ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັນດາຜູ້ນໍາຂອງໂລກ ໄວ້ອາໄລສັ່ງລາ ມື້ລາງ ນາຍົກ ລມຕ ອັງກິດ (ສະໄລດ໌/ວີດີໂອ)


ຊາວອັງກິດ ພາກັນຢືນໄວ້ອາໄລ ເບິ່ງພິທີ່ສົ່ງສະການ ອະດີດນາຍົກລັດຖະມົນຕີອັງກິດ ທ່ານນາງ Margaret Thatcher, ວັນທີ 17 ເມສາ 2013.
ຊາວອັງກິດ ພາກັນຢືນໄວ້ອາໄລ ເບິ່ງພິທີ່ສົ່ງສະການ ອະດີດນາຍົກລັດຖະມົນຕີອັງກິດ ທ່ານນາງ Margaret Thatcher, ວັນທີ 17 ເມສາ 2013.
ຫລາຍ​ພັນ​ຄົນ​ພາກັນຢືນ​ລຽນ​ ຢູ່ເລາະ​ຕາມ​ຖະໜົນ ​ໃນ​ໃຈກາງ
ນະຄອນຫລວງ​ລອນ​ດອນໃນ​ວັນ​ພຸດ​ມື້​ນີ້ ​ເພື່ອເບິ່ງພິທີແຫ່​ສົ່ງ
ສະການອະດີດ​ນາຍົກລັດຖະມົນຕີອັງກິດ ທ່ານ​ນາງ Margaret
Thatcher.

ຂະ​ບວນ​ແຫ່​ໄດ້​ນໍາ ຫີບສົບຂອງ ທ່ານນາງ Thatcher ທີ່ປົກ
ຄຸມດ້ວຍທຸງຊາດ ຂອງປະເທດອັງກິດ ແລະ​ບັນທຸກໂດຍ​ລົດ​ມ້າ
ໄປຍັງໂບດ St Paul ບ່ອນ​ທີ່​ບັນດາ​ຜູ້​ນໍາ​ຂອງ​ໂລກ ​ແລະ​ແຂກ​
ຜູ້​ມີກຽດ​ຈາກ 170 ປະ​ເທດ ​ພາກັນ​ລໍຖ້າຢູ່.

ພະລາຊີ​ນີ Elizabeth ​ແລະ​ພະ​ສະຫວາມີ ​ເຈົ້າຊາຍ Philip
​ຊົງ​ຮ່ວມ​ຢູ່​ໃນ​ບັນດາ​ແຂກ 2,300 ຄົນ​ ທີ່ໄປເຕົ້າ​ໂຮມກັນ​ຢູ່​ທີ່​ນັ້ນ​ ​
ເພື່ອ​ປະກອບສ່ວນ​ໃນ​ພິທີ​ສົ່ງ​ສະການ​ທີ່​ເຄ່ງ​ຂຶມ ​ແລະ​ຂ້ອນ​ຂ້າງ​
ລຽບ​ງ່າຍ.


ບັນດາ​ແຂກ​ອຶ່ນໆ ​ແມ່ນ​ມີ​ໂຮມ​ທັງ ນາຍົກລັດຖ​ະມົນຕີອັງກິດ ທ່ານ David Cameron
ພ້ອມ​ທັງ​ບັນດາ​ນາຍົກລັດຖະມົນຕີຈາກ 11 ປະ​ເທດ.

ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Henry Kissingerແລະອະດີດຮອງ
ປະທານາທິບໍດີສະຫະລັດ ທ່ານ Dick Cheney ກໍໄດ້ເຂົ້າຮ່ວມນໍາ.

ຕໍາຫລວດ​ຫລາຍ​ກວ່າ 4000 ຄົນ​ໄດ້​ອອກ​ປະຕິບັດ​ງານ ໃນກຸງ​ລອນ​ດອນ ອັນ​ເປັນ​ພາກ
ສ່ວນຂອງການປະຕິບັດງານຮັກສາ​ຄວາມ​ປອດ​ໄພ ທີ່​ສືບ​ເນື່ອງ​ມາ ຈາກການວາງ​ລະ​ເບີດ​ໂຈມ​ຕີ ທີ່​ນະຄອນ​ບອສຕັນ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

Briton
please wait
Embed

No media source currently available

0:00 0:00:58 0:00

ທ່ານ​ນາງ Thatcher ​ໄດ້ເສ​ຍຊີວິດຍ້ອນລົມ​ສາລະ​ບາດ ​ເມື່ອ​ເກົ້າມື້ກ່ອນ ລວມ ອາຍຸ​ໄດ້ 87 ປີ. ​ທ່ານ​ນາງເປັນ​ນາ​ຍົກ​ລັດຖະມົນຕີຜູ້ຍິງຄົນ​ທໍາ​ອິດ​ແລະ​ຄົນດຽວ ຂອງອັງກິດ ​ແລະ​ໄດ້​ກາຍ​ມາເປັນ​
ຜູ້​ນຶ່ງ​ ​ໃນບັນດາ​ຜູ້​ນໍາທີ່ມີ​ອິດ​ທິພົນ​ທີ່​ສຸດ​ ໃນ​ຢຸກສະໄໝໃໝ່ ຂອງປະ​ເທດ ​ໃນ​ລະ​ຫວ່າງທີ່​ດໍາລົງ​ຕໍາ​ແໜ່​ງຢູ່ ຈາກ​ປີ 1979 ຫາ 1990.

ເບິ່ງວີດິໂອຍາວ:
Related video of funeral for Margaret Thatcher
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ


XS
SM
MD
LG