ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງໃຫ້ສະພາສູງ ຜ່ານຮ່າງການຊ່ວຍເຫຼືອໃຫ​້ແກ່ ຢູເຄຣນ ແລະ ອິສຣາແອລ ໃນທັນທີ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ສະແດງຄໍາປາໄສຢູ່ທີ່ສໍານັກງານໃຫຍ່ United Steel Workers ໃນນະຄອນ ພິດສ໌ເບີກ, ລັດເພັນຊິລເວເນຍ, ວັນທີ 17 ເມສາ 2024.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ສະແດງຄໍາປາໄສຢູ່ທີ່ສໍານັກງານໃຫຍ່ United Steel Workers ໃນນະຄອນ ພິດສ໌ເບີກ, ລັດເພັນຊິລເວເນຍ, ວັນທີ 17 ເມສາ 2024.

ໃນບົດຄວາມຄິດເຫັນຂອງໜັງສືພິມ Wall Street Journal, ທ່ານ ໄບເດັນ ໄດ້ຮ້ອງຊຸດການຊ່ວຍເຫຼືອໃຫ້ແກ່ ຢູເຄຣນ ແລະ ອິສຣາແອລ ທີ່ໄດ້ຮັບການ ອະນຸມັດຈາກສະພາສູງຂອງສະຫະລັດວ່າ “ເຂັ້ມແຂງ ແລະມີເຫດຜົນ,” ເຊິ່ງ ທ່ານໄດ້ກ່າວຕື່ມວ່າ “ມັນບໍ່ຄວນຖືກໂຈະໄວ້ດົນໂດຍສະມາຊິກສະພາຕໍ່າຈາກ ພັກຣີພັບບລີກັນທີ່ເປັນກຸ່ມນ້ອຍໆກຸ່ມນີ້ອີກຕໍ່ໄປ.”

ຜູ້​ນຳ​ສະຫະລັດກ່າວວ່າ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວະລາດີເມຍ ປູຕິນ “ຕ້ອງ​ການທີ່ຈະ​ເອົາຊະນະ​ປະ​ຊາ​ຊົນຊາວ​ຢູ​ເຄຣນ ແລະ ດູດ​ຊຶມ​ເອົາຊາດ ຂອງພວກເຂົາເຈົ້າເຂົ້າ​ສູ່​ອານາຈັກໃໝ່ຂອງ​ຣັດ​ເຊຍ​. ລັດຖະບານຂອງອີຣ່ານ ກໍຕ້ອງການທີ່ຈະທໍາລາຍອິສຣາແອລຕະຫຼອດໄປ, ແລະລຶບລ້າງປະເທດຢິວ ແຫ່ງດຽວຂອງໂລກແຫ່ງນີ້ອອກຈາກແຜນທີ່.”

ທ່ານ​ກ່າວ​ວ່າອາ​ວຸດ​ທີ່​ຊ່ວຍ​ເຫຼືອ​ຢູ​ເຄຣນ ​ຈະຕ້ອງ​ຖືກ​ຜະ​ລິດ​ຢູ່​ສະຫະລັດ, ເຊິ່ງ ຈະເປັນການຊ່ວຍ​ເຫຼືອ​ເສດ​ຖະ​ກິດຂອງ​ຊາວອາ​ເມ​ລິ​ກັນ, ດ້ວຍຄວາມພະຍາ ຍາມເພື່ອບັນເທົາຄວາມກັງວົນຂອງສະມາຊິກພັກເດໂມແຄຣັດບາງທ່ານ ທີ່ຄັດ ຄ້ານການໃຫ້ທຶນເພີ້ມເຕີມສໍາລັບສົງຄາມຂອງອິສຣາແອລ ເພື່ອຕໍ່ສູ້ຕ້ານພວກ ຫົວຮຸນແຮງຮາມາສ, ທ່ານ ໄບເດັນ ກ່າວວ່າ ຊຸດການຊ່ວຍເຫຼືອດັ່ງກ່າວ ຈະ “ສືບຕໍ່ສະໜອງການຊ່ວຍເຫຼືອດ້ານມະນຸດສະທໍາອັນຮີບດ່ວນ ສໍາລັບປະຊາຊົນ ຢູ່ໃນຂົງເຂດກາຊາ.”

ທ່ານ ຈອນສັນ ປ​ະ​ທານ​ສະ​ພາ​ຕ່ຳ​ໄດ້ບອກກັບເພື່ອນຮ່ວມງານພັກຣີພັບບລີກັນ ຂອງທ່ານວ່າທ່ານ ຈະຈັດການລົງຄະແນນສຽງກ່ຽວກັບ ການສະໜອງທຶນ ສາມຊຸດແຍກກັນ ສໍາລັບ ຢູເຄຣນ, ອິສຣາແອລ ແລະພັນທະມິດຂອງ ສະຫະລັດ ຢູ່ໃນຂົງເຂດທະເລ ອິນໂດ-ປາຊີຟິກ, ແລະເນັ້ນຢໍ້າເຖິງລໍາດັບ ຄວາມສໍາຄັນດ້ານນະໂຍບາຍການຕ່າງປະເທດອື່ນໆໃນຮ່າງກົດຫມາຍສະບັບທີ 4 ແລະດ້ານຄວາມປອດໄພທາງຊາຍແດນລະຫວ່າງ ສະຫະລັດ-ເມັກຊິໂກ ໃນມາດຕະການທີ 5.

ທ່ານ ຈອນສັນ ສະ​ເຫນີວ່າ ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ເສດ​ຖະ​ກິດ​ສໍາ​ລັບ ກີຢິບ ມີ​ໂຄງ​ສ້າງ​ເປັນ​ເງິນ​ກູ້​ຢືມ​ທີ່​ຜ່ອນຜັນໄດ້​, ແລະ​ວ່າ​ຈະ​ມີ​ການ​ຄວບ​ຄຸມ​ຫຼາຍ​ກວ່າ​ເກົ່າ​ສໍາລັບການ​ສະ​ໜອງ​ທຶນ​. ​ແຕ່​ການ​ຕັດສິນ​ໃຈທີ່ຈະ​ອະນຸຍາດ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຢູ​ເຄຣນ ເຊິ່ງ​ມີ​ທ່າ​ທາງວ່າຈະ​ຜ່ານ​ໄປ​ດ້ວຍ​ການ​ສະໜັບສະໜຸນ​ຢ່າງເຂັ້ມ​ແຂງ​ຈາກ​ບັນດາ​ສະມາຊິກ​ສະພາຂອງ​ພັກ​ເດ​ໂມ​ແຄຣັດ, ອັນ​ໄດ້​ເຮັດ​ໃຫ້​ພວກອະນຸລັກ​ນິຍົມ​ພັກຣີພັບ​ບລິ​ກັນຢູ່​ໃນ​ສະພາຕໍ່າ ມີຄວາມບໍ່ພໍໃຈ.

ເຖິງຈະມີການລົງຄະແນນສຽງໃນຕອນກາງຄືນວັນເສົາທີ່ຜ່ານມາ ກ່ຽວກ​ບັ ການ​ໃຫ້​ທຶນແບບບໍ່ເຄີຍມີມາກ່ອນກໍ​ຕາມ, ການ​ເອົາມາດຕະການຕ່າງໆຈໍາເປັນຕ້ອງ ການການສະຫນັບສະຫນູນຈາກພັກເດໂມແຄຣັດ ກ່ຽວກັບການລົງຄະແນນສຽງ ຕາມຂັ້ນຕອນກ່ອນທີ່ຊຸດການຊ່ວຍເຫຼືອຈະສາມາດພິຈາລະນາໄດ້.

In a Wall Street Journal opinion piece, Biden called the Senate-approved version of the Ukraine and Israel aid package "strong and sensible,” adding, "it shouldn't be held hostage any longer by a small group of extreme Republican House members."

The U.S. leader said Russian President Vladimir Putin “wants to subjugate the people of Ukraine and absorb their nation into a new Russian empire. The government of Iran wants to destroy Israel forever — wiping the world's only Jewish state off the map."

He said the weaponry to help Ukraine would be manufactured in the U.S., helping the American economy. Trying to allay the concerns of some of his fellow Democrats who oppose more funding for Israel’s war against Hamas militants, Biden said the package would "continue delivering urgent humanitarian aid for the people of Gaza."

Johnson told his Republican colleagues he will hold votes on three separate funding packages for Ukraine, Israel and U.S. allies in the Indo-Pacific, and address other foreign policy priorities in a fourth bill and U.S.-Mexico border security in a fifth measure.

Johnson proposed that the economic assistance for Kyiv be structured as forgivable loans, and that there be greater oversight on the funding. But the decision to even allow a vote on the Ukraine aid, which is likely to pass with robust support from Democratic lawmakers, angered populist Republican conservatives in the House.

Even getting to a rare Saturday night vote on the funding measures will need Democratic support on procedural votes before the spending packages can be considered.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG