ລິ້ງ ສຳຫລັບເຂົ້າຫາ

ການພັດທະນາແລະ ການທ່ອງທ່ຽວ ກໍາລັງທໍາລາຍ ສະພາບແວດລ້ອມ ໃນມຽນມາ (ວີດິໂອລາວ/ອັງກິດ)


ຊາວມຽນມາຄົນນຶ່ງກໍາລັງໃຊ້ຊີວິດປະຈໍາວັນ ຫາປາລ້ຽງຊີບ ທີ່ທະເລສາບ Inle ໃນມຽນມາ.

ຊາວມຽນມາຄົນນຶ່ງກໍາລັງໃຊ້ຊີວິດປະຈໍາວັນ ຫາປາລ້ຽງຊີບ ທີ່ທະເລສາບ Inle ໃນມຽນມາ.

ໃນຖານະເປັນແຫຼ່ງທ່ອງທ່ຽວທີ່ກໍາລັງໂດ່ງດັງໃໝ່ສຸດຂອງຂົງເຂດ

ເອເຊຍນັ້ນມຽນມາກໍາລັງປະເຊີນກັບຈໍານວນຊາວຕ່າງປະເທດທີ່

ເພີ່ມຂຶ້ນໄປນັບມື້ ຄືພວກທີ່ຢາກໄປຢ້ຽມຊົມສະຖານທີ່ຕ່າງໆທີ່ປິດ ຕາຍມາໄດ້ຫຼາຍສິບປີ ນັ້ນ. ແຕ່ຈໍານວນນັກທ່ອງທ່ຽວທີ່ເພີ່ມຫຼາຍ

ຂຶ້ນພ້ອມກັບການເຕີບໂຕຂອງອຸດສາຫະກໍາລາຍໃໝ່ໆ ແມ່ນກໍາ ລັງສ້າງຄວາມເສຍຫາຍ​ໃຫ້ແກ່ສະພາບແວດລ້ອມ. ຜູ້ສື່ຂ່າວວີໂອ

ເອ Steve Sanford ລາຍງານຈາກທະເລສາບ INLE ທີ່ມີທິວ

ທັດສວຍງາມຂອງມຽນມາ ບ່ອນທີ່ການພັດທະນາ ທີ່ຂະຫຍາຍ ຕົວອອກໄປຢ່າງວ່ອງໄວນັ້ນ ກໍາລັງສ້າງ​ຄວາມ​ເສຍ​ຫາຍເພີ່ມ​ຕື່ມ

ໃຫ້​ແກ່ລະບົບນິເວດວິທະຍາທີ່​ເສຍ​ຫາຍໄປຫຼາຍແລ້ວນັ້ນ ທອງ

ປານ ມີລາຍ​ລະອຽດ ມາສະເໜີທ່ານ.

ເບິ່ງວີດິໂອ ພາສາລາວ:

ທະເລສາບ Inle ຖືວ່າເປັນອັນຍະ​ມະນີອັນນຶ່ງຂອງມຽນມາບ່ອນທີ່ມີນົກຫຼາຍຊະນິດຍົກ ຍ້າຍໄປຢູ່​ຕາມ​ລະດູ​ການ ສັດສາວາສິ່ງຊະນິດທີ່ຫາຍາກ ແລະບັນດາຊົນເຜົ່າມຽນມາ ຈໍານວນຫຼວງຫຼາຍ ທີ່ອາ​ໄສຢູ່ຮ່ວມກັນ ອ້ອມ ແອ້ມໜອງນໍ້າຈືດ ທີ່​ກ້ວາງໃຫຍ່ ມີພື້ນທີ່

110 ກິໂລແມັດມົນທົນນັ້ນ.

ມາບັດນີ້ ພວກນັກທ່ອງທ່ຽວຕ່າງປະເທດພາກັນຫຼັ່ງໄຫຼເຂົ້າ​ໄປຢ່າງບໍ່ລົດລະ ແລະ​ເຖິງ​

ແມ່ນ​ວ່າ ມັນໝາຍເຖິງເປັນທຸລະກິດໃຫຍ່ດີມີກໍາໄລສໍາລັບບາງຄົນ ຫຼືບາງບໍລິສັດກໍຈິງຢູ່

ແຕ່ພວກຄົນທ້ອງຖິ່ນເວົ້າວ່າ ພວກເຂົາເຈົ້າ​ເປັນ​ຝ່າຍ​ທີ່ກໍາລັງສູນເສຍ.

ສວນໝາກເລັ່ນທີ່​ລອຍ​ຢູ່​ບົນ​ໜ້າ​ນໍ້າ ເປັນຜົນລະປູກຫຼັກທີ່ນໍາ​ລາຍ​ໄດ້​ເປັນເງິນສົດມາສູ່

ເຂດນີ້ ​ໂດຍປະກອບເປັນຫຼາຍກວ່າ 60 ເປີເຊັນຂອງຜົນຜະລິດການກະເສດທັງໝົດ ຂອງທ້ອງຖິ່ນ.

ຊາວສວນ Mee Intara ເວົ້າວ່າ ລາວຍິນດີຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ແຕ່

ລາວບໍ່ມັກການຈະລາຈອນທີ່ອັ່ງອໍເພີ່ມຂຶ້ນ.

ທ້າວ ມີ ອິນທະຣາ ​ເວົ້າ​ວ່າ:

“ຟອງ​ນໍ້າ​ທີ່​ເກີດ​ຈາກ​ເຮືອຈັກນໍາ​ທ່ຽວຢ່າງ​ບໍ່​ຂາດ​ນັ້ນ ​

ແມ່ນກໍາລັງ​ທໍາລາຍ​ຜົນ​ລະປູກ​ຂອງ​ຂ້ອຍ​ຢູ່​ທະ​ເລ​ສາບ​ນີ້.”

​ເສີມ​ໃສ່​ບັນຫາ​ທີ່​ມີ​ຢູ່​ແລ້ວ ກໍ​ແມ່ນ ນໍ້າມັນ​ກະ​ຊ້ວນ​ທີ່​ມາ​ຈາກເຮືອ ຜະສົມກັບຢາຂ້າ​ແມງ

ທີ່ພວກ​ຊາວສວນ​ພາກັນ​ໃຊ້ ຢ່າງ​ຫລວງຫລາຍ​ເກີນ​ໄປ​ຢູ່​ແລ້ວ​ນັ້ນ ​ແມ່ນ​ກໍາລັງ​ເປັນ​ໄພ​

ຂົ່ມຂູ່​ຕໍ່​ສະບຽງ​ນໍ້າ​ດື່ມ​.

Khin Moe Khao ​ເວົ້າ​ວ່າ ຄອບຄົວ​ຂອງ​ລາວ ​ແລະ​ຄອບຄົວ​ອື່ນໆ​ ທີ່ອາໄສ​ຢູ່​ເທິງດອນ

ຕ່າງໆ​ຂອງ​ທະ​ເລ​ສາບ​ນີ້ ​ເວົ້າ​ວ່າ ບັດ​ນີ້​ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ໄປເອົາ​ນໍ້າສະອາດ ມາ​ດື່ມ​

ມາ​ໃຊ້​ຈາກ​ບ່ອນ​ອື່ນທີ່ຢູ່ຫ່າງໄກ.

ຕູ້​ໂມ​ຂາວ ​ເວົ້າ​ວ່າ:

“ຜູ້​ໃດ​ມີ​ເຮືອຈັກ ກໍ​ສາມາດ​ໄປ​ເອົາ​ນໍ້າ​ໄດ້​ຢ່າງ​ງ່າຍໆ ​ແຕ່​ຊາວ

ບ້ານ​ບາງ​ຄົນ​ມີ​ແຕ່​ເຮືອພາຍ ​ແລະ​ກໍ​ບໍ່​ສາມາດ​ໄປ​ເອົາ​ນໍ້າ​ຢູ່​ໄກ​ໄດ້ ກໍ​ເລີ​ຍ​ພາກັນ​

ເຈັບ​ປ່ວຍ​ ຍ້ອນ​ກິນນໍ້າ​ທີ່ເປື້ອນເປີ​ບໍ່​ສະອາດນັ້ນ.”

ນອກ​ນັ້ນ ໃນຂະນະທີ່ການພັດທະນາແລະການປະກອບທຸລະກິດທີ່ບໍ່ມີກົດມີເກນ ດໍາເນີນ

ໄປໜ້າຢ່າງບໍ່ລົດລະຢູ່​ນີ້ ບັນດານັກອະນຸລັກສິ່ງແວດລ້ອມທ້ອງຖິ່ນກໍພາກັນເປັນຫ່ວງນໍາ

ຄວາມເປັນໄປໄດ້ສູງ ນໍາ​ອັນ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ທີ່ຈະສ້າງໄພພິບັດຕໍ່ສິ່ງແວດລ້ອມ​

ໃນ​ລະດັບທີ່ໃຫຍ່ກວ່າ ນັ້ນ​ກໍ​ຄືສານພິດທີ່ຈະຮົ່ວໄຫຼມາຈາກບໍ່ຖ່ານຫິນ​ແຫ່ງ​ນຶ່ງ.

Khun Chankhe ນັກອະນຸລັກສິ່ງແວດລ້ອມຜູ້ນຶ່ງປະຈໍາອົງການເຍົາວະ ຊົນ Pa-Oh

ເວົ້າວ່າ ສິ່ງເສດເຫຼືອທີ່ຮົ່ວໄຫຼມາຈາກ​ເໝືອງຖ່ານຫິນທີ່​ເປີດ​ກ້ວາງ ຢູ່ຫ່າງຈາກນີ້​ໄປ 13

ຫຼັກນັ້ນ ​ແມ່ນໄຫຼລົງສູ່ບໍລິເວນສັນ​ປັນ​ນໍ້າຂອງທະເລສາບ Inle ນີ້ ຊຶ່ງເຮັດໃຫ້ບັນຫານີ້

ຊໍ້າຮ້າຍລົງໄປອີກ.

ທ້າວ ຊັງເຄ ເວົ້າວ່າ:

“ປະຊາຊົນ​ສ່ວນ​ໃຫຍ່ໃນໝູ່ບ້ານ​ເຫລົ່ານີ້ອາ​ໄສຕອນ​ເທິງ​

ຂອງນໍ້າຫ້ວຍ Tigyit ເພື່ອໃຊ້ເປັນແຫຼ່ງນໍ້າອາບນໍ້າດື່ມ ແລະເດີນທາງ ສະນັ້ນ

ມັນເປັນອັນຕະລາຍທີ່ສຸດຕໍ່ພວກເຂົາເຈົ້າ ຍ້ອນວ່ານໍ້າເປັນມົນລະພິດ ຈາກບໍ່

ຖ່ານ​ຫິນດັ່ງກ່າວ ແລະມັນກໍກະທົບທະເລສາບ Inle ນໍາ.”

ຕາບໃດທີ່ທຸລະກິດການທ່ອງທ່ຽວ ແລະການພັດທະນາ ຍັງສືບຕໍ່ຂະຫຍາຍໂຕ​ອອກ​ໄປ​ເລື້ອຍໆ ທະເລສາບນໍ້າຈືດທີ່ໃຫຍ່ອັນດັບສອງຂອງມຽນມາ ແລະປະຊາຊົນທີ່ເພິ່ງພາ

ອາໄສທະ​ເລສາບແຫ່ງນີ້ ກໍ​ແມ່ນຈະປະສົບກັບ​ການສູນເສຍ ທັ້ງ​ຊີວິດ​ການເປັນ​ຢູ່​ແລະ​

ສິ່ງ​ແວດລ້ອມ ໜັກໜ້າໄປເລື້ອຍໆ.

ເບິ່ງວີດິໂອ ພາສາອັງກິດ:

XS
SM
MD
LG