ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ບັງກະລາແດັສ ປະຕິເສດວ່າ IS ບໍ່ມີສ່ວນຮ່ວມໃນການໂຈມຕີ ທີ່ ນະຄອນຫຼວງ Dhaka


ຮູບພາບນີ້ໄດ້ມາຈາກໂທລະພາບ ATN News, ນາຍົກລັດ
ຖະມົນຕີຂອງ ບັງກະລາແດັສ ທ່ານນາງ Sheikh Hasina ກ່າວຄຳປາໄສ ກ່ຽວກັບການຈັບຕົວປະກັນຂອງພວກຫົວ
ຮຸນແຮງໃນຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງ Dhaka,
2 ກໍລະກົດ, 2016.
ຮູບພາບນີ້ໄດ້ມາຈາກໂທລະພາບ ATN News, ນາຍົກລັດ ຖະມົນຕີຂອງ ບັງກະລາແດັສ ທ່ານນາງ Sheikh Hasina ກ່າວຄຳປາໄສ ກ່ຽວກັບການຈັບຕົວປະກັນຂອງພວກຫົວ ຮຸນແຮງໃນຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງ Dhaka, 2 ກໍລະກົດ, 2016.

ປະເທດ ບັງກະລາແດັສ ໄດ້ເລີ່ມການໄວ້ອາໄລ 2 ວັນໃນວັນອາທິດມື້ນີ້ຫຼັງຈາກ ພວກ ຫົວຮຸນແຮງ ອິສລາມ ກຸ່ມໜຶ່ງທີ່ມີ 7 ຄົນໄດ້ຂ້າຕົວປະກັນ 20 ຄົນ ແລະ ຕຳຫຼວດ 2 ຄົນ ໃນລະຫວ່າງການຍຶດຮ້ານອາຫານລາຄາແພງແຫ່ງໜຶ່ງ ໃນນະຄອນຫຼວງ Dhaka ເຊິ່ງ ແກ່ຍາວເຖິງ 11 ຊົ່ວໂມງ.

ພວກລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ, ແຕ່ການ ເຊື່ອມໂຍງໂດຍກົງຕໍ່ກຸ່ມຫົວຮຸນແຮງນັ້ນແມ່ນບໍ່ໄດ້ຖືກຢືນຢັນ, ແລະ ພວກເຈົ້າໜ້າທີ່ລັດ ຖະບານກໍໄດ້ປະຕິເສດທຸກໆການມີສ່ວນຮ່ວມຂອງພວກ IS.

ລັດຖະມົນຕີກະຊວງພາຍໃນຂອງ ບັງກະລາແດັສ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ພວກ ໂຈມຕີເຫຼົ່ານັ້ນບໍ່ໄດ້ມີການເຊື່ອມຕໍ່ກັບພວກລັດອິສລາມຢ່າງແນ່ນອນ. ລັດຖະມົນຕີກະ ຊວງພາຍໃນທ່ານ Asaduzzaman Khan ກ່າວວ່າ ກົງກັນ ຂ້າມພວກ Jihad ແມ່ນສະ ມາຊິກຂອງກຸ່ມຫົວຮຸນແຮງທີ່ຖືກກໍ່ຕັ້ງຂຶ້ນຢູ່ໃນ ປະເທດຊື່ວ່າ Jumatul Mujahedeen ບັງກະລາແດັສ ຫຼື JPM ເຊິ່ງໄດ້ຖືກສັ່ງ ຫ້າມໃນປະເທດເປັນເວລາດົນກວ່າໜຶ່ງທົດສະວັດ ມາແລ້ວ. ທ່ານ Khan ໄດ້ກ່າວວ່າ ພວກໂຈມຕີທຸກຄົນແມ່ນໄດ້ຮັບການສຶກສາດີ ແລະ ມາຈາກຄອບ ຄົວທີ່ຮັ່ງມີ.

ນອກນັ້ນອົງການຂ່າວ Reuters ຍັງໄດ້ອ້າງຄຳເວົ້າຂອງຫົວໜ້າຕຳຫຼວດແຫ່ງ ຊາດທ່ານ Shahidul Hoque ວ່າ ພວກຫົວຮຸນແຮງ 7 ຄົນທັງໝົດ ແມ່ນຄົນ ບັງກະລາແດັສ, ແລະ ວ່າອຳນາດການປົກຄອງໄດ້ພະຍາຍາມທີ່ຈະຈັບ 5 ຄົນໃນ ນັ້ນໃນເມື່ອກ່ອນ.

ລັດຖະບານໄດ້ໃຫ້ການຢືນຢັນມາເປັນເວລາດົນນານວ່າ ພວກ IS ບໍ່ໄດ້ມີໜ້າ ຢູ່ໃນປະ ເທດຂອງຕົນ. ລັດຖະບານຂອງ ນາຍົກລັດຖະມົນຕີທ່ານນາງ Sheikh Hasina ໄດ້ກ່າວ ໂທດໃສ່ການໂຈມຕີຢ່າງລຽນຕິດຕໍ່ຄູ່ປໍລະປັກທາງດ້ານການ ເມືອງຂອງທ່ານນາງໃນປະ ເທດ, ໂດຍກ່າວວ່າພວກເຂົາເຈົ້າໜູນຫຼັງກູ່ມຫົວຮຸນ ແຮງຕ່າງໆພາຍໃນປະເທດ ໃນການ ພະຍາຍາມທີ່ຈະສ້າງການຈະລາຈົນຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG