ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອົງການນິລະໂທດກຳສາກົນ ວ່າ ຕົວບົດກົດໝາຍຂອງໂລກ ໃກ້ຈະພັງທະລາຍລົງ ຍ້ອນການເພີ້ມເຊື້ອໄຟ ໂດຍປັນຍາປະດິດ ຫຼື AI


ການພັງທະລາຍລົງຂອງຕົວບົດກົດໝາຍສາກົນນັ້ນ ໄດ້ຖືກເຮັດໃຫ້ທະວີຂຶ້ນຢ່າງວ່ອງໄວໂດຍຜ່ານຄວາມກ້າວໜ້າຂອງເທັກໂນໂລຈີ ແລະປັນຍາປະດິດ ຫຼື AI ເຊິ່ງສ່ຽງຕໍ່ການລະເມີດສິດທິມະນຸດ ແບບວ່າ “ຫຼາຍເກີນໄປທີ່ສຸດ” ອີງຕາມບົດລາຍງານປະຈຳປີ ໂດຍອົງການນິລະໂທດກຳສາກົນ ຫຼື Amnesty International ທີ່ໄດ້ພິມອອກເຜີຍແຜ່ ໃນວັນທີ 24 ເມສາ ຜ່ານມານີ້.

ເລຂາທິການໃຫຍ່ຂອງແອມເນສຕີ ທ່ານນາງ ອາກເນສ ຄາລາມາຣດ໌ ກ່າວຕໍ່ວີໂອເອ ວ່າ “ຄວາມເປັນລະບຽບທີ່ອີງຕາມກົດລະບຽບຂອງສາກົນແມ່ນໃກ້ຈະພັງທະລາຍລົງ. ການລະເມີດຕ່າງໆຂອງກົດໝາຍສາກົນ ໄດ້ເພີ້ມຂຶ້ນ ແລະຫຼາຍຂຶ້ນນັບມື້, ແທ້ຈິງແລ້ວ, ສ່ວນໃຫຍ່ເປັນຍ້ອນຈຳນວນຂອງບັນຫາຂັດແຍ້ງກັນດ້ວຍອາວຸດທີ່ເພີ້ມຂຶ້ນ. ພວກຜູ້ກະທຳຜິດ ບໍ່ພຽງແຕ່ລະເມີດກົດໝາຍສາກົນເທົ່ານັ້ນ ແຕ່ຫາທາງທີ່ຈະເຮັດໃຫ້ການລະເມີດທັງຫຼາຍຂອງພວກເຂົາມີຄວາມຊອບທຳ ໃນນາມຂອງການປ້ອງກັນຕົນເອງ, ດ້ານຄວາມໝັ້ນຄົງແຫ່ງຊາດ ຫຼື ການຕໍ່ຕ້ານລັດທິກໍ່ການຮ້າຍ.”

ແອມເນສຕີ ເນັ້ນໃຫ້ເຫັນ ບັນຫາຂັດແຍ້ງລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຢູ່ໃນເຂດກາຊາ. ກະຊວງສາທາລະນະສຸກທີ່ດຳເນີນງານໂດຍກຸ່ມຮາມາສ ກ່າວວ່າ ປະຊາຊົນຫຼາຍກວ່າ 34,000 ຄົນໄດ້ຖືກຂ້າຕາຍ, ສ່ວນຫຼາຍແມ່ນພວກແມ່ຍິງ ແລະເດັກນ້ອຍ. ຕົວເລກນັ້ນ ເຊິ່ງລວມມີພວກນັກລົບຂອງກຸ່ມຮາມາສນຳດ້ວຍ, ແມ່ນບໍ່ສາມາດຢັ້ງຢືນໄດ້ຢ່າງເປັນອິດສະຫຼະ.

ບົດລາຍຂອງແອມເນສຕີ ກ່າວວ່າ “ໃນບັນຫາຂັດແຍ້ງນຶ່ງ ໄດ້ຕີຄວາມໝາຍຂອງປີ 2023 ແລະ ສະແດງໃຫ້ເຫັນວ່າ ບໍ່ມີຮ່ອງຮອຍຂອງການຫລຸດລົງເລີຍ, ລັກຖານຂອງການກໍ່ອາຊະຍາກຳສົງຄາມ ຍັງສືບຕໍ່ເພີ້ມຂຶ້ນ ຂະນະທີ່ລັດຖະບານຂອງອິສຣາແອລ ເຮັດໃຫ້ກົດໝາຍສາກົນເປັນເລື້ອງການເຍາະເຍີ້ຍຢູ່ໃນເຂດກາຊາ. ພາຍຫຼັງການໂຈມຕີທີ່ໂຫດຮ້າຍໂດຍກຸ່ມຮາມາສ ແລະກຸ່ມຕິດອາວຸດອື່ນໆ ໃນວັນທີ 7 ຕຸລາ, ທາງການຂອງອິສຣາແອລ ກໍໄດ້ຕອບໂຕ້ດ້ວຍການໂຈມຕີທາງອາກາດຢ່າງບໍ່ຢຸດຢັ້ງຕໍ່ພື້ນທີ່ຕ່າງໆທີ່ມີພົນລະເຮືອນອາໄສຢູ່ຢ່າງໜາແໜ້ນ ຫຼາຍໆຄັ້ງເປັນການກວດລ້າງທັງຄອບຄົວເລີຍ, ບັງຄັບໃຫ້ຊາວປາແລັສໄຕນ໌ເກືອບ 1.9 ລ້ານຄົນຕ້ອງຍົກຍ້າຍອອກຈາກຖິ່ນຖານ ແລະຈຳກັດການເຂົ້າເຖິງການຊ່ອຍເຫຼືອດ້ານມະນຸດສະທຳ ທີ່ມີຄວາມຕ້ອງການເປັນຢ່າງຍິ່ງ ເຖິງແມ່ນວ່າຈະເກີດພາວະຄວາມອຶດຢາກທີ່ເພີ້ມຂຶ້ນນັບມື້ຢູ່ໃນເຂດກາຊາ ກໍຕາມ.”

ທ່ານນາງ ຄາລາມາຣດ໌ ຂອງແອມເນສຕີ ໄດ້່ກ່າວວ່າ ບັນຫາຂັດແຍ້ງໃນກາຊາ ໄດ້ເຫັນ “ຈຳນວນຂອງນັກຂ່າວທີ່ຖືກຂ້າຕາຍສູງທີ່ສຸດ ແລະຈຳນວນຂອງພວກພະນັກງານດ້ານມະນຸດສະທຳທີ່ຖືກຂ້າຕາຍຫຼາຍທີ່ສຸດນຳດ້ວຍ.”

ອິສຣາແອລ ປະຕິເສດຢ່າງແຂງຂັນຕໍ່ການລະເມີດສົນທິສັນຍາເຈນີວາ ຫຼື ແນເປົ້າໝາຍໃສ່ພວກພົນລະເຮືອນ ຜູ້ທີ່ຕົນກ່າວວ່າ ກຸ່ມຮາມາສ ໃຊ້ເປັນມະນຸດຄຸ້ມກັນ. ອິສຣາແອລ ຍັງປະຕິເສດຕໍ່ການກີດຂວາງເຄື່ອງບັນເທົ່າທຸກບໍ່ໃຫ້ເຂົ້າໄປໃນກາຊາ ເຖິງແມ່ນຈະມີການກ່າວຫາຫຼາຍໆຄັ້ງຈາກບັນດາກຸ່ມຊ່ອຍເຫຼືອນັ້ນກໍຕາມ.

A breakdown in the international rule of law is being accelerated through rapid advancement in technology and artificial intelligence, which risks a “supercharging” of human rights violations, according to an annual report, by Amnesty International, published April 24.

“The international rules-based order is on the brink of collapse. The violations of international law have been multiple and have increased, in fact, largely because of the increasing number of armed conflicts. Perpetrators not only violate international law but seek to justify those violations in the name of self-defense, national security, or counterterrorism,” Amnesty’s secretary-general, Agnes Callamard, told VOA.

Amnesty highlights the conflict between Israel and Hamas in Gaza. The Hamas-run health ministry in Gaza says more than 34,000 people have been killed, most of them women and children. The figure, which includes Hamas combatants, cannot be independently verified.

“In a conflict that defined 2023 and shows no sign of abating, evidence of war crimes continues to mount as the Israeli government makes a mockery of international law in Gaza. Following the horrific attacks by Hamas and other armed groups on 7 October, Israeli authorities responded with unrelenting air strikes on populated civilian areas often wiping out entire families, forcibly displacing nearly 1.9 million Palestinians and restricting the access of desperately needed humanitarian aid despite growing famine in Gaza,” the report says.

Amnesty’s Callamard said the Gaza conflict had seen “the greatest number of journalists killed, and the greatest number of humanitarian actors killed.”

Israel strongly denies breaking the Geneva Convention or targeting civilians, whom it says Hamas uses as human shields. Israel also denies blocking relief supplies into Gaza despite numerous such accusations from aid groups.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG