ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະກົດການ ກົບກິນຕາເວັນ ເຕັມດວງ ສ້າງຄວາມ ຕື່ນເຕັ້ນ ໄປທົ່ວ ອິນໂດເນເຊຍ


ປະກົດການກົບກິນຕາເວັນ ເຕັມດວງ ແນມເຫັນໃນເມືອງ Luwuk, ພາກກາງຂອງເກາະ Sulawesi, ປະເທດ ອິນໂດເນເຊຍ. 9 ມີນາ, 2016.
ປະກົດການກົບກິນຕາເວັນ ເຕັມດວງ ແນມເຫັນໃນເມືອງ Luwuk, ພາກກາງຂອງເກາະ Sulawesi, ປະເທດ ອິນໂດເນເຊຍ. 9 ມີນາ, 2016.

ປະຊາຊົນຫຼາຍລ້ານຄົນ ໃນທົ່ວໝູ່ເກາະ ອິນໂດເນເຊຍໄດ້ຊົມປະ ກົດ ການກົບກິນຕາເວັນ ທີ່ຫາເບິ່ງໄດ້ຍາກໃນວັນພຸດມື້ນີ້.

ເຫດການກົບກິນຕາເວັນບາງສ່ວນ ພົບເຫັນຈາກດ້ານຫຼັງຂອງ ວັດ Pramabanan ທີ່ຖືກສ້າງຂຶ້ນໃນສັດຕະວັດທີ 9 ທີ່ນະຄອນ Yogyakata, ອິນໂດເນເຊຍ. 9 ມີນາ 2016.
ເຫດການກົບກິນຕາເວັນບາງສ່ວນ ພົບເຫັນຈາກດ້ານຫຼັງຂອງ ວັດ Pramabanan ທີ່ຖືກສ້າງຂຶ້ນໃນສັດຕະວັດທີ 9 ທີ່ນະຄອນ Yogyakata, ອິນໂດເນເຊຍ. 9 ມີນາ 2016.

ຜູ້ຊົມປະກົດການເທິງທ້ອງຟ້າໃນທົ່ວ 12 ແຂວງ ແລະ 3 ເຂດເວ ລາແຕກຕ່າງກັນ ໄດ້ໄປ ເຕົ້າໂຮມກັນທີ່ສະໜາມກິລາຫຼາຍແຫ່ງ, ຫໍເບິ່ງດາວ ແລະ ຢູ່ເທິງພູ ໃນຂະນະທີ່ເດືອນ ເລີ່ມເຄື່ອນຍ້າຍ​ເຂົ້າ ໄປໃນລະຫວ່າງກາງຂອງ ໂລກ ແລະ ຕາເວັນບໍ່ດົນຫຼັງຈາກເຊົ້າ ມືດ. ໃນຫຼາຍໝູ່ບ້ານທີ່ຕັ້ງຢູ່ຕາມແນວທາງຂອງປະກົດການກົບກິນ ຕາເວັນນັ້ນ, ປະຊາຊົນໄດ້ ນັ່ງຂຸເຂົ່າສູດມົນ ແລະ ຈັດພິທີການທາງ ສາສະໜາໃນຂະນະທີ່ເວລາກາງເວັນໄດ້ປ່ຽນເປັນຄວາມມືດ ໃນ ລະຫວ່າງ 2 ນາທີຂອງປະກົດການກົບກິນຕາເວັນນັ້ນ.

ເຫດການດັ່ງກ່າວຍັງໄດ້ດຶງດູດເອົງນັກສ່ອງເບິ່ງດາວຈາກທົ່ວໂລກ, ລວມທັງກຸ່ມຂອງບັນດານັກວິທະຍາສາດຈາກ ອົງການອະວະ ກາດ ສະຫະລັດ ຫຼື NASA, ເຊິ່ງໄດ້ຕິດຕາມເຫດການກົບກິນຕາເວັນ ຈາກເກາະ Maluku. ໂຊກບໍ່ດີ, ທ້ອງຟ້າທີ່ມືດຄຶ້ມໄດ້ປິດບັງເຫດ ການກົບກິນຕາເວັນໃນບາງພາກພື້ນທີ່ຂອງ ອິນໂດເນເຊຍ.

ປະກົດການກົບກິນຕາເວັນບາງສ່ວນກໍຍັງສາມາດແນມເຫັນໄດ້ໃນ ພາກ ສ່ວນອື່ນໆຂອງເອເຊຍ ແລະ ອອສເຕຣເລຍ ແລະ ອອກໄປ ໃນມະຫາສະໝຸດ ປາຊີຟິກ ນຳດ້ວຍ.

Asia Solar Eclipse
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG