ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຈີນປັບ​ໃໝ ບໍລິສັດ​ ຜະລິດຢາ​​ ຍັກໃຫຍ່ GSK ຂອງອັງກິດ ເກືອບ 500 ລ້ານດອນລາ


FILE - In this July 24, 2013 file photo, a Chinese flag is hoisted in front of a GlaxoSmithKline building in Shanghai, China.
FILE - In this July 24, 2013 file photo, a Chinese flag is hoisted in front of a GlaxoSmithKline building in Shanghai, China.

ສານ​ປະ​ຊາ​ຊົນ​ຈີນ​ແຫ່ງ​ນຶ່ງ ​ໄດ້​ປັບ​ໃໝ ບໍລິສັດ​ຜະລິດຢາຍັກໃຫຍ່
ຂອງ ອັງກິດ GlaxoSmithKline ທີ່ເອີ້ນຫຍໍ້ວ່າ GSK ນັ້ນ ເປັນ
ເງິນ 490 ລ້ານ​ດອນ​ລາ ​ແລະຕັດສິນລົງ​ໂທດອະດີດ​ຜູ້ຈັດການ
​ບໍ​ລິ​ສັດ​ຊາວ​ອັງກິດ ​ແລະ​ບຸກຄົນ​ອື່ນໆອີກ ​ໃຫ້​ຈຳ​ຄຸກ​ ຍ້ອນໃຫ້ເງິນ
​ສິນ​ບົນ​ແກ່ບັນດາ​ທ່ານ​ໝໍ ​ແລະ​ໂຮງໝໍ​ ທີ່​ນຳ​ໃຊ້​ຜະລິດ​ຕະພັນ​ຂອງ
​ບໍລິສັດນັ້ນ.

ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນ ກ່າວ​ວ່າ ການ​ປັບ​ໃໝ​
ທີ່​ໄດ້​ກຳນົດໃນວັນ​ສຸກ​ມື້​ນີ້ ​ໂດຍສານ​ແຫ່ງ​ນຶ່ງ ຢູ່​ເມືອງ Changsha
​ໃນ​ແຂວງ Hunan ທາງພາກ​ກາງຂອງ​ປະ​ເທດ ​ແມ່ນການ​ລົງ​ໂທດ
ທີ່ໜັກ ​ທີ່​ສຸດ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ຂອງ​ສານ​ປະຊາຊົນ​ຈີນ.

ນອກນັ້ນ ສານ​ດັ່ງກ່າວ​ ຍັງ​ໄດ້​ຕັດສິນ​ລົງ​ໂທດ ທ່ານ Mark Reilly ຊຶ່ງ​ເປັນ​ອະດີດ​ຜູ້ຈັດການ
ບໍ​ລິ​ສັດ GSK ​ໃນ​ຈີນ ​ແລະ ຜູ້​ບໍລິຫານ​ຄົນ​ອື່ນໆ​ອີກ ​ໃຫ້​ຈຳ​ຄຸກ​ໃນລະຫວ່າງ 2 ຫາ 4 ປີ​.

​ເຈົ້າໜ້າ​ທີ່​ຕຳຫລວດ ​ໄດ້​ກ່າວ​ຫາ ທ່ານ Reilly ທີ່​ໄດ້​ອອກ​ຄຳ​ສັ່ງ ​ໃຫ້​ພະນັກງານ​ຂອງ​ບໍລິສັດ GSK ຕິດ​ສິນ​ບົນ​ບັນດາໂຮງໝໍ ທ່ານ​ໝໍ ​ແລະສະ​ຖາ​ບັນ​ການແພດຕ່າງໆ ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຕື້​ດອນ​ລາ​ຄືນ​ ຈາກລາຍຮັບ​ທີ່​ຜິດ​ກົດໝາຍ.

XS
SM
MD
LG