ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລມຕ ຊ່ອຍວ່າການ ກະຊວງການຕ່າງປະເທດ ສຫລ ຢ້ຽມຢາມປະເທດໄທ ສປປ ລາວ ແລະຍີ່ປຸ່ນ


ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດ
​ສະຫະລັດ ຮັບຜິດຊອບກິດຈະການເອເຊຍຕາເວັນອອກ
ແລະຍ່ານມະຫາສະມຸດປາຊີຟິກ​ ທ່ານ Daniel Russel ພົບປະກັບ ພະນະທ່ານທອງລຸນ ສີສຸລິດ ຮອງນາຍົກ
ລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດລາວ
ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດ ​ສະຫະລັດ ຮັບຜິດຊອບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ​ ທ່ານ Daniel Russel ພົບປະກັບ ພະນະທ່ານທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດລາວ

ນັກການທູດອະວຸໂສຂອງສະຫະລັດຝ່າຍກິດຈະການເອເຊຍຕາ
ເວັນອອກ ຢ້ຽມຢາມປະເທດໄທ ສປປ ລາວ ແລະຍີ່ປຸ່ນ ແຕ່ວັນ
ທີ​ 13 ຫາ 21 ທັນວາ ອີງຕາມ ຖະແຫຼງຂ່າວຂອງກະຊວງການ
ຕ່າງປະເທດສະຫະລັດ.

ທີ່ບາງກອກ ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດ
​ສະຫະລັດ ຮັບຜິດຊອບກ່ຽວ ກັບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດ
ປາຊີຟິກ​ ທ່ານ Daniel Russel ເປັນຫົວ ໜ້ານຳພາຄະນະຜູ້ແທນຂອງສະຫະລັດ​ເຂົ້າ
ຮ່ວມການເຈລະຈາຍຸດທະສາດ ສະຫະລັດ-ໄທ ຄັ້ງທີ​ 5​ ໃນວັນພຸດທີ​ 16 ທັນວາ ແລະ
ຍັງໄດ້ພົບປະກັບພວກເຈົ້າໜ້າທີ່ລັດຖະບານໄທ ຜູ້ນຳກຸ່ມສັງຄົມພົນລະເຮືອນ ແລະຜູ້ນຳ
ການເມືອງໄທ ໃນວັນພະຫັດທີ 17 ທັນວາ.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດ ​ສະຫະລັດ ຮັບຜິດຊອບກ່ຽວ ກັບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ​ ທ່ານ Daniel Russel ຈັບມືກັບ ດຣ. ເອກສະຫວ່າງ ວົງວິຈິດ​ ລັດຖະມົນຕີ ກະຊວງສາທາລະນະສຸກຂອງລາວ
ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດ ​ສະຫະລັດ ຮັບຜິດຊອບກ່ຽວ ກັບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ​ ທ່ານ Daniel Russel ຈັບມືກັບ ດຣ. ເອກສະຫວ່າງ ວົງວິຈິດ​ ລັດຖະມົນຕີ ກະຊວງສາທາລະນະສຸກຂອງລາວ

ທີ່ ສປປ ລາວ ທ່ານລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງ
ປະເທດສະຫະລັດ Daniel Russel ໄດ້ເຂົ້າພົບປະກັບພະນະ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນ
ຕີການຕ່າງປະເທດ ເພືື່ອປຶກສາຫາລືກ່ຽວກັບ ສາຍພົວພັນທາງ
ດ້ານການທູດ ທີ່ກຳລັງເພີ້ມທະວີຂຶ້ນ ລະຫວ່າງ ສະຫະລັດ ແລະ
ລາວ ແລະການຊ່ອຍເຫລືອໃນການກະກຽມຄວາມພ້ອມໃຫ້ແກ່
ສປປ ລາວ ໃນການເປັນປະທານກອງປະຊຸມອາຊຽນໃນປີ​ 2016
ຊຶ່ງມີຮວມທັງກອງປະຊຸມສຸດ ຍອດອາຊຽນ ແລະ ກອງປະຊຸມ
ສຸດຍອດເອເຊຍຕາເວັນອອກ.

ນອກນັ້ນ ທ່ານ Russel ຍັງໄດ້ພົບປະກັບ ດຣ. ເອກສະຫວ່າງ
ວົງວິຈິດ​ ລັດຖະມົນຕີ ກະຊວງສາທາລະນະສຸກຂອງລາວ ເພື່ອເສີມຂະຫຍາຍການຮ່ວມ
ມື ແລະ ຊ່ອຍເຫລືອ ໃນຂົງເຂດວຽກງານດ້ານສາທາລະນະສຸກ.​ ພ້ອມດຽວກັນນີ້ ທ່ານ
Russel ຍັງໄດ້ພົບປະກັບ ທ່ານນາງ ດຣ. ສຸນທອນ ໄຊຍະຈັກ​ ປະທານຄະນະພົວພັນ
ຕ່າງປະເທດ ສູນກາງພັກ ແລະ ອີງຕາມຖະແຫຼງຂ່າວ ຂອງກະຊວງການຕ່າງປະເທດ
ສະຫະລັດແລ້ວ ທ່ານຍັງຖະແຫຼງ ຢູ່ທີ່ສະຖາບັນກິດການຕ່າງປະເທດຂອງລາວນຳດ້ວຍ.

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ Daniel Russel ຈະພົບປະກັບ
ພວກເຈົ້າໜ້າທີ່ລັດຖະບານ ທັງອະດີດ ແລະປັດຈຸບັນຂອງຍີ່ປຸ່ນ ໃນວັນທີ 21 ທັນວາມື້ອື່ນ
ແລະເດີນທາງກັບຄືນມາຍັງນະຄອນຫຼວງວໍຊິງຕັນ ໃນມື້ດຽວກັນນີ້.

XS
SM
MD
LG