ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລາວ ຈະຂຶ້ນທະບຽນທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ໃນລະບົບເອເລັກໂຕຣນິກ


ພິທີເຊັນສັນຍາມອບທຶນ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ 2015.
ພິທີເຊັນສັນຍາມອບທຶນ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ 2015.

ລັດຖະບານ ລາວ ຈະນຳໃຊ້ລະບົບ Electronic ເຂົ້າໃນການຂຶ້ນທະບຽນບັນດາທຸລະກິດ
ຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອເຊື່ອຕໍ່ຂໍ້ມູນ ລະຫວ່າງ ລັດ ກັບ ບັນດາຫົວໜ່ວຍ
ທຸລະກິດໃຫ້ໄດ້ໃນທົ່ວປະເທດ.

ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ
ໃຫ້ການຢືນຢັນວ່າ ການນຳໃຊ້ລະບົບ Electronic ເຂົ້າໃນການຂຶ້ນທະບຽນບັນດາຫົວ
ໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ກຳລັງດຳເນີນການຕິດຕັ້ງໃນ
ເຂດ 9 ເມືອງຂອງນະຄອນຫຼວງວຽງຈັນ ໂດຍຄາດວ່າຈະແລ້ວສຳເລັດສົມບູນໃນໄວໆນີ້
ແລະ ຫຼັງຈາກນັ້ນກໍຈະເຊື່ອມໂຍງໄປຍັງທຸກເມືອງໃນທຸກແຂວງ ເພື່ອເຊື່ອມຕໍ່ຂໍ້ມູນ ລະ
ຫວ່າງ ພາກລັດ ກັບ ບັນດາຫົວໜ່ວຍທຸລະກິດ SME ໃຫ້ໄດ້ໃນທົ່ວປະເທດ ດັ່ງທີ່ທ່ານ ໄດ້ໃຫ້ການຢືນຢັນວ່າ.

"ປັດຈຸບັນນີ້ ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອໃນໂຄງການພັດທະນາພາກເອກະ
ຊົນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຊຶ່ງພວກຂ້າພະເຈົ້າໄດ້ຝຶກອົບຮົມ
ແລະ ກຳລັງຕິດຕັ້ງໂປຣແກຣມຄຸ້ມຄອງທະບຽນວິສາຫະກິດທີ່ສາມາດເຊື່ອມໂຍງຂໍ້
ມູນຂ່າວສານ ລະຫວ່າງ ກະຊວງ, ລະຫວ່າງ ແຂວງ ແລະ ລະຫວ່າງ ເມືອງ ສະນັ້ນ ພາຍໃຕ້ການປະກາດໃຊ້ກົດໝາຍສົ່ງເສີມການລົງທຶນສະບັບໃໝ່ ຄະນະນຳກະຊວງ ກໍໄດ້ຊີ້ນຳໃຫ້ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃຫ້ມີແຜນນຳເອົາມາດຕະ
ການບໍລິການຂຶ້ນທະບຽນວິສາຫະກິດລົງໄປຈັດຕັ້ງປະຕິບັດໃຫ້ເປັນມາດຕະຖານ
ໃນທົ່ວປະເທດໜຶ່ງດຽວ."

ທາງດ້ານ ທ່ານ ສະໄໝ ຈັນບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ
ການລົງທຶນຖະແຫຼງວ່າ ການສຳຫຼວດ ກ່ຽວກັບ ການຜະລິດສິນຄ້າ ແລະ ບໍລິການຂອງ
ບັນດາຫົວໜ່ວຍພື້ນຖານທາງເສດຖະກິດຈຳນວນທັງໝົດ 124,830 ຫົວໜ່ວຍໃນທົ່ວ
ປະເທດພົບວ່າ 94 ເປີເຊັນເປັນຫົວໜ່ວຍທຸລະກິດທີ່ໄດ້ທຳການຜະລິດສິນຄ້າ ແລະ ບໍລິ
ການເພື່ອຕອບສະໜອງການບໍລິໂພກພາຍໃນປະເທດເປັນດ້ານຫຼັກ.

ຍິ່ງໄປກວ່ານັ້ນ ການສຳຫຼວດຍັງພົບດ້ວຍວ່າມີຫົວໜ່ວຍທຸລະກິດພຽງ 630 ຫົວໜ່ວຍ ຫຼື
ຄິດເປັນ 0.5 ເປີເຊັນ ເທົ່ານັ້ນທີ່ເນັ້ນໜັກການຜະລິດສິນຄ້າເພື່ອສົ່ງອອກຕ່າງປະເທດ
ສ່ວນ 1,700 ກວ່າຫົວໜ່ວຍທີ່ຄິດເປັນ 1.4 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງ
ກ່າວກໍເນັ້ນໜັກທັງການຜະລິດສິນຄ້າເພື່ອສົ່ງອອກ ແລະ ຕອບສະໜອງການບໍລິໂພກ
ພາຍໃນປະເທດຄຽງຄູ່ກັນໄປ.

ພ້ອມກັນນີ້ ການສຳຫຼວດຍັງພົບວ່າ 28.2 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງກ່າວ
ນີ້ຕັ້ງຢູ່ໃນເຂດນະຄອນຫຼວງວຽງຈັນ, ຮອງມາກໍແມ່ນຫົວໜ່ວຍທຸລະກິດທີ່ຕັ້ງຢູ່ໃນແຂວງ
ສະຫວັນນະເຂດ ຄິດເປັນ 11 ເປີເຊັນ ແລະ ຈຳປາສັກ 9.2 ເປີເຊັນ ສ່ວນເຂດທີ່ມີຫົວ
ໜ່ວຍທຸລະກິດນ້ອຍທີ່ສຸດນັ້ນກໍຄືແຂວງ ເຊກອງ, ຜົ້ງສາລີ ແລະ ຫຼວງນໍ້າທາ ທີ່ມີຫົວ
ໜ່ວຍທຸລະກິດຄິດເປັນ 1.2 ເປີເຊັນ, 1.3 ເປີເຊັນ ແລະ 1.8 ເປີເຊັນ. ສ່ວນຜະລິດຕະພັນ ODOP ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ກໍພັດທະນາໄດ້ພຽງ 165 ຜະລິດ
ຕະພັນເທົ່ານັ້ນໃນປັດຈຸບັນນີ້.

ສ່ວນທ່ານ ເບີລິນ ເພັດຈັນທະລາດ ຫົວໜ້າຜະແນກອຸດສາຫະກຳ ແລະ ການຄ້າ ນະ
ຄອນ ຫຼວງວຽງຈັນ ຖະແຫຼງວ່າໃນປັດຈຸບັນນີ້ ມີຫົວໜ່ວຍທຸລະກິດເອກະຊົນ ລາວ ຈຳ
ນວນທັງໝົດ 119 ຫົວໜ່ວຍ ໃນທົ່ວປະເທດທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ກາໝາຍໜຶ່ງ
ເມືອງ-ໜຶ່ງຜະລິດຕະພັນ (One District One Product ຫຼື ODOP) ຈາກກະຊວງອຸດ
ສາຫະກຳ ແລະ ການຄ້າ.

ທັງນີ້ເພື່ອເປັນການຮັບຮອງວ່າຜະລິດຕະພັນຂອງ 119 ຫົວໜ່ວຍທຸລະກິດເອກະຊົນ
ລາວ ດັ່ງກ່າວເປັນຜະລິດຕະພັນຄຸນນະພາບດີ ແລະ ໄດ້ມາດຕະຖານທີ່ສາມາດແຂ່ງຂັນ
ໃນຕະຫຼາດໂລກໄດ້ຢ່າງແທ້ຈິງ ຊຶ່ງໃນນີ້ກໍປາກົດວ່າ ນະຄອນຫຼວງວຽງຈັນ ເປັນເຂດທີ່
ຫົວໜ່ວຍທຸລະກິດເອກະຊົນໄດ້ຮັບກາໝາຍ ODOP ຫຼາຍທີ່ສຸດຄື 34 ຫົວໜ່ວຍຕິດຕາມ
ດ້ວຍຫົວໜ່ວຍທຸລະກິດເອກະຊົນໃນແຂວງສະຫວັນນະເຂດ, ຈຳປາສັກ, ວຽງຈັນ ແລະ ຫຼວງພະບາງ ຕາມລຳດັບ, ໂດຍລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະສົ່ງເສີມໃຫ້ຫົວ ໜ່ວຍທຸລະກິດໃນແຕ່ລະເມືອງນັ້ນຜະລິດສິນຄ້າ ODOP ໃຫ້ໄດ້ 5 ຜະລິດຕະພັນຢ່າງ
ນ້ອຍ ຫຼື 725 ຜະລິດຕະພັນໃນທົ່ວປະເທດ.

XS
SM
MD
LG