ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະທານ ສະພາຕ່ຳ ແລະນັກຮຽນຍິງ ຈາກ ໄອດາໂຮ ໄຕ້ຕົ້ນຄຣິສມາສ ທີ່ຕຶກສະພາ


ພິທີໄຕ້ໄຟ ໃຫ້ຕົ້ນຄຣິສມາສ ທີ່ຕຶກລັດຖະສະພາ ສະຫະລັດ. (6 ທັນວາ 2016)
ພິທີໄຕ້ໄຟ ໃຫ້ຕົ້ນຄຣິສມາສ ທີ່ຕຶກລັດຖະສະພາ ສະຫະລັດ. (6 ທັນວາ 2016)

ມີ​ການ​ໄຕ້​ໄຟ ​ໃຫ້ຕົ້ນຄຣິສມາສ ທີ່​ຕຶກ​ລັດຖະສະພາ​ສະຫະລັດ ຊຶ່ງ​ເປັນຕົ້ນ​ແປກ Engel- mann ​ສູງ 24 ​ແມັດ ຈາກ​ລັດ​ໄອ​ດາ​ໂຮ ​ໃນ​ຕອນ​ຄ່ຳວັນ​ອັງຄານ​ວານນີ້ ທີ່​ເດີ່ນ​ທາງ​ກ້ຳ​ຕາ​ເວັນ​ຕົກ ຂອງ​ຕຶກ​ລັດຖະສະພາ​.

​ໃນ​ປີນີ້ ຕົ້ນຄຣິສມາດ​ຂອງ​ຕຶກ​ລັດຖະສະພາ ຊຶ່ງເປັນ​ປະ​ເພນີ​ທີ່​ມີ​ມາ​ແຕ່​ປີ 1964 ​ແມ່ນ​ນຳ​ມາ​ຈາກ​ອຸດ​ທະ​ຍານ​ແຫ່ງ​ຊາດທີ່​ລັດໄອ​ດາ​ໂຮ ​ໃກ້ໆ​ກັບ​ເມືອງ McCall.

ຕົ້ນ​ໄມ້ ທີ່​ມີ​ອາຍຸ 84 ປີ​ດັ່ງກ່າວ ​ໄດ້​ຖືກ​ຕັດ ​ເມື່ອ​ວັນ​ທີ 2 ພະ​ຈິກ ​ແລະ​ສົ່ງ​ມາເຖິງ​ນະຄອນ ຫຼວງວໍ​ຊິງ​ຕັນ ​ໃນ​ວັນ​ທີ 28 ພະ​ຈິກ.

ຕົ້ນຄຣິສມາສ ທີ່ຕຶກລັດຖະສະພາ
ຕົ້ນຄຣິສມາສ ທີ່ຕຶກລັດຖະສະພາ

ວົງ​ດົນຕີ​ ກອງທັບ​ອາກາດສະຫະລັດ ​ໄດ້​ພາກັນ​ເສບ​ບັນ​ເລງ​ເພງ​ຄຣິສມາສ ​ໃນ​ຂະນະ​ທີ່​ປະທານ​ສະພາ​ຕ່ຳ​ສະຫະລັດທ່ານ Paul Ryan ​ແລະ​ນາງ Isabella Gerard ອາຍຸ 10 ປີ ນັກຮຽນ​ຊັ້ນ ປ. 5 ຈາກ​ເມືອງ Boise ລັດ​ໄອ​ດາ​ໂຮ ​ຈຸດໄຟ​ໄຕ້​ຕົ້ນ​ຄຣິສມາສ ໃນ​ພິທີ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ ທີ່​ອາກາດ​ຂ້ອນ​ຂ້າງເຢັນ ​ແລະ​ມີ​ຝົນຕົກ​ລົງ​ມາໜ້ອຍ​ນຶ່ງ.

ນາງ Isabella ​ແມ່ນ​ຮວມຢູ່​ໃນ​ພາກ​ນັກຮຽນ​ປະມານ 200 ຄົນທີ່​ໄປ​ຮ່ວມ​ການ​ແຂ່ງຂັນ ​ໃນ​ການ​ໄຕ້​ໄຟ​ຄັ້ງນີ້.

ສະມາຊິກ​ສະພາ​ສູງ Mike Crapo ທີ່​ເປັນ​ຜູ້ນຳ​ພາຄະ​ນະ​ຜູ້​ແທນ​ຈາກ​ລັດ​ໄອ​ດາ​ໂຮ ​ໃນ​ການ​ນຳ​ສະ​ເໜີ​ຕົ້ນຄຣິສມາສປີນີ້ ​ໄດ້​ເລືອກ​ເອົາ​ນັກຮຽນ ປ. 5 ຍ້ອນ​ຄຳກອນ​ຂອງ​ນາງ ທີ່ ​ມີ​ຊື່ວ່າ ພູຜາ​ທີ່​ດັ້ງ​ເດີມ​ ຂອງ​ລັດ​ໄອ​ດາ​ໂຮ ຫຼື "Pristine Idaho Mountains."

Capitol Tree Lighting
please wait
Embed

No media source currently available

0:00 0:00:53 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG