ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ການຢ້ຽມຢາມຈີນ ຂອງທ່ານ ບລິງເກັນ ໄດ້ພາໃຫ້ເກີດຄວາມຄິດເຫັນແບບ ສົງໄສ ແລະ ບໍ່ເຊື່ອຖື ທາງອອນໄລນ໌


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ, ຄົນ​ທີ 3 ຈາກ​ຂວາມື່, ກ່າວກັບ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ໃນ​ຂະ​ນະ​ທີ່​ທ່ານ​ກຽມ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Shanghai Hongqiao ໄປ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ວັນ​ທີ 25 ເມ​ສາ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ, ຄົນ​ທີ 3 ຈາກ​ຂວາມື່, ກ່າວກັບ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ໃນ​ຂະ​ນະ​ທີ່​ທ່ານ​ກຽມ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Shanghai Hongqiao ໄປ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ວັນ​ທີ 25 ເມ​ສາ 2024.

ການເດີນທາງໄປຮອດຈີນຂອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໃນວັນພຸດແລ້ວນີ້ ເຮັດໃຫ້ພົບກັບຄວາມສົງໄສ, ການເຍາະເຍີ້ຍ ແລະມີຄໍາແນະນຳວ່າ ການບໍ່ມີຜ້າພົມສີແດງ ສຳລັບການມາເຖິງຂອງນັກການທູດລະດັບສູງຂອງສະຫະລັດ ແມ່ນຂໍ້ຄວາມທີ່ສະແດງເຖິງຄວາມບໍ່ເລິກເຊິ່ງຈາກປັກກິ່ງ.

ທ່ານ ບລິງເກັນ ເລີ້​ມຕົ້ນ​ການ​ຢ້ຽມຢາມ​ຈີນ​ເປັນ​ເວລາ​ສາມ​ວັນ ​ທີ່​ນະຄອນ​ຊຽງ​ໄຮ​ ໂດຍມີ​ນັກ​ວິຈານ​ທາງ​ອິນ​ເຕີ​ແນັດ ​ແລະ ນັກ​ວິ​ເຄາະ ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈີນ​ບໍ່ໃສ່ໃຈການປະຕິບັດໃນການວາງ​ຜ້າ​ພົມ​ແດງ​ໃຫ້​ກັບແຂກທີ່​ມີ​ກຽດ.

​ທ່ານ ຮູ ຊີຈິນ (Hu Xijin), ອະດີດ​ບັນນາທິການ​ໃຫຍ່​ຂອງສື່​ທາງການຂອງຈີນ, Global Times, ກ່າວ ໃນ ສື່ສັງຄົມ X ​ວ່າ “ທ່ານ ບລິງເກັນ ​ໄດ້​ໄປ​ຮອດ​ນະຄອນ ຊຽງໄຮ, ປະ​ເທດ​ຈີນ​ແລ້ວ. ​ຫລາຍ​ຄົນ​ໄດ້​ສັງ​ເກດ​ເຫັນ​ໃນ​ເວລາ​ທີ່ທ່ານກ້າວ​ລົງ​ຈາກເຮືອບິນ ​ເບິ່ງ​ຄື​ວ່າ​ບໍ່​ມີ​ຜ້າ​ພົມ​ແດງ​ປູຢູ່ພື້ນດິນ. ການ​ຢ້ຽມ​ຢາມ​ຈີນ​ຂອງ​ທ່ານ ​ຄວນ​ຖືກ​ເບິ່ງ​ວ່າ​ເປັນ “ການ​ຮ້ອງ​ຂໍ​” ອັນນຶ່ງ, ເຖິງ​ແມ່ນ​ ​ສະ​ຫະ​ລັດ​ ຈະກຽມການລ່ວງໜ້າ ສຳລັບຄວາມຄິດເຫັນທາງສັງຄົມ​ທີ່​ແຂງກະດ້າງກໍຕາມ​.

ທ່ານ ກໍດອນ ຈາງ (Gordon Chang), ສະມາຊິກອາວຸໂສທີ່ມີຊື່ສຽງຂອງສະຖາບັນຄັງຄວາມຄິດ Gatestone ຢູ່ນະຄອນນິວຢອກ, ໄດ້ຕອບໂຕ້ ຕໍ່ຄຳຖະແຫຼງຂອງ ທ່ານ ຮູ ຊີຈິນ, ໂດຍຂຽນວ່າ “# ຈີນ, ກ່ອນທີ່ # ທ່ານ ບລິງເກັນ ຈະລົງຈາກເຮືອບິນຂອງທ່ານ ໃນ # ຊຽງໄຮ (Shanghai) ໃນມື້ນີ້, ເປັນການດູໝິ່ນທ່ານ.”

ຜູ້ໃຊ້ X ອີກຄົນນຶ່ງ ພາຍໃຕ້ຊື່ Lord Bebo, ຜູ້ທີ່ອ້າງວ່າເປັນສື່ມວນຊົນທີ່ຕໍ່ຕ້ານກະແສຂ່າວຫຼັກ, ໄດ້ຂຽນວ່າ, “ທ່ານ ບລິງເກັນ ມາຮອດປະເທດຈີນ ແລະໄດ້ພົບກັບການບໍ່ມີພົມແດງ. ບໍ່ມີກອງດຸລິຍາງຕ້ອນຮັບ ຫຼື ສິ່ງໃດໆເລີຍ ... ທ່ານໄດ້ຮັບການຕ້ອນຮັບຄືກັບຄົນທີ່ບໍ່ສໍາຄັນ.” ໂພສຂອງລາວໄດ້ຮັບການກົດ like ຫຼາຍກວ່າ 10,000 ຄັ້ງ.

ຄວາມສຳພັນ​ລະຫວ່າງ ສະຫະລັດ ແລະ ຈີນ ຜ່ອນຄາຍ​ລົງ​ນັບ​ແຕ່​ສອງ​ຝ່າຍ​ໄດ້​ຟື້ນ​ຟູ​ການ​ພົວພັນ​ລະດັບ​ສູງ​ຄືນ​ໃໝ່, ​ແຕ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງ.

ກ່ອນ​ການ​ຢ້ຽມຢາມ​ຂອງ​ທ່ານ ບລິງເກັນ, ສື່​ມວນ​ຊົນສະຫະລັດ ​ລາຍ​ງານ​ວ່າ ສະຫະລັດ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ລົງ​ໂທດ​ທະນາຄານ​ຈີນ​ຈຳນວນ​ນຶ່ງ​ ເພື່ອຕອບໂຕ້ຕໍ່​ການ​ສະໜັບສະໜູນ​ຣັດ​ເຊຍ. ທ່ານ ບລິງເກັນ ຍັງ​ໄດ້​ກ່າວ​ໃນ​ການ​ເປີດ​ເຜີຍ​ບົດ​ລາຍ​ງານຂອງ​ປະ​ເທດ​ ​ກ່ຽວ​ກັບ​ການ​ປະຕິບັດດ້ານ​ສິດທິ​ມະນຸດ ​ປະຈຳປີ 2023 ຂອງ​ກະຊວງ​ການ​ຕ່າງປະ​ເທດ ວ່າ ຊາວ ວີເກີ ​ໃນ ຊິນຈຽງ (Xinjiang) ​ເປັນ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນ ​ແລະ​ອາດຊະຍາ​ກຳ​ຕໍ່ຕ້ານ​ມະນຸດ​ຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG