ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນວ່າ ຕົນຍິງເຮືອ ຫວຽດນາມ ຍ້ອນຫາປາ ຜິດກົດໝາຍ (ວີດີໂອ)


ຈີນກ່າວ​ວ່າ ຕົນ​ມີ​ເຫດຜົນ​ພຽງພໍ ​ທີ່​ໄດ້ຍິງ​ເຮືອ​ຫາ​ປາຫວຽດນາມ
ລຳ​ນຶ່ງ ຢູ່​ໃນ​ເຂດ​ທີ່​ຍັງ​ມີ​ການຖົກ​ຖຽງ​ກັນ ​ໃນທ​ະ​ເລ​ຈີນ​ໃຕ້
ຈີນກ່າວ​ວ່າ ຕົນ​ມີ​ເຫດຜົນ​ພຽງພໍ ​ທີ່​ໄດ້ຍິງ​ເຮືອ​ຫາ​ປາຫວຽດນາມ ລຳ​ນຶ່ງ ຢູ່​ໃນ​ເຂດ​ທີ່​ຍັງ​ມີ​ການຖົກ​ຖຽງ​ກັນ ​ໃນທ​ະ​ເລ​ຈີນ​ໃຕ້
ຈີນກ່າວ​ວ່າ ຕົນ​ມີ​ເຫດຜົນ​ພຽງພໍ ​ທີ່​ໄດ້ຍິງ​ເຮືອ​ຫາ​ປາຫວຽດນາມ
ລຳ​ນຶ່ງ ຢູ່​ໃນ​ເຂດ​ ທີ່​ຍັງ​ມີ​ການຖົກ​ຖຽງ​ກັນ ​ໃນທ​ະ​ເລ​ຈີນ​ໃຕ້ ຫລັງ
​ຈາກຮາໂນ່​ຍ ​ໄດ້​ກ່າວ​ຫາປັກ​ກິ່ງວ່າ ​ສ້າງ​ຄວາມ​ເສຍ​ຫາຍໃຫ້ແກ່​
ເຮືອລຳ​ນັ້ນ.

​ໂຄສົກ​ລັດຖະບານ​ຈີນ ທ່ານ Hong Lei ກ່າວ​ວ່າ ຈີນໄດ້ “​ ເອົາ
ມາດ​ຕະການ ທີ່​ເໝາະ​ສົມ ແລະ​ມີ​ເຫດຜົນ” ຕໍ່​ເຮື​ອຫວຽດນາມ ທີ່​
ຫາ​ປາ​ຢ່າງຜິດ​ກົດໝາຍ​ ໃນ​ນ່ານ​ນໍ້າຂອງ​ຈີນ. ທ່ານ Hong ກ່າວ​ວ່າ ​

“ການ​ຮັບ​ມື ຂອງພະ​ແນ​ກການ​ກ່ຽວຂ້ອງ​ຂອງຈີນ ຕໍ່​ເຮືອ​ຫາ​ປາທີ່​ຜິດ​ກົດໝາຍຂອງ​ຫວຽດນາມ​ນັ້ນ ແມ່ນ​ເໝາະ​ສົມ ​ແລະມີ​ເຫດຜົນ​ດີ. ພະ ​ແນ​ກການ​ກ່ຽວຂ້ອງ​ຂອງຈີນ ຢືນຢັນ​ວ່າ​ ເຮືອ​ຫາ​ປາຫວຽດນາມ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຫລື​ຕົກ​ຢູ່ອັນ​ຕະລາຍ​ໃດໆ ​ໃນ​ເວລາ​ນັ້ນ. ພວກ​ເຮົາ​ຫວັງ​ວ່າ ຝ່າຍ​ຫວຽດນາມ ຈະ​ເອົາ​ບາດ​ກ້າວ​ທີ່​ສຳຄັນ ​ເພື່ອ​ປັບ​ປຸ​ງ ການ​ສຶກສາ ​ແລະ​ການ​ຄຸ້ມ​ຄອງ​ຊາວ​ປະມົງ ​ໃຫ້​ຍຸຕິ​ກິດຈະກຳ​ທີ່​ຜິດ​ກົດ ໝາຍ​ແບບ​ນີ້.”

ໃນ​ວັນ​ຈັນ​ຜ່ານ​ມາ ຫວຽດນາມກ່າວ​ວ່າ ​ເຮືອ​ຈີນລຳ​ນຶ່ງ ​ໄດ້ຍິງ​ປືນໃສ່​ເຮືອ​ຫວຽດນາມ ຢູ່​ໃກ້​ໝູ່​ເກ​າະ Paracel ທີ່​ມີ​ການ​ຂັດ​ແຍ້​ງກັນ ​ແລະໄດ້​ຈູດ​ຫ້ອງ​ຄົນ​ຂັບ. ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຮ້ອງ​ການ​ໂຈມ​ຕີນີ້​ວ່າ “ຮ້າຍ​ແຮງ” ​ແລະ​ກ່າວ​ວ່າ ມັນ​ເປັນ​ການ​ລ່ວງ​ລະ​ເມີດ​ຕໍ່ອະ ທິປະ​ໄຕ​ຂອງ​ຫວຽດນາມ.

ຫວຽດນາມ ຮຽກຮ້ອງ​ໃຫ້​ຈີນ ທໍາ​ການ​ສືບສວນ​ເຫດການ​ດັ່ງກ່າວ ​ແລະ​ໃຊ້​ຄ່າ​ເສຍ​ຫາຍ​ໃຫ້​ແກ່​ເຮືອຂອງຊາວ​ປະມົງ.ໝູ່​ເກາະ Parcel ​ແມ່ນຄວບ​ຄຸມ​ໂດຍ​ຈີນແຕ່​ອ້າງ​ກຳມະສິດ​ໂດຍຫວຽດ ນາມ.

ຫວຽດນາມ ​ແລະ​ຈີນ ຕ່າງ​ກໍ​ອ້າງ​ເອົາບໍລິ​ເວນ​ທີ່​ກວ້າງຂວາງໃນທະ​ເລ​ຈີນ​ໃຕ້ ຊຶ່ງ​ອຸດົມ
ສົມ​ບຸນ​ໄປ​ດ້ວຍ​ນໍ້າມັນ ​ແລະແກັສທຳ​ມະ​ຊາດ. ຟິລິບ​ປິນ ໄຕ້​ຫວັນ ມາ​ເລ​ເຊຍ ​ແລະ​ບຣູ​ໄນ ຕ່າງ​ກໍ​ອ້າງເອົາ​ບາງສ່ວນ​ຂອງ​ທະ​ເລດັ່ງກ່າວເຊັ່ນດຽວກັນ.​

ເບິ່ງວີດີໂອກ່ຽວຂ້ອງ

China Vietnam
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG