ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຜົນການນັບຄະແນນສຽງ ການເລືອກຕັ້ງ ຂອງອອສເຕຣເລຍ ໃກ້ຄຽງກັນໂພດ ຍາກທີ່ຈະຕັດສິນໄດ້


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ປ່ອນບັດອອກສຽງຂອງທ່ານ ສຳລັບການເລືອກຕັ້ງ ທົ່ວໄປ ຢູ່ທີ່ ໂຮງຮຽນຫຼວງ Double Bay ໃນນະຄອນ Sydney ຂອງອອສເຕຣເລຍ, ວັນທີ 2 ກໍລະກົດ 2016.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ປ່ອນບັດອອກສຽງຂອງທ່ານ ສຳລັບການເລືອກຕັ້ງ ທົ່ວໄປ ຢູ່ທີ່ ໂຮງຮຽນຫຼວງ Double Bay ໃນນະຄອນ Sydney ຂອງອອສເຕຣເລຍ, ວັນທີ 2 ກໍລະກົດ 2016.

ຊາວອອສເຕຣເລຍ ອາດຈະຕ້ອງໄດ້ຄອຍຖ້າໄປອີກສອງສາມມື້ ກ່ອນທີ່ຈະ ຮູ້ຈັກວ່າຜູ້ໃດຈະໄດ້ເປັນຜູ້ຮັບຜິດຊອບ ລັດຖະບານຊຸດຕໍ່ໄປ ໃນຂະນະທີ່ ຜົນການເລືອກຕັ້ງ ຍັງຄົງໃກ້ຄຽງສູສີເກີນໄປ ຍາກທີ່ຈະປະກາດໃຫ້ຮູ້ໄດ້.

ຄະນະກຳມະການເລືອກຕັ້ງ ກ່າວວ່າ ຈຸດເພັ່ງເລັງຂອງຕົນ ໃນວັນອາທິດມື້ນີ້ ກໍແມ່ນການລົງຄະແນນສຽງຂອງຜູ້ທີ່ບໍ່ຢູ່ໃນປະເທດ, ຜູ້ທີ່ຢູ່ລັດອື່ນ ແລະ ຜູ້ທີ່ ໄດ້ລົງຄະແນນສຽງລ່ວງໜ້າ ທີ່ໄດ້ຖືກສົ່ງເຂົ້າມາທາງໄປສະນີ ຈຳນວນຫຼວງ ຫຼາຍທີ່ຍັງບໍ່ທັນໄດ້ຖືກນັບເທື່ອນັ້ນ. ຜົນສະຫຼຸບຂັ້ນສຸດທ້າຍ ຄາດກັນວ່າ ຈະອອກມາໃນອີກສອງສາມມື້ ໂດຍການນັບ ຄະແນນສຽງ ຈະເລີ້ມຄືນໃໝ່ ໃນວັນອັງຄານມື້ຮືນີ້.

ລັດຖະບານປະສົມ ອະນຸລັກນິຍົມຂອງອອສເຕຣເລຍ ແລະ ຝ່າຍຄ້ານ ກຳລັງແຂ່ງຂັນກັນຢ່າງສູສີ ມາເຖິງປັດຈຸບັນນີ້ ໃນການນັບຄະແນນສຽງ ການເລືອກຕັ້ງຈາກວັນເສົາວານນີ້ ແລະ ແຕ່ລະຝ່າຍ ຕ່າງກໍອາດຈະໄດ້ຮັບ ທີ່ນັງໃນສະພາ ເພື່ອຈະໄດ້ຮັບສຽງສ່ວນຫຼາຍທີ່ຈະຈັດຕັ້ງລັດຖະບານໄດ້.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ໄດ້ກ່າວເມື່ອ ຕອນເຊົ້າວັນອາທິດມື້ນີ້ວ່າ ທ່ານ “ໝັ້ນໃຈທີ່ສຸດ” ວ່າລັດຖະບານປະສົມ ຂອງທ່ານຈະໄດ້ຮັບໄຊຊະນະ ການເລືອກຕັ້ງແຫ່ງຊາດ ແລະ ທ່ານຈະສາ ມາດຈັດຕັ້ງລັດຖະບານປະສົມໄດ້.

ແຕ່ ໃນການກ່າວຖະແຫລງຕໍ່ພວກສະໜັບສະໜູນ ເມື່ອຕອນແລງວັນເສົາ ວານນີ້ ຜູ້ນຳພັກຝ່າຍຄ້ານ ທ່ານ Bill Shorten ໄດ້ກ່າວດ້ວຍນໍ້າສຽງ ທີ່ມີ ຄວາມຫວັງໃນແງ່ດີ ສຳລັບພັກຂອງທ່ານ ຊຶ່ງໃນປັດຈຸບັນນີ້ ແມ່ນມີຄະແນນ ນຳໜ້າຢູ່.

ພັກຝ່າຍຕ່າງໆ ຈະຕ້ອງມີບ່ອນນັ່ງຢ່າງນ້ອຍ 76 ບ່ອນ ໃນຈຳນວນ 150 ບ່ອນ ໃນສະພາຜູ້ແທນລາດສະດອນ ເພື່ອທີ່ຈະໄດ້ຮັບສຽງສ່ວນຫຼາຍ ຈັດຕັ້ງ ລັດຖະບານ.

ມາເຖິງປັດຈຸບັນນີ້ ພັກແຮງງານ ຫຼື Labor Party ທີ່ເປັນພັກຝ່າຍຄ້ານ ນິຍົມ ແນວທາງປານກາງຫາຊ້າຍ ນຳໜ້າໂດຍມີບ່ອນນັ່ງ ປະມານ 72 ບ່ອນ ໃນ ຂະນະທີ່ ລັດຖະບານປະສົມ ອະນຸລັກນິຍົມຂອງທ່ານ Turnbull ໄດ້ຮັບບ່ອນ ນັ່ງປະມານ 66 ບ່ອນ ອັນເປັນການສູນເສຍບ່ອນນັ່ງຈຳນວນນຶ່ງ. ພັກການ ເມືອງນ້ອຍ ແລະ ພັກການເມືອງອິດສະລະ ໄດ້ຊະນະ 5 ບ່ອນນັ່ງ ໃນຂະນະທີ່ ການນັບຄະແນນສຽງ ແມ່ນຍັງບໍ່ທັນຈະແຈ້ງເທື່ອສຳລັບອີກ 7 ບ່ອນນັ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG