ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຂະນະທີ່ການເຈລະຈາ ກ່ຽວກັບ ສົນທິສັນຍາ ຢາງພລາສຕິກ ເປີດຂຶ້ນ ບັນດາປະເທດຕ່າງໆ ແຕກແຍກກັນຫຼາຍຂຶ້ນກວ່າເກົ່າ


ສິລະປະທີ່ສາທິດໃຫ້ເຫັນເຖິງ ກ໊ອກນ້ຳ ທີ່ປ່ອຍຂວດຢາງພລາສຕິກ ອອກມານັ້ນ ຖືກວາງສະແດງໂດຍພວກນັກເຄື່ອນໄຫວ ຢູ່ໃກ້ໆກັບສູນກາງ ຊໍ Shaw Centre ທີ່ເປັນສະຖານທີ່ຈັດການເຈລະຈາ ສົນທິສັນຍາວ່າດ້ວຍຢາງພລາສຕິກຂອງໂລກ ອັນທຳອິດທີ່ບໍ່ເຄີຍມີມາກ່ອນ, ໃນນະຄອນຫຼວງ ໂອຕຕາວາ, ອອນຮຕາຣີໂອ, ການາດາ, ວັນທີ 23 ເມສາ 2024.
ສິລະປະທີ່ສາທິດໃຫ້ເຫັນເຖິງ ກ໊ອກນ້ຳ ທີ່ປ່ອຍຂວດຢາງພລາສຕິກ ອອກມານັ້ນ ຖືກວາງສະແດງໂດຍພວກນັກເຄື່ອນໄຫວ ຢູ່ໃກ້ໆກັບສູນກາງ ຊໍ Shaw Centre ທີ່ເປັນສະຖານທີ່ຈັດການເຈລະຈາ ສົນທິສັນຍາວ່າດ້ວຍຢາງພລາສຕິກຂອງໂລກ ອັນທຳອິດທີ່ບໍ່ເຄີຍມີມາກ່ອນ, ໃນນະຄອນຫຼວງ ໂອຕຕາວາ, ອອນຮຕາຣີໂອ, ການາດາ, ວັນທີ 23 ເມສາ 2024.

ໃນອາທິດນີ້ ບັນດາປະເທດຕ່າງໆ ກຳລັງຢູ່ພາຍໃຕ້ຄວາມກົດດັນ ເພື່ອໃຫ້ມີຄວາມຄືບໜ້າກ່ຽວກັບສົນທິສັນຍາວ່າດ້ວຍຢາງພລາສຕິກຂອງໂລກ ອັນທຳອິດທີ່ບໍ່ເຄີຍມີມາກ່ອນ ແຕ່ພວກເຂົາພວມປະເຊີນກັບການເຈລະຈາທີ່ເຄັ່ງຄຽດ ໃນນະຄອນຫຼວງຂອງການາດາ ໂດຍຝ່າຍຕ່າງໆມີຄວາມແຕກແຍກກັນຢ່າງເລິກເຊິ່ງກ່ຽວກັບວ່າ ສົນທິສັນຍານີ້ ຄວນປະກອບດ້ວຍແມ່ນຫຍັງ ຢູ່ໃນການເຈລະຈາກ ທີ່ໄດ້ເລີ້ມຂຶ້ນ ໃນວັນອັງຄານວານນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຖ້າລັດຖະບານຕ່າງໆສາມາດຕົກລົງກັນໄດ້ ໃນຂໍ້ຜູກມັດດ້ານກົດໝາຍຂອງສົນທິສັນຍາ ທີ່ແກ້ໄຂບໍ່ພຽງແຕ່ ວິທີທີ່ຢາງພລາສຕິກຖືກຖິ້ມໄປ ແຕ່ກໍຍັງວິທີທີ່ຢາງພລາສຕິກ ຖືກຜະລິດອອກມາ ແລະວິທີທີ່ ມັນຖືກນຳໃຊ້, ສົນທິສັນຍານີ້ ອາດກາຍເປັນຂໍ້ຕົກລົງທີ່ສຳຄັນ ເພື່ອແກ້ໄຂບັນຫາການປ່ອຍອາຍແກັສເຮືອນແກ້ວທີ່ເຮັດໃຫ້ໂລກຮ້ອນຂຶ້ນ ນັບຕັ້ງແຕ່ ຂໍ້ຕົກລົງປາຣີ ປີ 2015.

ການຜະລິດຂອງຢາງພລາສຕິກ ມີສັດສວນປະມານ 5 ເປີເຊັນ ຂອງການປ່ອຍອາຍແກັສເຮືອນແກ້ວ ແລະອາດເພີ້ມຂຶ້ນເຖິງ 20 ເປີເຊັນ ພາຍໃນປີ 2050 ເວັ້ນເສຍແຕ່ວ່າ ຈະມີຂໍ້ຈຳກັດ, ອີງຕາມບົດລາຍງານ ເມື່ອອາທິດແລ້ວນີ້ ຈາກໜ່ວຍງານ Lawrence Berkeley National Laboratory ຂອງລັດຖະບານກາງສະຫະລັດ.

ເມື່ອບັນດາປະເທດຕ່າງໆ ໄດ້ຕົກລົງກັນໃນປີ 2022 ທີ່ຈະເຈລະຈາໃນດ້ານຂໍ້ຜູກມັດທາງກົດໝາຍຂອງສົນທິສັນຍາ ພາຍໃນທ້າຍປີນີ້ ພວກເຂົາເຈົ້າໄດ້ຮຽກຮ້ອງໃຫ້ແກ້ໄຂໃນເລື້ອງວົງຈອນຊີວິດຂອງຢາງພລາສຕິກ- ການຜະລິດ ແລະການໃຊ້ ຈົນເຖິງການຖິ້ມເປັນຂີ້ເຫຍື້ອ.

ແຕ່ໃນຂະນະການເຈລະຈາໄດ້ເລີ້ມຂຶ້ນຢູ່ໃນນະຄອນຫຼວງໂອຕຕາວາ ຢູ່ນັ້ນ ກໍມີສຽງຄັດຄ້ານຢ່າງໜັກແໜ້ນຈາກກຸ່ມວິ້ງເຕັ້ນຂອງຝ່າຍຜູ້ຜະລິດທາດທີ່ໄດ້ຈາກນ້ຳມັນ ຫຼື ເປໂຕຣເຄມີ ແລະລັດຖະບານຕ່າງໆ ທີ່ເພິ່ງພານ້ຳມັນເຊື້ອໄຟຈາກຊາກສັດແລະພືດ ທີ່ຈະຈຳກັດການຜະລິດ ຫຼື ຫ້າມສານເຄມີບາງປະເພດ ນັ້ນ.

ບັນດາຜູ້ແທນຫຼາຍພັນຄົນ ລວມມີບັນດາ ນັກເຈລະຈາ, ນັກວິ້ງເຕັ້ນ ແລະຜູ້ສັງເກດການທີ່ບໍ່ຫວັງຜົນກຳໄລ ຄາດກັນວ່າ ແມ່ນຢູ່ໃນກອງປະຊຸມສຸດຍອດ ທີ່ນະຄອນຫຼວງໂອຕຕາວາ ເຊິ່ງເປັນການເຈລະຈາຮອບທີສີ່ ກ່ອນໜ້າຂໍ້ຕົກລົງສຸດທ້າຍ ແມ່ນກຳນົດໃສ່ໃນເດືອນທັນວານີ້ - ຈຶ່ງເຮັດໃຫ້ການເຈລະຈາຄັ້ງນີ້ ໄວທີ່ສຸດ ເຊິ່ງເປັນຄວາມພະຍາຍາມໃນສົນທິສັນຍາທີ່ ນຳພາໂດຍອົງການສະຫະປະຊາຊາດ ມາເຖິງປັດຈຸບັນນີ້.

Countries are under pressure to make progress on a first-ever global plastics treaty this week, but they face tense negotiations in the Canadian capital with parties deeply divided over what the treaty should include as talks begin on Tuesday.

If governments can agree on a legally binding treaty that addresses not just how plastics are discarded, but also how much plastic is produced and how it is used, the treaty could become the most significant pact to address global climate-warming emissions since the 2015 Paris Agreement.

The production of plastics accounts for some 5% of climate emissions and could grow to 20% by 2050 unless limited, according to a report last week from the U.S. federal Lawrence Berkeley National Laboratory.

When countries agreed in 2022 to negotiate a legally binding treaty by the end of this year, they called for addressing the full life cycle of plastics — from production and use to waste.

But as negotiations kick off in Ottawa, there is staunch opposition from the petrochemical lobby and some governments dependent on fossil fuels to limiting production or banning certain chemicals.

Thousands of delegates, including negotiators, lobbyists and nonprofit observers, were expected at the Ottawa summit, the fourth negotiating round ahead of a final agreement due in December — making this one of the fastest U.N.-led treaty efforts to date.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG