ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພັກຂອງທ່ານ dos Santos ຊະນະການເລືອກຕັ້ງ ໃນອັງໂກລາ


ປະທານາທິບໍດີ Jose Eduardo dos Santos ຖະແຫຼງຕໍ່ພວກສື່ຂ່າວ ຫຼັງຈາກປ່ອນບັດເລືອກຕັ້ງແລ້ວ, ວັນທີ 31 ສິງຫາ 2012.
ປະທານາທິບໍດີ Jose Eduardo dos Santos ຖະແຫຼງຕໍ່ພວກສື່ຂ່າວ ຫຼັງຈາກປ່ອນບັດເລືອກຕັ້ງແລ້ວ, ວັນທີ 31 ສິງຫາ 2012.
ອົງການຂ່າວທາງການຂອງອັງໂກລາ ກ່າວວ່າ ພັກທີ່ຄອງອໍານາດ
ຢູ່ໃນປະຈຸບັນຂອງປະທານາທິບໍດີ Eduardo dos Santos ນັ້ນ
ແມ່ນເປັນຜູ້ຊະນະ ການເລືອກຕັ້ງທົ່ວປະເທດ.

ຄະນະກໍາມະການເລືອກຕັ້ງ ກ່າວວ່າພັກຂະບວນການມະຫາຊົນ
ເພື່ອການປົດປ່ອຍອັງໂກລາ ຫຼື MPLA ຂອງທ່ານ dos Santos
ໄດ້ຮັບເກືອບວ່າ ¾ ຂອງຄະແນນສຽງ ທັງມົດຂອງບັດຄະແນນ
ທີ່ໄດ້ນັບໄປແລ້ວ 85% ນັ້ນ.

ພັກຝ່າຍຄ້ານທີ່ນໍາໜ້າ ຄືພັກ UNITA ນັ້ນໄດ້ 18% ຂອງ
ຄະແນນສຽງ ແລະພັກ Casa ຝ່າຍຄ້ານໃໝ່ ໄດ້ຄະແນນສຽງ
ບໍ່ຮອດ 5%.

ພວກສັງເກດການຈາກສະຫະພາບອາຟຣິກາ ກ່າວວ່າ ການເລືອກຕັ້ງໃນວັນສຸກຜ່ານມານັ້ນ
ໄດ້ດໍາເນີນໄປຢ່າງເສລີແລະຍຸດຕິທໍາ ເຖິງແມ່ນໄດ້ມີການຮ້ອງຮຽນຈາກທັງ ສອງພັກຝ່າຍ
ຄ້ານກໍຕາມ.

ຊາວ ອັງໂກລາ ພາກັນໄປປ່ອນບັດເອົາຜູ້ແທນ ເຂົ້າປະຈໍາບ່ອນນັ່ງ 220 ບ່ອນ ໃນສະພາ
ແຫ່ງຊາດ ແລະຫົວໜ້າພັກທີ່ໄດ້ບ່ອນນັ່ງຫຼາຍທີ່ສຸດ ກໍຈະໄດ້ເປັນປະທາ ນາທິບໍດີຄົນຕໍ່ໄປ
ຂອງປະເທດ.
XS
SM
MD
LG