ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ​ເທ​ນ ​ເຊ​ນ ​ເສັດ​ສິ້ນ ​ການ​ຢ້ຽມຢາມ​ ສຫລ (ສະໄລດ໌)


ປະທານາທິບໍດີມຽນມາ ທ່ານ ​ເທ​ນ ​ເຊ​ນ
ປະທານາທິບໍດີມຽນມາ ທ່ານ ​ເທ​ນ ​ເຊ​ນ
ປະທານາທິບໍດີມຽນມາ ທ່ານ ​ເທ​ນ ​ເຊ​ນ ​ໄດ້ເສັດ​ສິ້ນ​ການ​ຢ້ຽມຢາມ​ກຸງວໍ​ຊິງ​ຕັນ ຄັ້ງ​ປະຫວັດ ສາດ ​ໂດຍ​ການ​ໄດ້​ເຊັນ​ສັນຍາ​ການ​ຄ້າ ສະບັບ​ນຶ່ງ ກັບ​ລັດຖະບາ​ນທ່ານ Obama ແລະພົບ​ພໍ້​ກັບສະມາຊິກ​ລັດຖະສະພາຄົນ​ສໍາຄັນ ຫຼາຍໆ​ທ່ານ.

ສະມາຊິກ​ຄົນ​ນຶ່ງ​ໃນ​ຄະນະ​ຢ້ຽມຢາມ​ຂອງ​ທ່ານເທ​ນ ​ເຊ​ນ ຄື​
ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ມຽນມາ ທ່ານ Pwint San ​ໄດ້ລົງ​ນາມ​ໃນ​ສັນຍາດັ່ງກ່າວ ​ກັບ ທ່ານ Demetrois Marantis ​ຜູ້​ຮັກສາ​ການ​ຕາງ​ຜູ້​ແທນ​ການ​ຄ້າສະຫະລັດ ​ໃນ​ວັນ​ອັງຄານ​
ວານ​ນີ້.

ຫ້ອງການ​ຂອງ​ທ່ານ Marantis ກ່າວ​ວ່າ ສັນຍາ​ທີ່​ເຊັນ​ກັນ ທີ່​ເອີ້ນ​ວ່າ ຂໍ້​ຕົກລົງການ​ຄ້າ ແລະການ​ລົງທຶນ​ນັ້ນ ຮຽກຮ້ອງ​ໃຫ້ສະຫະລັດ​ແລະ​ມຽນມາ ຊີ້​ບອກເຖິງ "ການ​ລິ​ເລີ່​ມ" ຕ່າງໆ​ທາງ​ດ້ານ​ທຸລະ​ກິດ ​ທີ່ຈະສະ​ໜັບ​ສະ​ໜູນການ​ປະຕິ​ຮູບແລະໂຄງການ​ພັດທະນາ​ຕ່າງໆ ທີ່​ຈະ​ເປັນຜົນປະ​ໂຫຍ​ດຕໍ່​ປະຊາຊົນ​ມຽນມາ ​ຮວມທັງພວກ​ທີ່​ທຸກ​ຍາກ​ທີ່​ສຸດ​ດ້ວຍ ​ແຕ່ບໍ່​ໄດ້​ມີ​ການ ​ໃຫ້ລາຍ​ລະອຽດ
ສະ​ເພາະ​ແຕ່​ຢ່າງ​ໃດ.



ມຽນມາຢາກ​ຈະ​ໃຫ້ສະຫະລັດ​ຍົກ​ເລີກ​ຂໍ້​ຫ້າມ​ທີ່​ຍັງ​ເຫລືອ​ຢູ່ ຕໍ່ສິນຄ້າຂອງ​ມຽນມານັ້ນ ​ແລະ​ຢາກ​ໃຫ້​ສະຫະລັດ​ຊຸກຍູ້​ໃຫ້​ນັກ​ທຸລະກິດອາ​ເມຣິກັນ​ເຂົ້າໄປລົງ​ທຶນ​ ໃນມຽນມາ. ສະ​ຫະລັດ​ໄດ້​ນໍາ​ເຂົ້າ ສິນຄ້າຈາກ​ມຽນມາ ​ໃນ​ມູນ​ຄ່າຕໍ່າ​ກ່ວາ 1 ລ້ານ​ໂດ​ລ່າ ​ໃນໄຕ​ມາດ​ທໍາ​ອິດ​ຂອງ​ປີ​ນີ້ ​ໃນ​ຂະນະ​ທີ່​ໄດ້​ສົ່ງ​ອອກ​ສິນຄ້າ​ຂອງ​ຕົນ ປະມານ 89 ລ້ານ​ໂດ​ລ່າ ​ໄປ​ຍັງ​ມຽນມາ. ການ​ຄ້າ​ຂອງ​ມຽນມາກັບ​ຕ່າງປະ​ເທດໃນ​ທົ່ວໂລກ ມີ​ມູນ​ຄ່າປະມານ 20 ພັນ​ລ້ານ​ໂດ​ລ່າ ​ໃນ​ປີ​ກາຍ​ນີ້.

ກ່ອນ​ອໍາ​ລາ​ຈາກວໍ​ ຊິງ​ຕັນ ດີ​ຊີ ​ໄປ​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ ​ເທ​ນ ​ເຊ​ນ ຍັງ​ໄດ້ ​ພົບ​ປະ​ກັບ ​ສະມາຊິກ​ສະພາ​ຫຼາຍໆ ຜູ້​ທີ່​ມີ​ອິດ​ທິພົນ​ຕໍ່​ສາຍ​ພົວພັນຂອງ​ສະຫະລັດ​ກັບ​ມຽນມາ​ນັ້ນ ຊຶ່ງ​ຮວມທັງຜູ້​ແທນສະພາ​ສູງ Harry Reid, Mitch McConnell ​ແລະ Lidsay Graham ​ແຕ່ບໍ່​ໄດ້​ມີ​ການ​ເປີດ​ເຜີຍລາຍ​ລະອຽດຂອງ​ການ​ໂອ້​ລົມ​ສົນທະນາ​ນັ້ນ ແຕ່ຢ່າງ​ໃດ.
XS
SM
MD
LG