ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນຈຳຄຸກ 39 ຄົນ ຢູ່ເຂດຊິນຈຽງ ທີ່ພົວພັນ ຂໍ້ຫາ ກໍ່ການຮ້າຍ


ແຜນທີ່ເຂດ Xinjiang ຂອງປະເທດຈີນ
ແຜນທີ່ເຂດ Xinjiang ຂອງປະເທດຈີນ
ຈີນ ​ໄດ້ຕັດສິນໃຫ້ໃສ່​ຄຸກ 39 ຄົນ ​ຢູ່ທີ່​ເຂດ Xinjiang ທາງ
ພາກຕາເວັນຕົກ ສຸດຂອງປະເທດ ຫລັງ​ຈາກ​ພົບ​ເຫັນ​ວ່າ
​ເຂົາ​ເຈົ້າ​ມີ​ຄວາມ​ຜິດ ​ຮວມ​ທັງເຜີຍ​ແຜ່ ວິ​ດີ​ໂອ ທີ່​ຍຸ​ແຍ່ໃຫ້ກໍ່
​ການ​ຮ້າຍ.

ສື່ມວນຊົນຂອງທາງການຈີນ ​ແລະ​ຖະ​ແຫລ​ງການ​ຂອງ​ສານ
ກ່າວ​ວ່າ ການ​ກ່າວ​ຫາ​ຍັງ​ຮວມ​ທັງ ການຈັດ​ຕັ້ງ ​ແລະ​ນຳພາ​
ບັນ​ດາ​ກຸ່ມ​ກໍ່​ການ​ຮ້າຍທີ່​ຍຸ​ແຍ່​ໃຫ້ ມີຄວາມຄຽດ​ຊັງແລະຫວ່າງ
ຊົນຊາດຊົນເຜົ່າ ​ແລະ​ຜະລິດ​ອາວຸດປືນ ທີ່​ຜິດກົດໝາຍ.

ທ້າວ Maimaitiniyazi Aini ອາຍຸ 25 ປີ ​ໄດ້​ຖືກ​ຕັດສິນລົງ​
ໂທດ​ໃຫ້ຕິດ​ຄຸກ 5 ປີ​ ​ເພາະວ່າ ລາວ​ໄດ້​ໃຫ້ຄວາມເຫັນ ໃນລະ
ຫວ່າງ​ລົມ​ກັນ​ທາງ​ອິນ​ເຕີແນັດ.

​ເຂດ Xinjiang ​ຊຶ່ງເປັນເຂດອາໄສຢູ່ຂອງ​ພວກຊົນກຸ່ມນ້ອຍ ມຸສລິ​ມ Uighur ແມ່ນເຫັນ
ວ່າ ມີການໂຈມຕີທີ່ຮຸນແຮງ​ເພີ້​ມຂຶ້ນ ໃນອັນ​ທີ່ປັກ​ກິ່ງກ່າວ​ວ່າ ​ເປັນ​ພວກອິສລາມ​ແບ່ງ​ແຍກ​ດິນ​ແດນ.

ຢູ່ໃນ​ການ​ໂຈມ​ຕີ​ເທຶ່ອຫລ້າ​ສຸດ ມີຄົນ​ນຶ່ງ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​
ເຈັບ ​ຈາກພວກຄົນຮ້າຍທີ່ມີມີດ ​ແລະ​ລະ​ເບີດ ເປັນອາວຸດ ຢູ່ທີ່​ສະຖານີ​ລົດໄຟ​ໃນ​ເມືອງ​ຫລວງອຸຣຸມຈີ ຂອງ Xinjiang. ຜູ້​ໂຈມ​ຕີ​ທັງ​ສອງ​ຄົນ​ຖືກຂ້າຕາຍ.

ກຸ່ມຊາວ Uighur ພັດ​ຖິ່ນ ກ່າວ​ວ່າ ການ​ໂຈມ​ຕີ​ເກີດ​ຂື້ນ​ ຍ້ອນມີການນຳໃຊ້ນະໂຍບາຍ
ແບບໜັກມື ໃນການຈຳກັດຮັດແຄບບ ​ການນັບຖືສາສະໜາຂອງຊາວ Uighur ​ແລະ
​ຍ້ອນນະ​ໂຍບາຍ ​ທີ່​ເຫັນ​ພ້ອມ​ກັບ ຊາວ Han ຊຶ່ງເປັນຊົນກຸ່ມ​ໃຫຍ່ຂອງຈີນ.

​ຍັງເປັນການຍາກຢູ່ທີ່ຈະກວດພິສູດຂໍ້ມູນລາຍ​ລະອຽດກ່ຽວ​ກັບ​ການ​ໂຈມຕີ ​ເພາະວ່າ
ຈີນໄດ້​ຈຳກັດຮັດແຄບບຢ່າງເຄັ່ງຄັດ ​ບໍ່​ໃຫ້ບັນດາ​ນັກ​ຂ່າວ ເຂົ້າໄປ​ໃນເຂດ Xinjiang ​ແລະ​ບໍລິເວນອ້ອມ​ແອ້ມ.
XS
SM
MD
LG