ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄວາມຮຸນແຮງ ທາງສາສະໜາ ໃນມຽນມາກໍາລັງ ແຜ່ລາມອອກໄປ (ສະໂລດ໌)


ພວກສວຍໂອກາດລັກເຄື່ອງຂອງຈາກຮ້ານຄ້າຕ່າງໆ ພາກັນຂົນເຄື່ອງຂອງໜີຈາກຮ້ານຄ້າແຫ່ງນຶ່ງໃນເມືອງ Meikhila ຂອງມຽນມາ ໃນຂະນະທີ່ມີການປະທະກັນ ລະຫວ່າງຊາວພຸດ ແລະຊາວມຸສລິມ ເກີດຂຶ້ນຢູ່ນັ້ນ.
ພວກສວຍໂອກາດລັກເຄື່ອງຂອງຈາກຮ້ານຄ້າຕ່າງໆ ພາກັນຂົນເຄື່ອງຂອງໜີຈາກຮ້ານຄ້າແຫ່ງນຶ່ງໃນເມືອງ Meikhila ຂອງມຽນມາ ໃນຂະນະທີ່ມີການປະທະກັນ ລະຫວ່າງຊາວພຸດ ແລະຊາວມຸສລິມ ເກີດຂຶ້ນຢູ່ນັ້ນ.
ການກໍ່ຄວາມຮຸນແຮງທາງສາສະໜາ ລະຫວ່າງຊາວພຸດ ແລະ
ຊາວມຸສລິມ ໃນເຂດພາກກາງຂອງມຽນມາກໍາລັງແຜ່ລາມອອກ
ໄປ ເຖິງແມ່ນວ່າຈະມີການ ປະກາດສະພາບສຸກເສີນ ແລະນໍາໃຊ້
ກໍາລັງຮັກສາຄວາມສະຫງົບຢູ່ກໍຕາມ.

ການກໍ່ຄວາມຮຸນແຮງຄັ້ງຫລ້າສຸດ ແມ່ນເກີດຂຶ້ນໃນວັນອາທິດ
ວານນີ້ ຢູ່ເມືອງ Meikhtila ຊຶ່ງເປັນຕົວເມືອງທີ່ຖືກທໍາລາຍຢ່າງ
ຮ້າຍແຮງທີ່ສຸດ ໂດຍການກໍ່ຈາລະຈົນ ແລະການວາງເພີງ.

ໃນວັນເສົາວານນີ້ ທະຫານມຽນມາ ໄດ້ເຂົ້າຄວບຄຸມເມືອງ
Meikhtila ຊຶ່ງຕັ້ງຫ່າງຈາກ Naypyidaw ນະຄອນຫຼວງ
ດ້ານການປົກຄອງໄປທາງທິດເໜືອ ປະມານ 130 ກິໂລແມັດ. ພວກເຈົ້າໜ້າທີ່ກ່າວວ່າ ມີ
ຫລາຍກວ່າ 20 ຄົນເສຍຊີວິດ ຢູ່ໃນເມືອງດັ່ງກ່າວ.

ອົງການ Arakan Rohingya ແຫ່ງຊາດ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດ ຊາວມຸສລິມ ໄດ້
ເຜີຍແຜ່ຖະແຫລງການສະບັບນຶ່ງອອກມາໃນວັນເສົາວານນີ້ ເວົ້າວ່າ ຕໍາຫລວດແລະ
ກໍາລັງ
ຮັກສາຄວາມສະຫງົບ ບໍ່ໄດ້ເຮັດຫຍັງເລີຍເພື່ອຄວບຄຸມເຫດການວຸ້ນວາຍໃນມື້ວານນີ້.

ຄວາມຮຸນແຮງໄດ້ເລີ້ມຂຶ້ນໃນວັນພຸດແລ້ວນີ້ ເວລາເກີດການຜິດຖຽງກັນລະຫວ່າງລູກຄ້າ
ຊາວພຸດຄົນນຶ່ງ ແລະເຈົ້າຂອງຮ້ານຄ້າ ທີ່ເປັນຊາວມຸສລິມທີ່ໄດ້ແຜ່ລາມອອກໄປສູ່ຖະ ໜົນຫົນທາງ. ຕົກມາເຖິງວັນສຸກວານນີ້ ໝົດ ທັງຄຸ້ມໄດ້ຖືກຈູດເຜົາໃຫ້ຮາບຄາບໄປ, ວັດ
ມຸສລິມໄດ້ກາຍເປັນເຖົ່າຖ່ານ ແລະພວກແກັ້ງຊາວພຸດ ແລະຊາວມຸສລິມ ໄດ້ພາກັນຄວບ
ຄຸມຖະໜົນຫົນທາງ.

ປະທານາທິບໍດີ Thein Sein ໄດ້ປະກາດພາວະສຸກເສີນຢູ່ໃນຂົງເຂດ ດັ່ງກ່າວ ໃນວັນສຸກ
ຜ່ານມາ ຊຶ່ງອະນຸຍາດໃຫ້ທະຫານເຄື່ອນກຳລັງເຂົ້າໄປ ແລະຮັກສາຄວາມເຄັ່ງຕຶງໃຫ້ສະ
ຫງົບລົງ. ບັນດາພະນັກງານກູ້ໄພໄດ້ພາກັນແຈກຢາຍອາ ຫານໃຫ້ແກ່ຊາວພຸດ ແລະຊາວມຸສ
ລິມ ແລະຊອກຫາບ່ອນຢູ່ອາໄສ ໃຫ້ແກ່ຜູ້ທີ່ບໍ່ມີບ່ອນຢູ່.

ປະມວນພາບຫລ້າສຸດການກໍ່ຄວາມຮຸນແຮງໃນມຽນມາ:

XS
SM
MD
LG