ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ນຳພັກຝ່າຍຄ້ານ ຂອງ ກຳປູເຈຍ ຖືກປົດ ອອກຈາກ ສະພາ


ທ່ານ Sam Rainsy, ປະທານຂອງພັກກູ້ໄພແຫ່ງຊາດ ກ່າວຕໍ່ສື່ມວນຊົນ ຫຼັງຈາກກອງປະຊຸມທີ່ສະພາແຫ່ງຊາດ ໃນໃຈກາງນະຄອນຫຼວງ ພະນົມເປັນ.
ທ່ານ Sam Rainsy, ປະທານຂອງພັກກູ້ໄພແຫ່ງຊາດ ກ່າວຕໍ່ສື່ມວນຊົນ ຫຼັງຈາກກອງປະຊຸມທີ່ສະພາແຫ່ງຊາດ ໃນໃຈກາງນະຄອນຫຼວງ ພະນົມເປັນ.

ສະມາຊິກສະພາຂອງພັກລັດຖະບານທີ່ກຳລັງປົກຄອງປະເທດ ກຳປູເຈຍ ໄດ້ປົດຜູ້ນຳພັກຝ່າຍຄ້ານ ທ່ານ Sam Rainsy ອອກ ຈາກຕຳແໜ່ງໃນສະພາຂອງທ່ານ, ຫຼັງຈາກໄດ້ອອກໃບສັ່ງເພື່ອໃຫ້ ຈັບກຸມທ່ານ.

ການປົດທ່ານອອກຈາກສະພາ ແມ່ນໄດ້ຖືກຕັດສິນໂດຍຄະນະກຳ ມະການຖາວອນຂອງສະພານິຕິບັນຍັດ ແລະ ໄດ້ຖືກປະກາດໃນ ຕອນແລງຂອງວັນຈັນວານນີ້ໂດຍ ປະທານສະພາແຫ່ງຊາດທ່ານ Heng Samrin.

ຜູ້ນຳພັກຝ່າຍຄ້ານຄົນດັ່ງກ່າວ ທີ່ບໍ່ໄດ້ຢູ່ໃນປະເທດ ໄດ້ກ່າວຢູ່ໃນ ໜ້າ Facebook ທາງການຂອງຕົນໃນຕອນແລງວັນຈັນວານນີ້ວ່າ ທ່ານຈະບໍ່ເດີນທາງກັບ ປະເທດ ກຳປູເຈຍ ໂດຍທັນທີທັນໃດ. ທ່ານໄດ້ຂຽນວ່າ “ຂ້າພະເຈົ້າຄວນປ່ອຍເວລາບາງ ສ່ວນປ່ອຍໃຫ້ທາງການທູດມີສ່ວນ ເພື່ອໃຫ້ບັນລຸຄວາມສຳເລັດຕາມຈຸດປະສົງຂອງການ ແກ້ໄຂບັນຫາຢ່າງສັນຕິ ຕໍ່ຄວາມຮຸນແຮງທີ່ເພີ່ມຂຶ້ນໃນ ກຳປູເຈຍ ເມື່ອບໍ່ດົນມານີ້.” ທ່ານ ຫວັງທີ່ຈະເດີນທາງກັບ ກຳປູເຈຍ “ໃນສອງສາມມື້ຂ້າງໜ້ານີ້.”

ຫຼັງຈາກການປະຊຸມຂອງຄະນະກຳມະການໃນວັນຈັນວານນີ້, ໂຄສົກສະພາແຫ່ງຊາດທ່ານ Chheang Vun ໄດ້ກ່າວຕໍ່ບັນດານັກຂ່າວວ່າການຕັດສິນໃຈແມ່ນອີງຕາມລັດຖະທຳມະນູນ.

XS
SM
MD
LG