ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອັງກິດ ສົ່ງນັກສອນ ສາສະໜາ Hamza ໃຫ້ແກ່ ສະຫະລັດ


ນັກສອນສາສະໜາອິສລາມ Abu Hamza al-Masri ພວມນຳພາການສູດມົນ ທີວັດແຫ່ງນຶ່ງ ໃນເຂດໃຈກາງກຸງລອນດອນ (24 ມັງກອນ 2003)
ນັກສອນສາສະໜາອິສລາມ Abu Hamza al-Masri ພວມນຳພາການສູດມົນ ທີວັດແຫ່ງນຶ່ງ ໃນເຂດໃຈກາງກຸງລອນດອນ (24 ມັງກອນ 2003)
ນັກສອນສາສະໜາອິສລາມຫົວຮຸນແຮງ Abu Hamza al-Masri
ແລະຜູ້ຕ້ອງ ສົງໄສເປັນພວກກໍ່ການຮ້າຍອີກ 4 ຄົນໄດ້ຖືກສົ່ງມາ
ຍັງສະຫະລັດ ໂດຍເຮືອບິນຂອງອາເມຣິກັນ 2 ລຳ ບໍ່ເທົ່າໃດຊົ່ວ
ໂມງ ຫຼັງຈາກສານສູງຂອງອັງກິດໄດ້ແຜ້ວທາງເພື່ອໃຫ້ມີການສົ່ງ
ຜູ້ຮ້າຍຂ້າມແດນດັ່ງກ່າວ.

ເຮືອບິນທັງສອງ ໄດ້ອອກເດີນທາງ ຈາກຖານທັບອາກາດຂອງ
ຣາດຊະອານາຈັກອັງກິດໃນທັນທີຫຼັງຈາກສານສູງຂອງອັງກິດ
ໄດ້ປະຕິເສດຕໍ່ການຂໍອຸທອນໃນນາທີສຸດທ້າຍຂອງທ້າວ Ham-
za ແລະ ຜູ້ຕ້ອງສົງໄສຄົນອື່ນໆ.

ບຸກຄົນທັງຫ້າໄດ້ຕັ້ງຄຳຖາມກ່ຽວກັບເລື່ອງສິດທິມະນຸດແລະ
ສະພາບການເປັນຢູ່ໃນຄຸກທີ່ພວກເຂົາຄາດວ່າຈະປະເຊີນຢູ່
ໃນສະຫະລັດ. ໃນການປະຕິເສດ ຕໍ່ການຂໍອຸທອນຂອງບຸກຄົນທັງຫ້ານັ້ນ ສານອັງກິດໄດ້ ກ່າວອ້າງເຖິງຜົນປະໂຫຍດຢ່າງຖ້ວມລົ້ນຂອງມະຫາຊົນທີ່ຢາກເຫັນການສົ່ງຜູ້ຮ້າຍຂ້າມ ແດນນີ້.

ທາງການສະຫະລັດຕ້ອງການໂຕທ້າວ Hamza ໃນຂໍ້ຫາຕ່າງໆທີ່ຮວມທັງສົມຮູ້ຮ່ວມຄິດ ເພື່ອສ້າງຕັ້ງຄ້າຍຝຶກແອບພວກກໍ່ການຮ້າຍຂຶ້ນ ທີ່ລັດ Oregon ໃນພາກຕາເວັນຕົກສຽງ ເໜືອຂອງສະຫະລັດ. ນອກນັ້ນແລ້ວ ຜູ້ກ່ຽວຍັງຖືກກ່າວຫາວ່າຊ່ອຍໃນການລັກພາໂຕປະ ກັນ 16 ຄົນ ຮວມທັງຊາວອາເມຣິກັນ 2 ຄົນ ທີ່ປະເທດເຢເມນໃນປີ 1998. ມີ 4 ຄົນເສຍ ຊີວິດໃນເຫດການຈັບໂຕປະກັນດັ່ງ ກ່າວ.
XS
SM
MD
LG