ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຕຳຫຼວດອອສເຕຣເລຍ ຈັບຜູ້ຊາຍ 2 ຄົນ ທີ່ພວມວາງແຜນ ໂຈມຕີກໍ່ການຮ້າຍ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott ກ່າວ ຕໍ່ສື່ມວມນຊົນ ລະຫວ່າງກອງປະຊຸມນັກຂ່າວ.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott ກ່າວ ຕໍ່ສື່ມວມນຊົນ ລະຫວ່າງກອງປະຊຸມນັກຂ່າວ.

ຕຳຫລວດກ່າວໃນວັນພຸດມື້ນີ້ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ອອສ​ເຕຣ​
​ເລຍ ​ໄດ້​ທັບມ້າງ ການໂຈມຕີກໍ່ການຮ້າຍທີ່ພວມຈະເກີດຂຶ້ນ ຫລັງຈາກໄດ້ຈັບຜູ້ຊາຍສອງຄົນແລະ ຍຶດມີດດວງນຶ່ງ ພ້າອີ່
ໂຕ້ດວງນຶ່ງ ແລະທຸງເຮັດເອົາເອງ ຂອງກຸ່ມລັດອິສລາມ.

ທ້າວ Omar Al-Kutobi ແລະທ້າວ Mohammad Kiad
ໄດ້ຖືກເຈົ້າໜ້າທີ່ ຄວບຄຸມໂຕໄວ້ ໃນລະຫວ່າງການບຸກເຂົ້າ
ໄປກວດຄົ້ນຢູ່ເຂດຊານເມືອງຂອງນະຄອນ Sydney ແລະ
ຖືກກ່າວຫາວາງແຜນໂຈມຕີກໍ່ການຮ້າຍ.

ຮອງຫົວໜ້າຕຳຫລວດລັດ New South Wales ທ່ານນາງ
Catherine Burn ກ່າວຕໍ່ບັນດານັກຂ່າວວ່າ ພວກເຈົ້າໜ້າທີ່ເຊື່ອວ່າຜູ້ຊາຍທັງສອງ ທີ່ມີ
ອາຍຸ 24 ແລະ 25 ປີ ໄດ້ວາງແຜນ ທີ່ຈະນຳປະຕິບັດການໂຈມຕີ ໃນວັນ ອັງຄານວານນີ້.

ທ່ານນາງ Burn ກ່າວຕື່ມວ່າ “ນີ້ເປັນການສະແດງໃຫ້ເຫັນເຖິງໄພຂົ່ມຂູ່ ທີ່ ພວກເຮົາໃນ
ເວລານີ້ ຕ້ອງໄດ້ໃຊ້ຊີວິດຢູ່ນຳ ແລະພວກເຮົາຕ້ອງໄດ້ຮັບມື.”

ຕຳຫລວດ ຍັງໄດ້ພົບເຫັນວີດີໂດ ໃນລະຫວ່າງການບຸກເຂົ້າໄປກວດຄົ້ນ ທີ່ເຂົາເຈົ້າກ່າວ
ວ່າ ເວົ້າເຖິງຜູ້ຊາຍຄົນນຶ່ງ ສົນທະນາກ່ຽວກັບການໂຈມຕີ.

ອອສເຕຣເລຍ ໄດ້ເຂົ້າຮ່ວມແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ທີ່ແນເປົ້າ
ໝາຍໃສ່ ກຸ່ມຫົວຮຸນແຮງລັດອິສລາມໃນອິຣັກ ແລະໄດ້ຍົກລະດັບການ ເຕືອນກ່ຽວກັບ
ພວກກໍ່ການຮ້າຍ ໃນເດືອນກັນຍາ ເພື່ອຮັບມືກັບໄພຂົ່ມຂູ່ຢູ່ພາຍ ໃນປະເທດຂອງຕົນ.

ນາຍົກລັດຖະມົນຕີ Tony Abbott ກ່າວວ່າ “ເປັນທີ່ໜ້າເສຍໃຈ ທີ່ຍັງມີຄົນ ຊຶ່ງຈຳນວນ
ນຶ່ງແມ່ນຢູ່ໃນທ່າມກາງພວກເຮົາ ທີ່ຈະທຳຮ້າຍພວກເຮົານັ້ນ.”

AUSTRALIA ISLAMIC STATE SOTVO
please wait

No media source currently available

0:00 0:00:27 0:00

XS
SM
MD
LG