ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ບັນດານັກວິເຄາະ ວ່າ ສະຫະລັດ ແລະເກົາຫຼີໃຕ້ ຄວນກຽມພ້ອມ ສຳລັບ ພັນທະມິດລະຫວ່າງ ຣັດເຊຍ ແລະເກົາຫຼີເໜືອ


ແຟ້ມພາບ - ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກຳລັງຟັງລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ເຊີເກ ໂຊຍກູ ຂະນະທີ່ກວດກາເບິ່ງພວກເຮືອບິນລົບຂອງຣັດເຊຍ ຢູ່ໃນເມືອງວລາດີໂວສໂຕກ (Vladivostok) ຂອງຣັດເຊຍ, ວັນທີ 16 ກັນຍາ 2023. (Russian Defense Ministry Press Service via AP)
ແຟ້ມພາບ - ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກຳລັງຟັງລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ເຊີເກ ໂຊຍກູ ຂະນະທີ່ກວດກາເບິ່ງພວກເຮືອບິນລົບຂອງຣັດເຊຍ ຢູ່ໃນເມືອງວລາດີໂວສໂຕກ (Vladivostok) ຂອງຣັດເຊຍ, ວັນທີ 16 ກັນຍາ 2023. (Russian Defense Ministry Press Service via AP)

ຂຶ້ນຢູ່ກັບວ່າ ເທັກໂນໂລຈີອາວຸດປະເພດໃດ ທີ່ມົສກູໂອນໄປໃຫ້ພຽງຢາງ ສະຫະລັດ ແລະເກົາຫຼີໃຕ້ ອາດຕ້ອງໄດ້ຍົກລະດັບມາດຕະການຕ່າງໆຂອງພວກເຂົາເຈົ້າໃນການຮັບມືກັບໄພຂົ່ມຂູ່ທັງຫຼາຍຂອງເກົາຫຼີເໜືອ ບັນດານັກວິເຄາະກ່າວ.

ທ່ານຈອນ ເຄີບີ ຜູ້ປະສານງານຮັບຜິດຊອບການສື່ສານດ້ານຍຸດທະສາດຂອງສະພາຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວວ່າ ສະຫະລັດກຳລັງຈັບຕາເບິ່ງ “ຢ່າງໃກ້ຊິດແທ້ໆ” ຂະນະທີ່ຜູ້ນຳຂອງເກົາຫຼີເໜືອ ກິມ ຈົງ ອຶນ ພວມສະແຫວງຫາສັກກະຍະພາບດ້ານການທະຫານຈາກປະທານາທິບໍດີຂອງຣັດເຊຍ ວລາດີເມຍ ປູຕິນ.

ທ່ານເຄີບີ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນອັງຄານຜ່ານມານີ້ວ່າ ຄວາມສາມາດໃນ​ການ​ໄດ້​ຮັບຜົນປະໂຫຍດຈາກຄວາມສຳພັນນີ້ຂອງທ່ານກິມ ແມ່ນໜ້າເປັນຫ່ວງ ແຕ່ທ່າທີໃນດ້ານການປ້ອງກັນຂອງ ສະຫະລັດ ແລະເກົາຫຼີໃຕ້ ຢູ່ແຫຼມເກົາຫຼີ “ແມ່​ນ​ເໝາະສົມຕໍ່ຄວາມສ່ຽງນັ້ນ.”

ນັບຕັ້ງແຕ່ເດືອນກໍລະກົດ ເມື່ອລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ໂຊຍກູ ໄດ້ໄປຢ້ຽມຢາມເກົາຫຼີເໜືອ, ພຽງຢາງກໍໄດ້ຮັດແໜ້ນສາຍສຳພັນດ້ານການທະຫານຂອງຕົນກັບມົສກູ ເລິກເຊິ່ງຂຶ້ນນັບມື້ ໃນຂະນະດຽວກັນເພີ້ມທະວີການຂົ່ມຂູ່ ຢູ່ແຫຼມເກົາຫຼີ ແລະຮຽກຮ້ອງໃຫ້ກຽມພ້ອມ ເພື່ອເຂົ້າຢຶດຄອງເກົາຫຼີໃຕ້ ຖ້າຫາກສົງຄາມເກີດຂຶ້ນ.

Depending on what kinds of weapons technology Moscow transfers to Pyongyang, the United States and South Korea may need to update their measures for dealing with North Korean threats, said analysts.

John Kirby, White House National Security Council spokesman, said the U.S. is watching “very closely” as North Korean leader Kim Jong Un pursues advanced military capabilities from Russian President Vladimir Putin.

Kirby said at a press briefing on Tuesday that Kim’s ability to benefit from this relationship is concerning, but the U.S. and South Korean defensive posture on the Korean Peninsula “is appropriate to the risk.”

Since July, when Russian Defense Minister Sergei Shoigu visited North Korea, Pyongyang has been deepening its military ties with Moscow while escalating threats on the peninsula and calling for preparations to occupy South Korea if war breaks out.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG