ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ທ່ານ ໄບເດັນ ໃຫ້ຄໍາໝັ້ນທີ່ຈະດໍາເນີນງານຮ່ວມກັບ ອີຈິບ ແລະ ກາຕ້າ ເພື່ອປະຕິບັດຂໍ້ສະເໜີຢຸດຍິງ ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ


ຊາວປາແລັສໄຕນ໌ ໄວ້ອາໄລໃຫ້ແກ່ຍາດພີ່ນ້ອງທີ່ເສຍຊີວິດຈາກການຖິ້ມລະເບີບຂອງອິສຣາແອລ, ຢູ່ທີ່ໂຮງໝໍ ອາລ-ນາຈາ ໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 29 ເມສາ 2024.
ຊາວປາແລັສໄຕນ໌ ໄວ້ອາໄລໃຫ້ແກ່ຍາດພີ່ນ້ອງທີ່ເສຍຊີວິດຈາກການຖິ້ມລະເບີບຂອງອິສຣາແອລ, ຢູ່ທີ່ໂຮງໝໍ ອາລ-ນາຈາ ໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 29 ເມສາ 2024.

ທຳນຽບຂາວ​ກ່າວ​ໃນ​ວັນ​ຈັນວານນີ້​ວ່າ ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ​ໄດ້​ສັນ​ຍາ​ທີ່ຈະ​ຮ່ວມ​ມື​ກັບ ​ອີ​ຈິບ ​ແລະ ​ກາ​ຕ້າ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ຂໍ້​ສະ​ເໜີ​ກ່ຽວກັບ​ການ​ຢຸດ​ຍິງ​ລະຫວ່າງ ​ອິສຣາ​ແອ​ລ ກັບ​ ກຸ່ມຮາມາສ.

ໃນການລົມ​ກັນທາງໂທລະສັບກັບປະທານາທິບໍດີອີຈິບ ທ່ານອັບເດລ ຟັດທາ ອາລ ເອລ-ຊິດຊີ (Abdel Fattah el-Sissi) ແລະ ປະທານາທິບໍດີກາຕ້າ ອີເມຍ ເຊອິກ ຕາມິມ ບິບ ຮາມາດ ອາລ ທານີ (Emir Sheikh Tamim bin Hamad Al Thani), ທ່ານ ໄບເດັນ ໄດ້ຮຽກຮ້ອງໃຫ້ຜູ້ນຳທັງສອງຈົ່ງ ປະຕິບັດການທຸກຢ່າງທີ່ພວກເພິ່ນສາມາດເຮັດໄດ້ ເພື່ອຊຸກຍູ້ໃຫ້ມີການປ່ອຍ ໂຕປະກັນທີ່ຍັງຖືກຈັບໂດຍ ກຸ່ມຮາມາສ ຢູ່ໃນຂົງເຂດກາຊາ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວ ໄດ້ອະທິບາຍເຖິງການປ່ອຍໂຕປະ ກັນວ່າ “ເປັນອຸປະສັກພຽງຢ່າງ​ດຽວຕໍ່ການຢຸດຍິງໃນທັນທີ ແລະ ການບັນ ເທົາທຸກສຳລັບປະຊາຊົນໃນຂົງເຂດກາຊາ.”

ສະຫະລັດ, ອີ​ຈິບ ​ແລະ ກາ​ຕ້າ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາເປັນເວລາ​ຫຼາຍ​ເດືອນ ​ທີ່​ເພັ່ງ​ເລັງ​ໃສ່ການ​ບັນລຸ​ການຢຸດ​ຕໍ່​ສູ້ກັນ. ປັດຈຸບັນຂໍ້ສະເໜີທີ່ກໍາລັງ ພິຈາລະນານັ້ນ ລວມມີການຢຸດຍິງເປັນເວລາຍາວປະມານ 6 ອາທິດ, ການ ປ່ອຍໂຕປະກັນທີ່ຖືກກັກໂດຍກຸ່ມຮາມາສ, ການປ່ອຍໂຕນັກໂທດ ປາແລັສໄຕນ໌ ທີ່ຖືກຈັບໂດຍອິສຣາແລ ແລະ ເພີ້ມການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ ພົນລະເຮືອນປາແລັສໄຕນ໌ຢູ່ໃນຂົງເຂດກາຊາ.

ເຈົ້າ​ໜ້າ​ທີ່ຮາມາສ ​ໄດ້ພົບ​ປະ​ກັບ​ບັນ​ດາ​ຜູ້​ແທນ​ຈາກ ອີ​ຈິບ ແລະ ​ກາ​ຕ້າ ຢູ່ທີ່​ນະຄອນຫຼວງ​ໄຄ​ໂຣ ໃນ​ວັນ​ຈັນ​ວານ​ນີ້ ເພື່ອ​ປຶກ​ສາ​ຫາ​ລືກ່ຽວກັບ​ຂໍ້​ສະ​ເໜີ​ດັ່ງ​ກ່າວມານັ້ນ.

ການ​ເຈ​ລະ​ຈາໄດ້ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະຫະລັດ ທ່ານແອນໂທນີ ບລິງເກັນ ກໍາລັງດໍາເນີນການ​ຢ້ຽມ​ຢາມ​ພາກ​ພື້ນ ​ເພື່ອ​ຫາ​ລື​ກ່ຽວ​ກັບ​ສະ​ຖານະ​ການຕ່າງໆ ​ກັບບັນດາ​ເຈົ້າ​ໜ້າ​ທີ່ ຊາອຸດີ ອາຣາເບຍ, ຈໍແດນ ແລະ ອິສຣາແອລ.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກປາ​ແລັ​ສ​ໄຕ​ນ໌ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລໃນຕອນກາງຄືນ ໄດ້​ເຮັດ​ໃຫ້ມີຜູ້ເສຍຊີວິດ​ຢ່າງ​ໜ້ອຍ 22 ຄົນ​ຢູ່​ໃນ​ເມືອງຣາຟາ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງແຫຼມກາຊາ.

ບັນດາ​ຜູ້​ເຫັນ​ເຫດການ ​ແລະພະນັກງານແພດ​ໝໍ ກ່າວ​ວ່າການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ກະທົບໃສ່​ເຮືອນ​ສາມ​ຫລັງ​ຢູ່ໃນ​ເມືອງຣາຟາ.

ບໍລິເວນ​ທີ່​ຕັ້ງ​ຢູ່​ລຽບ​ຕາມເຂດ​ຊາຍ​ແດນ​ລະຫວ່າງ​ ​ກາຊາ ​ແລະ ອີ​ຈິບ, ປັດຈຸ​ບັນນີ້ແມ່ນ​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ເຂດກາຊາ ​ໃນ​ຂະນະ​ທີ່​ປະຊາ ຊົນ​ຊອກຫາ​ບ່ອນ​ລີ້​ໄພ​ຈາກ​ການຕໍ່ສູ້ທາງ​ທະຫານ​ຂອງ ອິສຣາ​ແອລ ທີ່​ແນເປົ້າ​ໃສ່​ການກຳຈັດ​ກຸ່ມ​ຫົວ​ຮຸນ​ແຮງຮາມາສ.

ກອງທັບ​ອິສຣາ​ແອ​ລກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເຮືອບິນ​ລົບ​ຂອງ​ຕົນ​ໄດ້​ທໍາ​ການ​ໂຈມ​ຕີ​ຕໍ່​ພວກ​ຫົວ​ຮຸນ​ແຮງເຮັສໂບລລາ ທີ່ຕັ້ງຢູ່​ໃນ​ພາກ​ໃຕ້​ຂອງ​ເລ​ບາ​ນອນ.

ກຸ່ມຮາມາສ ໄດ້ສັງຫານປະຊາຊົນ 1,200 ຄົນ ຢູ່ການໂຈມຕີທຳ​ອິດຕໍ່ ອິສຣາແອລ ໃນເດືອນຕຸລາຜ່ານມາ ແລະໄດ້ຈັບໂຕປະກັນປະມານ 250 ຄົນ, ອີງຕາມບັນທຶກໂຕເລກຂອງອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG