ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຍີ່ປຸ່ນ ຂັບໄລ່ ເຮືອນັກເຄື່ອນໄຫວ ໄຕ້ຫວັນ


ພາບທີ່ສະແດງໃຫ້ເຫັນວ່າ ທະຫານຍີ່ປຸ່ນ ຢູ່ໃນກໍ່າປັ່ນເບື້ອງຂວາ ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ຂັບໄລ່ເຮືອລຳນຶ່ງທີ່ບັນ ທຸກພວກນັກເຄື່ອນໄຫວຊາວໄຕ້ຫວັນ ທີ່ມຸ້ງໜ້າໄປສູ່ ເກາະທີ່ເປັນບັນຫາຂັດແຍ້ງກັນ ຢູ່ໃນເຂດທະເລຈີນຕາເວັນອອກ ໃນວັນທີ 24 ມັງກອນ 2013
ພາບທີ່ສະແດງໃຫ້ເຫັນວ່າ ທະຫານຍີ່ປຸ່ນ ຢູ່ໃນກໍ່າປັ່ນເບື້ອງຂວາ ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ຂັບໄລ່ເຮືອລຳນຶ່ງທີ່ບັນ ທຸກພວກນັກເຄື່ອນໄຫວຊາວໄຕ້ຫວັນ ທີ່ມຸ້ງໜ້າໄປສູ່ ເກາະທີ່ເປັນບັນຫາຂັດແຍ້ງກັນ ຢູ່ໃນເຂດທະເລຈີນຕາເວັນອອກ ໃນວັນທີ 24 ມັງກອນ 2013
ກໍາລັງທະຫານຍີ່ປຸ່ນໄດ້ໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ຂັບໄລ່ເຮືອ
ລຳນຶ່ງ ທີ່ບັນ ທຸກພວກນັກເຄື່ອນໄຫວຊາວໄຕ້ຫວັນ ທີ່ມຸ້ງໜ້າ
ໄປສູ່ເກາະທີ່ເປັນບັນຫາຂັດ ແຍ້ງກັນ ຢູ່ໃນເຂດທະເລຈີນຕາ
ເວັນອອກ ໃນວັນພະຫັດມື້ນີ້.

ໜ່ວຍຍາມຝັ່ງຂອງຍີ່ປຸ່ນເວົ້າວ່າ ເຮືອລໍານີ້ ທີ່ໄດ້ຮັບການຄຸ້ມກັນ
ໂດຍກໍ່າປັ່ນ ຂອງລັດຖະບານໄຕ້ຫວັນ 4 ລຳນັ້ນ ໄດ້ຖືກຂັບໄລ່
ໃຫ້ຫລົບໜີໄປປະມານ 30 ກິໂລແມັດ ຫ່າງຈາກໝູ່ເກາະທີ່ຖືກ
ຄວບຄຸມໂດຍຍີ່ປຸ່ນ ແຕ່ກໍມີການອ້າງເອົາກໍາ ມະສິດໂດຍຈີນ
ແລະໄຕ້ຫວັນ ອີກເຊັ່ນກັນ.

ອົງການຂ່າວສູນກາງຂ່າວຂອງທາງການໄຕ້ຫວັນເວົ້າວ່າ
ພວກນັກເຄື່ອນໄຫວ ຈຸນີ້ຢາກໄປຍັງໝູ່ເກາະດັ່ງກ່າວ ເພື່ອຈະ ເອົາຮູບປັ້ນຂອງເທບພະເຈົ້າ Matsu ຊຶ່ງເປັນເທບພະເຈົ້າ
ຍິງຮັກສາທະເລ ຊຶ່ງພວກເຂົາເຈົ້າເຊື່ອກັນວ່າ ຈະຊ່ວຍປົກປ້ອງຄຸ້ມຄອງຊາວປະມົງໄຕ້ຫວັນ ຢູ່ໃນເຂດດັ່ງກ່າວ ໄປຕັ້ງໄວ້ທີ່ນັ້ນ.

ໝູ່ເກາະທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ນັ້ນ ໄດ້ກາຍ ມາເປັນຈຸດ ລະເບີດຂອງບັນຫາຂັດແຍ້ງໃນລະດັບຕໍ່າເມື່ອໝໍ່ໆມານີ້ ໂດຍສ່ວນໃຫຍ່ແມ່ນລະຫວ່າງ ເຮືອຂອງປຸ່ນ ແລະຂອງຈີນ.

ເມື່ອໄວໆມານີ້ ທັງສອງປະເທດຍັງໄດ້ສົ່ງເຮືອບິນລົບອາຍພົ່ນ ໄປລາດຕະເວນອ້ອມແອ້ມ ໝູ່ເກາະດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ມີຄວາມຢ້ານກົວຫຼາຍຂຶ້ນວ່າ ອາດຈະເກີດສົງຄາມລະ ຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນພາກພື້ນເອເຊຍນັ້ນ.
XS
SM
MD
LG