ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Berlusconi ຖືກປົດ ອອກຈາກ ລັດຖະສະພາ ອີຕາລີ (ວີດີໂອ)


Berlusconi Ousted from Italian Parliament
please wait

No media source currently available

0:00 0:01:05 0:00
ລິງໂດຍກົງ
ລັດຖະສະພາ​ອີ​ຕາ​ລີ​ປົດ​ທ່ານ Silvio Berlusconi ທີ່ເຄີຍດຳ
ລົງ​ຕຳ​ແໜ່ງນາຍົກລັດຖະມຸນຕີມາ 3 ສະ​ໄໝ​ອອກ​ຈາກ​ລັດຖະ
ສະພາ ​ແຕ່​ມະຫາ​ເສດຖີ​ທີ່​ບໍ່​ຍອມ​ຫຍັງ​ງ່າຍໆ​ທ່ານ​ນີ້​ໃຫ້ຄຳ​ໝັ້ນ
ສັນຍາ​ວ່າ​ ຈະ​ສືບ​ຕໍ່​ພົວພັນ​ໃນ​ການ​ເມືອງ​ຂອງ​ທ່ານ​ຕໍ່​ໄປ.

ສະພາ​ສູງ​ອີ​ຕາ​ລີ​ໄດ້​ລົງມະຕິ​ຂັບ​ໄລ່​ທ່ານ​ອອກ​ຈາກ​ລັດຖະສະພາ​ໃນ​ວັນ​ພຸດ​ວານ​ນີ້​ຍ້ອນ​ການ​ຕັດສິນ​ວ່າ ​ທ່ານມີ​ຄວາມ​ຜິດ​ ຖານ​ທຳ​ການ​ສໍ້​ໂກງ​ພາສີ.

ທ່ານ Berlusconi ກ່າວ​ປາ​ໄສ​ ຕໍ່​ພວກ​ສະໜັບສະໜຸນ​ທ່ານ ​ທີ່​ໄປ​ໂຮມ​ຊຸມນຸມກັນ​ໃນ​ວັນ​ພຸດ​ວານນີ້ ​ຢູ່​ນອກ​ບ້ານພັກ Roman palazzo ຂອງ​ທ່ານ ​ໂດຍ​ກ່າວ​ຕໍ່ພວກເຂົາ​ເຈົ້າ​ວ່າ ມັນ​ແມ່ນ​ວັນ​ໄວ້​ທຸກ​ສຳລັບ​ລະບອບ​ປະຊາທິປະ​ໄຕ​ແລະ​ກ່າວ​ຕື່ມ​ວ່າ ທ່ານ​ຈະ​ຢູ່​ໃນ​ເວທີ​ການ ເມືອງອີ​ຕາ​ລີຕໍ່​ໄປ ​ເຖິງ​ແມ່ນທ່ານເສຍ​ບົດບາດ​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ນິຕິບັນຍັດ​ກໍ​ຕາມ.

ນອກ​ນັ້ນ ອະດີດ​ນາຍົກ​ທ່ານ​ນີ້ ຍັງ​ປະ​ເຊີນ​ການ​ຕັດສິນ​ວ່າ ມີ​ເພດ​ສຳພັນ​ກັບ​ຍິງ​ໂສ​ເພນີທີ່ ​ມີ​ອາຍຸ​ບໍ່​ເຖິງ​ກະສຽນແລະ​ໃຊ້​ອຳນາດ​ເກີນ​ຂອບ​ເຂດ ​ໃນ​ຂະນະ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງເປັນ ​ນາຍົກລັດຖະມຸນຕີນັ້ນ. ທ່ານ​ຢືນ​ຢັດ​ວ່າ​ ທ່ານ​ບໍ່​ມີ​ຄວາມ​ຜິດ​ຫຍັງ​ແລະ​ໄດ້​ທຳ​ການຂໍ​ອຸທອນ​ຕໍ່​ສານ​ໄປ​ແລ້ວ.

ທ່ານ Berlusconi ຍັງ​ມີ​ພວກ​ສະ​ໜັນ​ສະ​ໜຸນ ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານຢູ່​ໃນ​ສະພາ​ສູງ​ ແຕ່​ບັນຫາ​ໂຕ້​ແຍ້​ງທີ່​ຕິດຕາມ​ທ່ານ​ມາ​ນີ້ ​ໄດ້​ເຮັດ​ໃຫ້​ດຸນ​ອຳນາດ​ປ່ຽນ​ແປງ​ໄປ​ໃນ​ສະພາ​ນິຕິ​ບັນ ຍັດ​ທີ່​ມີ​ຫຼາຍ​ພັກ​ການ​ເມືອງ​ປະກອບສ່ວນ​ນຳ​ນັ້ນ. ທ່ານ Angelino Alfano ຊຶ່ງ​ເຄີຍເປັນ​ພັນ​ທະ​ມິດ​ການ​ເມືອງ ​ກັບ​ທ່ານ​ມາ​ເທື່ອ​ນຶ່ງ ​ໄດ້​ແຍກ​ໂຕ​ອອກ​ຈາກ​ທ່ານ Berlusconi ໃນ​ ຕົ້ນ​ເດືອນ​ນີ້ ​ແລະ​ໄດ້​ຈັດ​ຕັ້ງ​ພັກ​ການ​ເມືອງ​ນິຍົມ​ຝ່າຍ​ກາງ​ອຽງ​ຂວາ​ໃໝ່​ຂຶ້ນ ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ປະສົມ​ຂອງ​ນາຍົກລັດຖະມຸນຕີ Enrico Letta ນັ້ນ.

XS
SM
MD
LG