.

ພວກນັກວິ​ໄຈ​ເວົ້າວ່າ ຍັງ​ເວົ້າອີກ​ວ່າ ລາຄາ​ຂອງ​ເຮືອບິນ​ດັ່ງກ່າວຊຶ່ງເທົ່າ​ກັບ ປະມານ​ເຄິ່ງນຶ່ງ​ຂອງ​ຄູ່ແຂ່ງ ​ແລະ​ຕະຫລາດ​ອັນ​ໃຫຍ່​ມະຫາສານ​ຂອງ​ຈີນ ຈະ​ເຮັດ​ໃຫ້​ເຮືອບິນ C919 ​ໄດ້​ປຽບ ​ແຕ່​ຖ້າ​ເວົ້າເຖິງເລື່ອງ​ເທັກໂນ​ໂລ​ຈີ​ແລ້ວ ຍັງ​ອີກ​ຫລາຍໆປີຢູ່ ມັນຈຶ່ງ​ຈະ​ນໍາທັນ​ຄູ່​ແຂ່ງຂັນ​ໄດ້.

ທັງ​ເຮືອບິນ Airbus ​ແລະ Boeing ຕ່າງກໍ​ຫານຳ​ເອົາ​ເຮືອບິນ​ແບບ​ຄ້າຍໆຄືກັນນີ້ອອກ​ມາ.

ການນຳເອົາອອກອາກາດ​ ການບິນ​ຄັງທໍາ​ອິດ​ຂອງ​ເຮືອບິນ C919 ທາງ​ໂທລະພາບຂອງ​
ລັດ ​ໄດ້ເຮັດ​ໃຫ້​ມີ​ຄວາມ​ປະ​ທັບ​ໃຈ ໃນການ​ຄວບ​ຄຸມ​ຢູ່​ທາງ​ພາກພື້ນດິນແບບດຽວກັນກັບ
​ການ​ສົ່ງ​ຈະ​ຫລວດ​ຂຶ້ນ​ໄປ​ເທິງ​ອາ​ວະ​ກາດ. ການ​ສ້າງ​ເຮືອບິນໃຊ້​ໃນການ​ຄ້າ ​ແລະ​ຄວາມ​ພະຍາຍາມ​ທີ່​ຈະ​ແຂ່ງ​ກັບ​ກຸ່ມຜູ້​ຜະລິດ​ນ້ອຍໆກຸ່ມ​ນຶ່ງ​ໃນ​ໂລກ ​ແມ່ນ​ແຕກ​ຕ່າງ​ກັບ​ການ
​ແຂ່ງຂັນ​ຂອງ​ຈີນ​ເຂົ້າ​ໃນ ຂະ​ແໜງອຸດສາຫະກໍາ​ອື່ນໆ​ຫລາຍ ​ແລະ​ມີ​ຄວາມ​ສ່ຽງສູງ
ຫລາຍກວ່າ.

ທ່ານ Tung Wan ​ເວົ້າວ່າ ອຸດ​ສະຫະ​ກໍາ​ດ້ານ​ການບິນ ​ແລະ​ເຮືອບິນ C919 ​ແມ່ນ​ສັນ
ຍາ​ລັກ​ຂອງ​ຄວາມ​ພູມ​ໃຈ​ຂອງ​ຊາດ. ທ່ານ​ກ່າວ​ເພີ້ມ​ເຕີມ​ວ່າ:
"ຖ້າຫາກ​ມີການ​ລົ້ມ​ແຫລວ​ທາງ​ດ້ານ​ເຕັກນິກໃດໆ ​ເຊັ່ນ ໝໍ້​ໄຟ​ໃຊ້​ການບໍ່​ໄດ້ ​ຄື​ກັນ​ກັບ​
ເຮືອບິນ Boeing 787 ​ເຄີຍໄດ້​ປະສົບ​ມານັ້ນ ​ເຮືອບິນ​ລຸ້ນນີ້ຈະ​ປະ​ເຊີນ​ກັບ​ຄວາມ
​ຫຍຸ້ງຍາກ​ຫລາຍ. ສະນັ້ນ ​ເທົ່າ​ນີ້ ກໍ​ວາດ​ພາບ​ອອກ​ໄດ້​ແລ້ວ​ວ່າ ພວກ​ເຂົາ​ເຈົ້າຕົກຢູ່​
ພາຍ​ໃຕ້​ຄວາມກົດ​ດັນ​ຫລາຍ​ປານ​ໃດ. ​ເຂົ​າ​ເຈົ້າ ຕ້ອງ​ໄດ້​ເຮັດ​ໃຫ້​ແນ່​ໃຈ​ໄດ້​ວ່າ ຈະ​ບໍ່ມີ​ເຫດການ​ແບບ​ນັ້ນ​ເກີດ​ຂຶ້ນ​ແນ່ນອນ."


ພາຍຫລັງທີ່​ໄດ້​ບິນ​ຂຶ້ນທົດ​ລອງ​ເປັນ​ເວລາ ນຶ່ງ​ຊົ່ວ​ໂມງ​ເຄິ່ງ ​ເຮືອ​ບິນ​ດັ່ງກ່າວ ​ກໍ​ໄດ້​ບິນ​ກັບ
ຄືນ​ມາ​ສໍາ​ພັດ​ກັບໜ້າດິນອີກ ທີ່ສະໜາມບິນສາກົນ Pudong ຂອງ​ນະຄອນ​ຊຽງ​ໄຮ ​ທີ່​ພວກເຈົ້າໜ້າທີ່​ໄດ້​ຍົກຍ້ອງ​ສັນລະ​ເສີນການບິນ​ດັ່ງກ່າວ​ ວ່າ​ເປັນ​ຜົນ​ສໍາ​ເລັດ​ຂອງ​ຊາດ. ​ແຕ່
​ຢ່າງ​ໃດ​ກໍ​ຕາມ ພວກ​ນັກ​ວິຈາ​ນກໍ​ຍັງໄດ້​ໃຫ້​ຂໍ້ສັງເກດ​ວ່າ ​ເຄື່ອງອາ​ໄຫລ່ສ່ວນ​ໃຫຍ່​ຂອງ
​ເຮືອ​ບິນ​ດັ່ງກ່າວ ກໍ​ແມ່ນໄດ້​ສັ່ງເຂົ້າໄປ​ຈາກຕ່າງປະ​ເທດ​ທັງ​ນັ້ນ.

ເຊີນເບິ່ງວີດິໂອກ່ຽວກັບຂ່າວນີ້ ເປັນພາສາອັງກິດ

XS
SM
MD
LG